ການຢັ່ງສຽງທ່ານ Obama ແລະ ທ່ານ Romney ເທົ່າກັນ

Fireworks are seen over the Olympic Park during the opening ceremony of the Sochi 2014 Winter Olympics, Feb. 7, 2014.

ການ​ຢັ່ງ​ຫາງ​ສຽງ​ໃໝ່​ກ່າວ​ວ່າ ປະທານາທິບໍດີ ສະຫະລັດ ທ່ານ
Barack Obama ​ແລະ ຂູ່​ແຂ່ງຂັນ ທ່ານ Mitt Romney
ກໍາລັງໄດ້​ຮັບ​ຄະ​ແນນ​ສຽງ​ທໍ່​ກັນ ກ່ອນ​ໜ້າການ​ໂຕ້​ວາທີ​ຄັ້ງ​ທີ່​ສາມ ​
ແລະ​ຄັ້ງ​ສຸດທ້າຍ​ໃນຕອນ​ແລງ​ວັນ​ຈັນ​ມື້​ນີ້.


​ການ​ຢັ່ງ​ສຽງ​ຂອງ ​ໂທລະພາບ NBC ​ແລະ ໜັງສືພິມ Wall Street Journal ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສະໜັບສະໜູນ​ແກ່ຜູ້​ສະມັກ ລະຫວ່າງ ບັນດາ​ຜູ້​ທີ່​ຈະ​ປ່ອນ​ບັດມີ​ຢູ່ 47 ​ເປີ​ເຊັ​ນສຳລັບ​ແຕ່ລະຄົນ.

ການ​ໂຕ້​ວາ​ທີ ຈະ​ໄຊ້​ເວລາ 90 ນາທີ ​ໃນ​ຕອນ​ແລງ​ວັນ​ຈັນ​ມື້​ນີ້ ຢູ່​ທີ່​ລັດ Florida ຊຶ່ງ​ເປັນ​ລັດ​ທີ່ມີ​ການ​ແຂ່ງຂັນ​ໄກ້​ຄຽງກັນ​ທີ່​ສຸດ ຊຶ່ງຈະເນັ້ນ​ໜັກ​ໃສ່ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທັງ​ໝົດ ​ແລະ​ ທ່ານ Bob Schieffer ຈາກ​ໂທລະພາບ CBS ຈະ​ເປັນກຳມະການ.

ທ່າ​ນ Mitt Romney ​ແລະ​ພັນທະ​ມິດ​ພັກ ​ຣີພັບ​ບລິ​ກັນ ​ໄດ້ໂຈ​ມຕີ ປະທານາທິບໍດີ Barack Obama​ເລື້ອຍ​ມາ​ເລື້ອງການຮັບ​ມື​ກັບ​ການ​ໂຈມ​ຕີຮ້າຍ​ແຮງ​ເຖິງ​ຕາຍ​ໃນ​ເດືອນ​ແລ້ວ​ນີ້ ທີ່ ​ກົງ​ສູນ ສະຫະລັດ ທີ່ ​ລີເບຍ. ການ​ໂຈມຕີ​ໃນ​ວັນ​ທີ່ 11 ​ເດືອນ​ກັນຍາ ທີ່​ເມືອງ Benghazi ​ໄດ້​ສັງຫານ ​ເອກ​ອັກຄະ​ລັດຖະທູດ ສະຫະລັດ ທ່ານ Christopher Stevens ​ແລະ​ນັກ​ການ​ທູດ​ ສະຫະລັດ ອີກ​ສາມ​ຄົນ.

​ໂຄງການ​ນິວ​ເຄລຍ ຂອງ ອີຣ່ານ ຍັງ​ເປັນ​ຫົວຂໍ້​ສຳຄັນຢູ່​ສຳລັບ ທ່ານ Romney ຊຶ່ງ​ທ່ານ​ກ່າວ​ວ່າ ລັດຖະບານ ທ່ານ Obama ບໍ່​ເຂັ້ມ​ງວດ ພໍຕໍ່Tehran ​ແລະ ກໍບໍ່​ໄດ້​ໃຫ້ການ​ສະໜັບສະໜູນ​ພຽງພໍ​ຕໍ່ອິສຣາ​ແອ​ລ.

ທ່ານ Obama ​ໄດ້​ກ່າວ​ຫາ ທ່ານ Romney ວ່າ​ໄຊ້ການ​ເມືອງ​ເປັນ​ການ​ໂຈມ​ຕີ ​ໃນ ລີ​ເບຍ ​ແລະ​ກ່າວ​ວ່າ ທ່ານ​ໄດ້​ວາງ​ມະຕະການ ​ລົງ​ໂທດ​ທີ່​ແຂງ​ຂັນ​ຕໍ່ ອີຣ່ານ ​ໃນ​ຂະນະ​ທີ່​ກໍ່ສ້າງຄວາມ​ຮ່ວມ​ມືລະຫວ່າງ​ສະຫະລັດ ກັບ ​ອິສຣາ​ແອ​ລຢູ່. ປະທານາທິບໍ​ດີ ຍັງ​ໄດ້ກ່າວ​ເຖິງ​ເລື້ອງ ຜົນ​ສໍາ​ເລັດ ຕໍ່ຕ້ານການກໍ່​ການ​ຮ້າຍ ອັນ​ມີລວມ​ທັງ​ການ​ບຸກສັງຫານ Osama bin Laden ນັ້ນ​ນຳ.