ປ.​ໂອ​ບາ​ມາ​ ຂໍ​ຮັບ​ຜິດຊອບ​ ​​ເລື່ອງ​ສ້ອມ​ແປງ ເວັບ​ໄຊ​ ​ລະບົບ ​ຮັກສາ​ສຸຂະພາບ (ວີດີໂອ)

President Barack Obama speaks about the federal health care law, at historic Faneuil Hall in Boston, Oct. 30, 2013.

ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ​ ກ່າວ​ວ່າ
ທ່ານ​ຂໍ​ຮັບ​ເອົາ​ຄວາມ ຮັບຜິດຊອບ​ຢ່າງ​ເຕັມທີ່ເພື່ອ​ໃຫ້​ເປັນ​ທີ່
​ແນ່​ໃຈ​ວ່າ​ບັນຫາ​ຕ່າງໆກ່ຽວ​ກັບ​ເວັບ​ໄຊ​ໃໝ່ ຂອງ​ລະບົບ​ຮັກສາ
​ສຸຂະພາບ ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ​ເ​ທົ່າທີ່​ຈະ​ໄວ​ໄດ້.

​ໃນ​ການ​ຖະ​ແຫຼງທີ່​ນະຄອນ​ Boston ​ໃນ​ລັດ Massachusetts
​ເມື່ອ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ​ເວັບ​ໄຊ​ນີ້
ຊ້າ​ໂພດ ​ແລະ​ມີ​ຫຼາຍໆ​ຄົນ ​ທີ່​ເຂົ້າ​ໄປ​ຊອກ​ຊື້ປະກັນ​ໄພ​ສຸຂະພາບ
​ບໍ່​ສາມາດເຮັດ​ໄດ້. ທ່ານ​ເວົ້າວ່າ ທ່ານບໍ່​ດີ​ໃຈ​ ​ແລະ​ກໍ​ບໍ່​ມີ​ຂໍ້ແກ້ຕົວ​
ໃດໆກ່ຽວ​ກັບ​ເລື່ອງ​ນີ້.

​ແຕ່ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ອັນ​ທີ່​ເອີ້ນວ່າ​ເວັບ​ໄຊ​ຂອງ​ Obamacare ​ນັ້ນ ໃນ​ທີ່​ສຸດ
ຈະ​ເປັນ​ວິທີ​ທາງ​ທີ່​ງ່າຍ​ທີ່​ສຸດ​ສຳລັບ​ຊາວ​ອາ​ເມຣິກັນ​ເພື່ອ​ຊອກ​ຊື້ປະ ກັນ​ໄພ​ສຸຂະພາບ.

ກ່ອນ​ໜ້ານັ້ນ ທ່ານ​ນາງ Kathleen Sebelius ລັດຖະມົນຕີ​ກະຊວງ​ສາທາລະ ນະ​ສຸກ​ແລະ
​ບໍລິການ​ມະນຸດ ​ຂອງ​ສະຫະລັດ ​ໄດ້​ຂໍ​ຂະ​ມາ​ໂທດ​ຕໍ່​ຄະນະ​ກຳມາ​ທິ ການຂອງ​ສະພາ​ຕໍ່າ
ກ່ຽວ​ກັບ​ບັນຫາ​ໃນ​ເລື່ອງເວັບ​ໄຊ. ທ່ານ​ນາງ​ເອີ້ນບັນຫາ​ທາງ ດ້ານ​ເທັກ​ນິກນີ້ວ່າ ຄວາມລົ້ມ
​ແຫຼວຢ່າງ​ກະທັນຫັນ​ແລະ​ໜ້າ​ອັບອາຍ.

​ແຕ່​ທ່ານ​ນາງ Sebelius ກໍ​ເວົ້າວ່າ ທ່ານ​ໄດ້​ນຳ​ເອົາ​ຄະນະ​ຄຸ້ມ​ຄອງ​ໃໝ່​ເຂົ້າມາ ​ແກ້​ໄຂ
​ບັນຫາ​ເວັບ​ໄຊ​ ​ແລະ​ໃນ​ເວລາ​ນີ້ ແມ່ນ​ເລີ້ມດີ​ຂຶ້ນ​ແລ້ວ.

Your browser doesn’t support HTML5

US HEALTH CARE VOSOT.mov