ປ. ໂອບາມາ ກ່າວວ່າ ຍັງມີໂອກາດ ເຮັດຂໍ້ຕົກລົງ ຄວບຄຸມອາວຸດ ກັບຣັດເຊຍ ໄດ້ອີກຢູ່

ປະທານາທິບໍດີໂອບາມາ ສົນທະນາກັບ ປະທານາທິບໍດີຣັດເຊຍ ທ່ານດີມີຕຣີ ເມັດວີເດຟ ນອກກອງປະຊຸມສຸດຍອດນິວເຄລຍ ທີ່ນະຄອນຫລວງໂຊລ ຂອງເກົາຫລີໃຕ້, ວັນທີ 26 ມີນາ 2012.

ປະທານ​າທິບໍດີ Barack Obama ກ່າວ​ວ່າ ມັນ​ຍັງ​ມີໂອກາດ​ຢູ່​ ໃນ ການ​ເຮັດ​ຂໍ້​ຕົກລົງ
ກ່ຽວ​ກັບ​ການ​ຄວບຄຸ​ມອາວຸດກັບ​ຣັດ​ເຊຍນັ້ນ.

ຫລັງ​ຈາກ​ການ​ສົນທະນາ​ກັນ​ກັບປະທານາທິບໍດີ Dmitry Medvedev ທີ່​ກອງ​ປະ​ຊຸມສຸດ
ຍອດນິວ​ເຄລຍ ທີ່​ກຸ​ງ​ໂຊ​ລ ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ Obama ກ່າວ​ວ່າ ​ທັງ​ສອງ​ປະ​ເທດສາ
ມາດ​ສືບ​ຕໍ່​ທໍາ​ຄວາມ​ກ້າວໜ້າ ​ໄປ​ສູ່​ການ​ຕັດ​ອາ​ວຸດ​ນິວ​ເຄລຍ ທີ່​ຍັງ​ມີ​ຢູ່​ນັ້ນລົງ.

ທ່ານ​ກ່າວ​ອີກວ່າ ທ່ານ​ມີ​ແຜນ​ຈະພະຍາຍາມ​ເຈລະຈາ​ໃຫ້​ມີການຕັດລົງ ​ອີກ​ຮອບນຶ່ງ ກັບ
ທ່ານ Vladimir Putin ທີ່​ຖືກ​ເລືອກຕັ້ງ​ໃຫ້​ເປັນປະ ທານາທິບໍດີ ຄົນ​ຕໍ່​ໄປ​ຂອງຣັດ​ເຊຍ​ນັ້ນ​.

ທ່ານ​ໂອ​ບາ​ມາເອິ້ນ​ສົນທິສັນຍາລົດ​ອາວຸດ​ຍຸ​ທະ​ສາດ START ສະບັບ ໃໝ່​ກັບຣັດ​ເຊຍ ທີ່​
ໄດ້​ຖືກ​ຮັບຮອງ​ເອົາໃນ​ປີ 2010 ນັ້ນ​ວ່າ ເປັນ​ ​ຂໍ້ຕົກ ລົງຄວບ​ຄຸມອາວຸດສະບັບຮອບດ້ານ
ທີ່​ສຸດ ​ໃນ 20 ປີ​ທີ່​ຜ່ານ​ມາ.

ຢ່າງ​ໃດ​ກໍ​ຕາມ ຄວາມ​ຂັດ​ແຍ້​ງກັນ​ຍັງ​ຄົງມີຢູ່​ ລະຫວ່າງສະຫະລັດກັບ ​ຣັດ​ເຊຍ ກ່ຽວ​ກັບ
ບັນຫາ​ທີ່ສໍາ​ຄັນໆເຊ່ນ ​ເລື້ອງຊີ​ເຣຍ ​ແລະ​ແຜນການ​ຂອງສະຫະລັດ ທີ່ຈະ​ຕິດ​ຕັ້ງລະບົບ​
ປ້ອງ​ກັນລູກ​ສອນ​ໄຟ​ໃນຢູ​ໂຣບ.

ແຕ່ເຖິງ​ແມ່ນ​ມີ​ການ​ບໍ່​ເຫັນພ້ອມນໍາ​ກັນກໍ​ຕາມ ປະທານາທິບໍດີ​ Medvedev ກໍກ່າວ​ໃນ​ມື້ນີ້​
ວ່າຄວາມສໍາພັນ​ລ​ະຫວ່າງສະຫະລັດກັບ ຣັດ​ເຊຍ ​ແມ່ນຢູ່​ໃນ​ຂັ້ນ​ດີ​ທີ່ສຸດ​ ໃນຮອບ 10 ປີ​.