ປ. ໂອບາມາ ກ່າວວ່າ ອັງກິດ ຄວນຢູ່ໃນ ສະຫະພາບຢູໂຣບ ຕໍ່ໄປ

ພະຣາຊີນິ Elizabeth ທີ ll (ຊ້າຍ) ຖ່າຍຮູບຮ່ວມກັບ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle ທີ່ຫ້ອງ Oak Room ໃນພະຣາຊະວັງ Windsor. (22 ເມສາ 2016)​

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ເລີ້ມ​ເຂົ້າຮ່ວມ ​ການ​ອະພິປາຍ​ຢ່າງ​ເຜັດ​ຮ້ອນ ກ່ຽວ​ກັບ​ການ​ລົງ​ປະຊາ​ມະຕິ​ຂອງອັງກິດ ​ໃນ​ວັນ​ທີ 23 ມີ​ຖຸນາຈະມານີ້ ຊຶ່ງ​ບັນ ດາ​ຜູ້​ມີ​ສິດປ່ອນ​ບັດ​ ຈະ​ພາກັນ​ຕັດສິນ​ໃຈ​ວ່າ ປະ​ເທດ​ຂອງ​ເຂົາ​ເຈົ້າຍັງຈະ​ເປັນ​ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບຕໍ່​ໄປ​ຫຼືບໍ່.

​ໃນ​ບົດ​ຂຽນ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ໜັງສືພິມ Telegraph ບໍ່​ດົນ​ຫລັງ​ຈາກ​ເຮືອບິນ​ປະຈຳ​ຕຳ​ແໜ່​ງ Air Force One ຂອງ​ທ່ານ​ໂອ​ບາ​ມາ ​ໄດ້​ລົງ​ຈອດທີ່​ສະໜາມ​ບິນ Stansted ຊຶ່ງ ຕັ້ງຢູ່​ນອກ​ນະຄອນຫຼວງລອນ​ດອນ​ໃນ​ແລງ​ວັນ​ພະຫັດ​ວານ​ນີ້​ແລ້ວ ຜູ້ນຳ​ຂອງສະຫະລັດ ​ກໍໄດ້​ຮຽກຮ້ອງ​ໃຫ້​ອັງກິດ ​ເປັນ​ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບຕໍ່​ໄປ ​ໂດຍ​ເວົ້າວ່າການ​ຕັດສິນ​ໃຈ​ດັ່ງກ່າວ ​ຈະ​ເຮັດ​ໃຫ້​ອັງກິດ​ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ.

ປະທານາທິບໍດີ​ໂອ​ບາ​ມາ​ຂຽນ​ວ່າ ​ໃນ​ທີ່​ສຸດຄຳ​ຖາມ​ກ່ຽວ​ກັບ​ວ່າອັງກິດ​ຄວນ​ຫຼືບໍ່ທີ່​ຈະ​ເປັນ​ພາກສ່ວນ​ຂອງ​ສະຫະພາບ​ຢູ​ໂຣບຕໍ່​ໄປມັນ​ເປັນ​ເລື້ອງທີ່​ປະຊາຊົນ​ຊາວອັງກິດຈະ​ຕັດສິນ​ໃຈ​ເອົາ​ເອງ.​ ສະຫະພາບ​ຢູ​ໂຣບ ບໍ່​ໄດ້​ເຮັດ​ໃຫ້​ອິດ​ທິພົນ​ຂອງ​ອັງກິດ​ຫລຸດ​ລົງ. ຢູ​ໂຣບທີ່​ມີ​ຄວາມ​ເຂັ້ມ​ແຂງ​ບໍ່​ໄດ້​ເປັນ​ໄພ​ຂົ່ມຂູ່​ ຕໍ່​ການ​ເປັນ​ຜູ້ນຳ​ຂອງອັງກິດ​ຢູ່​ໃນ​ໂລກ ມີ​ແຕ່​ຈະ​ເສີມ​ຂະຫຍາຍ​ການ​ເປັນ​ຜູ້ນຳ​ຂອງ​ອັງກິດ​ໃຫ້​ເຂັ້ມ​ແຂງຂຶ້ນກວ່າ​ເກົ່າ.

ສະຫະລັດ​ ແລະ​ອັງກິດ ມີ​ໃນ​ສິ່ງ​ທີ່​ພວກ​ຜູ້ນຳ​ຂອງ​ວໍ​ຊິງ​ຕັນ ​ໄດ້​ກ່າວ​ມາ​ດົນ​ນານ​ແລ້ວ​ວ່າ ​ເປັນຄວາມ​ສຳພັນ​ພິ​ເສດ ​ແລະ​ສະຫະລັດ ​ມອງ​ເຫັນ​ວ່າ ການ​ເປັນ​ສະມາຊິກ​ຂອງ​ອັງກິດ ​ແມ່ນ​ເປັນ​ປາກ​ສຽງ​ໃຫ້​ວໍ​ຊິງ​ຕັນ ຢູ່​ໃນ​ສະຫະພາບ​ຢູ​ໂຣບ ທີ່​ມີ​ສະມາຊິກ 28 ປະ​ເທດ​ນັ້ນ.

ທ່ານ​ໂອ​ບາ​ມາ​ຂຽນ​ວ່າ ສະຫະລັດ​ມອງ​ເຫັນ​ກ່ຽວ​ກັບ​ການ​ເປັນ​ປາກ​ສຽງ​ທີ່​ມີ​ອິດ​ທິພົນ​ຂອງ​ພວກທ່ານ ​ຢູ່​ໃນ​ຢູ​ໂຣບນັ້ນ ຄ້ຳປະກັນ​ວ່າ ​ຢູ​ໂຣບ​ເອົາ​ທ່າ​ທີ ​ອັນ​ເຂັ້ມ​ແຂງ ​ຢູ່​ໃນໂລກ ​ແລະ​ເຮັດ​ໃຫ້​ສະຫະພາບ​ຢູ​ໂຣບ​ເປີດ​ກວ້າງມອງ​ອອກ​ໄປ​ຂ້າງ​ນອກແລະມີ​ການ​ພົວພັນ​ຢ່າງ​ໃກ້ ຊິດ​ກັບ​ບັນດາ​ປະ​ເທດ​ພັນທະ​ມິດ ທີ່ຢູ່​ອີກ​ຟາກ​ຝັ່ງ​ນຶ່ງ​ຂອງມະຫາ​ສະມຸດ​ອັດ​ແລນ​ຕິກ. ດັ່ງ ນັ້ນສະຫະລັດ​ແລະ​ໂລກຕ້ອງການ​ໃຫ້ອິດ​ທິພົນຂອງພວກທ່ານດຳ​ເນີນ​ຕໍ່​ໄປຮວມທັງ​ພາຍ​ໃນ​ຢູ​ໂຣບນຳ​ດ້ວຍ.

ບົດ​ຂຽນຂອງທ່ານ​ໂອ​ບາ​ມາໄດ້​ຮັບ​ການ​ຕຳ​ໜິຢ່າງ​ແຮງ​ຈາກ​ພວກ​ທີ່​ສະໜັບສະໜຸນ​ໃຫ້​ອັງກິດ​ຖອນ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ.

Your browser doesn’t support HTML5

Obama Britain

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ