ທ່ານ Obma ແລະທ່ານ Romney ໂຕ້ຖຽງກັນ ກ່ຽວກັບ ການຄ້າກັບຈີນ (ສະໄລດ໌ກັບວີດີໂອ)

ທ່ານ Romney ແລະ ທ່ານ Obma ກໍາລັງໂຕ້ວາທີ ກັນໃນແງວັນຈັນ ວານນີ້ ທີ່ລັດ ຟຣໍລິດາ

ປະທານ​າທິບໍດີສະຫະລັດ ທ່ານ Barack Obama ​ແລະ​ຄູ່​ແຂ່ງ
ຈາກ ພັກຣີພັບ​ບລິ​ກັນທ່ານ Mitt Ronmey ​ພາກັນ​ໃຊ້ການ​ໂຕ້​
ວາທີ​ກ່ຽວກັບ ນະ​ໂຍບາຍ​ການ​ຕ່າງປະ​ເທດໃນ​ແລງ​ວັນ​ຈັນ​ວານ​
ນີ້ ທີ່​ລັດ​ຟຣໍລິ​ດາທາງ ພາກ​ໃຕ້​ຂອງ​ສະຫະລັດ ​ເພື່ອເອົາ​ມາດ​ຕະ
ການ​ທີ່​ໜັກ​ມື​ຕື່ມ​ຂຶ້ນກັບຈີນ.


ປະທານາທິບໍດີ Obama ບັນ​ລະ​ຍາຍ​ວ່າ ຈີນ ​ເປັນ “ຄູ່​ແຂ່ງຂັນ” ​
ແຕ່​ກໍ​ກ່າວ​ວ່າ ທ່ານ​ເບິ່ງໄປ​ຂ້າງ​ໜ້າ​ໃນ​ການ​ເປັນ​ຄູ່​ຮ່ວມ​ງານກັບ
ຈີນ​ທີ່​ພວມ​ມີ​ອໍານາດ​ເພີ້​ມ​ຂື້ນ​ໃນ​ເຂດເອ​ເຊຍ ຕາບ​ໃດ​ທີ່​ຈີນ​ຍັງ​
ປະຕິບັດ​ຕາມລະບຽບ ການຄ້າຂອງ​ນາໆ​ຊາດຢູ່.

ທ່ານ Obama ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້​ຟ້ອງ​ຈີນກ່ຽວ
​ກັບກາ​ນລ່ວງລະ​ເມີດລະບຽບ​ການ​ຄ້າ ຫຼາຍ​ກວ່າ​ລັດຖະບານສະຫະລັດ​ຊຸດແລ້ວໄດ້ປະຕິ​ບັດ ​ໃນ​ສ​ອງສ​ະໄໝຜ່ານ​ມາ.

ການໂຕ້ວາທີຄັ້ງສຸດທ້າຍ ລະຫວ່າງຜູ້ສະມັກເລືອກຕັ້ງ ປະທານາທິບໍດີ ປີ 2012


ທ່ານ Romney ​ທີ່​ໄດ້​ໃຊ້ສຳນວນຄໍາ​ເວົ້າຢ່າງ​ຮຸນ​ແຮງຕໍ່​ຈີນຕະຫລອດ​ ການ​ໂຄສະນາ​ຫາ​ສຽງ​ກ່າວ​ວ່າ ປັກ​ກິ່ງ “ບໍ່​ຈໍາ​ເປັນ ​ທີ່​ຈະຕ້ອງ​ເປັນ​ຄູ່ ແຂ່ງ” ​ແຕ່​ໄດ້​ເຕືອນ​ວ່າ​ ຈີນ​ບໍ່​ສາມາດ “ທີ່​ຂ້າມ​ພວກ​ເຮົາໄປ​ໝົດ ​ແລະ​ລັກ​ເອົາ​ວຽກ​ງານ​ຂ​ອງພວກ​ເຮົາ.”

ທ່ານ Romney ​ໄດ້​ກ່າວ​ຢໍ້າ​ກ່ຽວ​ກັບການ​ໃຫ້​ຄໍາໝັ້ນ​ສັນຍາ ທີ່​ຈະ​ລະບຸ ຈີນວ່າ ​“ເປັນ​ຜູ້​ຄວບ​ຄຸມ​ເງິນຕາ”​ ​ໃນ​ມື້​ທໍາ​ອິດ​ທີ່​ທ່ານ​ເຂົ້າ​ກໍາຕຳ​ແໜ່​ງຊຶ່ງ ​ການ​ລະບຸ​ດັ່ງກ່າວ​ນີ້ ຈະ​ອະນຸຍາ​ດ​ໃຫ້ມີ​ເກັບ​ພາສີ​ຢ່າ​ງໜັກ​ຕໍ່​ສິນຄ້າ​ຈີນ.