ປ. ໂອບາມາ ກ່າວວ່າ ນະວັດຕະກຳ ແມ່ນຢູ່ໃນ DNA ຂອງຄົນອາເມຣິກັນ

ປະທານາທິບໍດີໂອບາມາ ນັ່ງຢູ່ບ່ອນຝຶກບິນ ໃນລະຫວ່າງ ໄປຢ້ຽມຢາມໂຄງການນະວັດຕະກຳໃໝ່ຕ່າງໆ ທີ່ກອງປະຊຸມ ທຳນຽບຂາວຈັດຂຶ້ນ ຢູ່ມະຫາວິທະຍາໄລ Pittsburgh ໃນລັດ Pennsylvania ເມື່ອວັນທີ 13 ຕຸລາ 2016.

ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ ກ່າວ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ໃນ ​ວັນ​ເສົາ​ມື້ນີ້ວ່າ “ການ​ລົງທຶນ​ໃນ​ດ້ານ​ວິທະຍາສາດ​ແລະ​ເທັກ​ໂນ​ໂລ​ຈີ​ ຈະ​ກະຕຸກ​ຊຸກຍູ້​ໃຫ້​ປະ​ເທດຂອງ​ພວກ​ເຮົາ ​ກ້າວ​ໄປ​ສູ່​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ແລະ​ອຸດສາຫະກຳ​ໃ​ໝ່”.

ນຶ່ງ​ໃນ​ໂຄງການ​ວິທະຍາສາດ​ ທີ່​ໄດ້​ມີີ​ການ​ສ້າງຕັ້ງຂຶ້ນ ນັບ​ແຕ່​ປະທານາທິບໍດີ​ໂອ​ບາ​ມາ​ເຂົ້າຮັບ​ຕຳ​ແໜ່​ງ ພະ​ແນ​ກການ​ຕ່າງໆ ​ຂອງ​ລັດຖະບານ​ກາງ ຫລາຍ​ກວ່າ 80 ພະ​ແນ​ກ ການໄດ້​ພົວພັນ ​ກັບ​ຊາວ​ອາ​ເມຣິກັນ ​ຫລາຍກວ່າ 250 ພັນ​ຄົນ​ ໂດຍ​ຜ່ານ​ໂຄງການ​ທ້າ​ທາຍ​ຕ່າງໆ​ຫລາຍກວ່າ 700 ໂຄງການຜ່ານ​ທາງ​ເວັບ​ໄຊ challenge.gov ​ເພື່ອ​ແກ້​ໄຂ​ບັນຫາ​ຕ່າງໆ ນັບ​ແຕ່​ການຕໍ່ສູ້​ຕ້ານ​ອີ​ໂບລາ ​ໄປ​ຈົນ​ເຖິງການ​ຫລຸດຜ່ອນ​ຕົ້ນທຶນ​ຂອງ​ພ​ະ ລັງ​ງານ​ແສງຕາ​ເວັນ ຕະຫລອດ​ທັງ​ການ​ຂັດຂວາງ ຕໍ່​ການ​ໂທລະສັບ​ແບບ​ອັດຕະ​ໂນ​ມັດ robocalls ທີ່ຜິດກົດໝາຍ. ການ​ແຂ່ງຂັນ​ເຫຼົ່ານີ້​ໄດ້​ອະນຸມັດ​ທຶນຫລາຍ​ກວ່າ 220 ລ້ານ​ໂດ​ລາ ​ແກ່​ທຸລະ​ກິດ​ຕ່າງໆ ​ແລະ​ພວກ​ທີ່​ມີ​ຫົວ​ປະ​ດິດຄິດ​ສ້າງ ​ແລະ​ໄດ້​ນຳ​ໄປ​ສູ່​ການ​ສ້າງ ຕັ້ງບໍລິສັດ​ໃໝ່​ຫລາຍ​ກວ່າ 275 ບໍລິສັດ ທີ່​ໄດ້​ຮັບ​ທຶນ​ຕື່ມ​ອີກ​ຫລາຍ​ກວ່າ 70 ລ້ານ​ໂດ​ລາ ຊຶ່ງ​ໄດ້​ສ້າງ​ວຽກ​ການ​ໃໝ່​ຫຼາຍຮ້ອຍໜ້າ​ວຽກ.

ລັດຖະບານ​ທ່ານ​ໂອບາ​ມາ​ໄດ້​ລົງທຶນຫລາຍ​ກວ່າ 1 ພັນ​ລ້ານ​ໂດ​ລາ ກ່ຽວ​ກັບ​ໂຄງ​ງການ​ວິທະຍາສາດ​ທີ່​ທ່ານ​ກ່າວ​ວ່າ ມີ​ຄວາມ​ຈຳ​ເປັນ​ເພື່ອ​ປັບປຸງ​ແລະ​ປົ​ກປ້ອງ​ ຊີວິດ​ຂອງຊາວ​ ອາເມຣິກັນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ “ນະ​ວັດຕະ​ກຳ​ ແມ່ນ​ຢູ່​ໃນ DNA ຂອງ​ຊາວ​ອ​າ​ເມຣິກັນ​ ແລະ​ໃນ ​ທຸກ​ມື້ນີ້ພວກ​ເຮົາ​ແມ່ນ​ຕ້ອງການ​ກວ່າ​ໃນ​ເວລາ​ອື່ນ​ໃດ​ທັງ​ໝົດ​ເພື່ອແກ້​ໄຂ​ບັນຫາ​ທ້າ​ທາຍ​ ທີ່​ພວກ​ເຮົາ​ກຳ​ລັງປະ​ເຊີ​ນໜ້າ​ຢູ່​ໃນ​ເວລາ​ນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ