ປ. ໂອບາມາ ກ່າວວ່າ ທຸກຄົນ ທີ່ເຮັດວຽກ ຢ່າງຂະຫຍັນ ຄວນຈະກ້າວໜ້າໄດ້

ປະທານາທິບໍດີ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ດ້ວຍ
ນະໂຍບາຍທີ່ຖືກຕ້ອງ ເສດຖະກິດສະຫະລັດຈຶ່ງສືບຕໍ່ຂະຫຍາຍ
ໂຕ ໃຫ້ເປັນບ່ອນທີ່ຜູ້ໃດກໍຕາມ ທີ່ເຮັດວຽກດ້ວຍຄວາມຂະຫຍັນ
ໝັ້ນພຽນ ສາມາດມີຄວາມກ້າວໜ້າໄດ້.

ໃນຄຳປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ ປະທາ
ນາທິບໍດີໂອບາມາກ່າວວ່າ ຂໍ້ສະເໜີການໃຊ້ຈ່າຍ 4 ພັນຕື້ໂດລາ ທີ່ທ່ານໄດ້ສົ່ງໄປໃຫ້ລັດຖະສະພາ ໃນວັນຈັນແລ້ວ ແມ່ນສ້າງຂຶ້ນ
ມາໂດຍເສດຖະກິດ ຂອງພວກຊົນຊັ້ນກາງ. ທ່ານກ່າວວ່າ ຂໍ້ສະ
ເໜີດັ່ງກ່າວຈະຊ່ອຍບັນດາຄອບຄົວໃຫ້ສາມາດຈ່າຍຄ່າເບິ່ງແຍງ
ລູກເຕົ້າ ຊື້ປະກັນໄພສຸຂະພາບ ເຂົ້າຮຽນຂັ້ນວິທະຍາໄລ ໄດ້ຮັບ
ເງິນເວລາພັກການ ການຊື້ບ້ານຊື້ເຮືອນແລະການທ້ອນຫອມສຳລັບເວລາອອກກິນເບ້ຍບຳ ນານ ແລະສິ່ງເຫຼົ່ານັ້ນ ສາມາດຊ່ອຍໃຫ້ບັນດາຄອບຄົວທີ່ເຮັດວຽກເຮັດການໄດ້ຮັບເງິນເພີ້ມ ຕື່ມ ຫຼາຍພັນໂດລາ ໃນແຕ່ລະປີ.

ປະທານາທິບໍດີ ເວົ້າວ່າ ທ່ານຈະດຳເນີນງານ ຮ່ວມກັບທຸກໆຄົນ ບໍ່ວ່າຈະເປັນສະມາຊິກ ພັກຣີພັບບລີກັນຫຼືພັກເດໂມແຄຣັດ ທີ່ເຕັມໃຈຈະອຳນວຍໃຫ້ບັນດາຄອບຄົວທີ່ເຮັດວຽກ ເຮັດການມີຄວາມໝັ້ນຄົງຕື່ມຂຶ້ນໃນເວລາທີ່ເສດຖະກິດພວມມີການປ່ຽນແປງຢ່າງບໍ່ຂາດ ໄລຍະຢູ່ນີ້.