ທ່ານ Obama ແລະ ທ່ານ Romney ແລກປ່ຽນ ການເວົ້ານົວ ຫົວມ່ວນ ແບບຕະລົກ (ວີດິໂອ)

ປະທານາທິບໍດີ Barack Obama ແລະ ທ່ານ Mitt Romney ກໍາລັງ ເວົ້າຫຼິ້ນແບບຕະລົກ ເຍາະເຍີ້ຍກັນທີ່ງານກິນລ້ຽງ ຫາລາຍໄດ້ ເພື່ອການກຸສົນຄາໂທລິກ

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ແລະຂູ່​ແຂ່ງ
ຈາກ​ພັກ​ຣີພັບ​ບລິ​ກັນ ທ່ານ Mitt Romney ພາ​ກັນເວົ້າຕະລົກ ​
ຢ່າງ​ມ່ວນ ຊື່ນ​ຕໍ່​ກັນ​ແລະ​ກັນ ທີ່ງານ​ກິນ​ລ້ຽງ​ຫາ​ລາຍໄດ້ ຊຶ່ງ​ມີ​ບັນ
ດາ​ແຂກທີ່​ມີ​ຊື່​ສຽງ​ເຂົ້າ​ຮ່ວມໃນ​ຄືນວັນ​ພະຫັດວານ​ນີ້ຢູ່​ທີ່ນະຄອນ​
ນິວຢ້ອກ.


ຢູ່​ໃນພິທີອັນ​ມີ​ກຽດທີ່​ເປັນ​ເຈົ້າພາບ​ໂດຍຫົວໜ້າ​ສັງຄະ​ມົນທົນຄາ​ໂທ​ລິກ ​ໃນ​ນະຄອນ​ນິວຢ້ອກຢູ່ທີ່ໂຮງ​ແຮມ​ຊັ້ນ​ນຶ່ງ Waldorf-Astoria ໄດ້ເປັນ ​ໂອ​ກາດ​ໃຫ້​ແກ່ຜູ້​ສະມັກ​ເລືອກ​ຕັ້ງທັງ​ສອງ​ທ່ານ ພັກຜ່ອນ​ຈາກ​ການ​ໂຄ ສະນາ​ຫາ​ສຽງ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ທີ່ມີ​ແຕ່​ການ​ກ່າວໂຈມ​ຕີ​ກັນ​ນັ້ນ.

ທ່ານ Romney ຊຶ່ງ​ເປັນມະຫາ​ເສດຖີ ​ເລີ້ມ​ຕົ້ນ​ຂອງຄໍ່າ​ຄືນ ​ໂດຍກ່າວ​ຕະລົກເຖິງ​ຄວາມ​ຮັ່ງມີ​ຂອງ​ທ່ານ​ເອງ​ ຕໍ່ບັນດາ​ແຂກ​ທີ່​ພາກັນນຸ່ງ​ເຄື່ອງ ຢ່າງ​ເປັນ​ກຽດ​ເຕັມ​ອັດຕາ​ຢູ່ໃນ​ພິທີ່​ນັ້ນວ່າ ທ່ານແລະ​ພັນ​ລະ​ຍາຂອງ ທ່ານຍາ​ນາງ Ann ມີ​ຄວາມ​ດີ​ໃຈ​ທີ່​ເຂົາ​ເຈົ້າ “​ໄດ້​ປ່ຽນ​ມາໄດ້ນຸ່ງ​ເຄຶ່ອງ ​ທີ່ນຸ່ງຢູ່​ໃນ​ເຮືອນ​ຊານ.”

ຄໍາ​ປາໄສ​ຂອງ​ທ່ານ ຍັງ​ຢອກລໍ້ກັບສື່​ມວນ​ຊົນ ຊຶ່ງ​ສະ​ມາ​ຊິກ​ພັກຣີພັບ​ບລິ​ກັນຫຼາຍໆ​ຄົນ ກ່າວ​ຫາ​ວ່າ ​ເຂົ້າ​ຂ້າງ​ພັກ​ເດ​ໂມ​ແກ​ຣັທ.

ປະທານາທິບໍດີ Obama ​ກໍໄດ້ເວົ້າຕະລົກ​ກ່ຽວ​ກັບຄວາ​ມຮັ່ງມີ​ຂອງ ທ່ານ Romney ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ໃນ​ຂະນະ​ທີ່​ທ່ານໄປ​ເລາະ​ຊື້​ເຄື່ອງ​ຢູ່ຕາມ​ບາງ​ຮ້ານ ​ໃນ​ເຂດ Midtown Manhattan ນັ້ນ ທ່ານ Romney ກໍ ​“​ໄດ້ໄປ​ເລາະ​ຊອກຊື້​ເຄື່ອງຢູ່​ໃນບາງ​ຮ້ານ.”

ທ່ານ Obama ​ໄດ້​ກ່າວ​ເປີດ​ເຜີຍ​ກ່ຽວ​ກັບການ​ໂຕ້ວາ​ທີ່ຄັ້ງ​ທີ່​ນຶ່ງຂອງ ທ່ານ ​ໃນ​ຂະນະ​ທີ່​ຫລາຍ​ຄົນ​ກ່າ​ວວ່າ ທ່າ ​ເບິ່ງ​ຄື​ມີ​ຄວາມ​ອິດ​ເໝື່ອຍ ​ແລະ​ບໍ່​ເປັນ​ໜ້າ​ຈັບໃຈ​ເລີຍ.

ງານ​ກິ​ນລ້ຽງ​ຂອງ​ມູນ​ນິທິ Alfred E. Smith ທີ່ໃສ່​ຊື່​ເປັນ​ກຽດ​ໃຫ້​ແກ່ ອະດີດຜູ້ປົກຄອງ​ລັດນິວຢ້ອກ ສັງກັດພັກ​ເດ​ໂມ​ແກຣທ ​ແລະ​ເປັນ​ຜູ້​ສະ ມັກປະທານາທິບໍດີຄົນ​ທໍາ​ອິດທີ່​ນັບຖື​ສາສະໜາຄາ​ໂທ​ລິກ ​ໃນ​ປີ 1928 ນັ້ນ ຄາດ​ວ່າ​ ຈະ​ໄດ້​ເງິນ​ເຖິງ 5 ລ້ານ​ໂດ​ລາ​ແກ່
ອົງການ​ໆກຸສົນຄາ​ໂທ​ລິກ.