ທ່ານ Obama ແລະ ທ່ານ Romney ກໍາລັງຫາສຽງ ຢ່າງດຸເດືອດ (ວີດີໂອ)

ທ່ານ Obama ແລະ ທ່ານ Romney ກໍາລັງໂຄສະນາຫາສຽງ ບັ້ນສຸດທ້າຍ ກ່ອນການປ່ອນບັດ ວັນອັງຄານໜ້ານີ້

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ແລະ​ຄູ່​ແຂ່ງ
ຈາກ​ພັກຣີພັບບລິ​ກັນ ອະ​ດີດ​ຜູ້​ປົກ​ຄອງ​ລັດ Massachusetts
ທ່ານ Mitt Romney ກໍາລັງ​ທໍາ​ການໂຄສະນາຫາ​ສຽງ​ຢ່າງ​ດຸ​
ເດືອດຢູ່​ໃນ​ອັນ​ທີ່​ຮ້ອງ​ວ່າ “ບັນດາລັດ​ທີ່ຍັງ​ບໍ່​ມີ​ຝ່າຍໃດ​ກຳ​ຄະ​
ແນນ​ສຽງ​ໄດ້​ຢ່າງ​ເດັດຂາດ” ​ໃນ​ລະຍະສຸດ​ທ້າຍ​ ກ່ອນ​ການປ່ອນ​
ບັດ​ເລືອກຕັ້ງ ​ໃນວັນ​ອັງ​ຄານໜ້າ​ນີ້.


ຫລັງ​ຈາກ ໄດ້ໂຄສະນາຫາ​ສຽງ ຢູ່ທີ່ລັດ Wisconsin, Nevada Corolado ​ແລະ Ohio ​ໃນ​ວັນ​ພະຫັດວານ​ນີ້​ແລ້ວ ທ່ານ Obama ​ມີ​ແຜນການ ຈະໃຊ້​ເວລາ​ໃນວັນ​ສຸກ
ມື້ນີ້ໝົດ​ມື້​ ຫາ​ສຽງຢູ່ທີ່ລັດ Ohio ຊຶ່ງ​ເປັນ​ລັດ​ທີ່​ມີ​ຄວາມສໍາຄັນສຸດ​ໃນ​ການທີ່ຈະໄດ້ຮັບ​ໄຊຊະນະ ​ສຳ​ລັບຜູ້​ສະມັກທັງ​ສອງ​ທ່ານ. ທ່ານ Obama ຍັງ​ມີ​ແຜນ​ທີ່​ຈະ​ຢຸດ​ແວ່​ຢູ່​ທີ່​ລັດ
Ohio ທຸກໆ​ມື້ ສຳ​ລັບ 4 ມື້ສຸດ​ທ້າຍ ຂອງ​ການ​ໂຄສະນາ​ຫາ​ສຽງ​ນັ້ນ.

ສ່ວນ​ທ່ານ Romney ​ໃນ​ວັນ​ສຸກ​ມື້ນີ້ ຈະ​ໄປ​ໂຄສະນາ​ຫາ​ສຽງ​ຢູ່​ທັງ​ລັດ Ohio ​ແລະ Wisconsin. ທີ່​ເມືອງ West Chester ​ໃນ​ລັດ Ohio ນັ້ນຄາດ​ວ່າທ່ານ Paul Ryan ຜູ້​ສະມັກ​ເປັນ​ຮອງ​ປະທານາທິບໍດີ​ຮ່ວມ ​ກັບ​ທ່ານ ຈະ​ໄປ​ຮ່ວມ​ໃນ​ການ​ໂຄສະ​ນາ​ຫາ​ສຽງ​ນຳ. ການ​ໂຄສະນາ​ຫາ​ສຽງ​ຂອງ ທ່ານ Romney ກ່າວ​ວ່າ ຕົນ​ຄາດ​ຄະ​ເນ​ວ່າ "​ເກືອບ 100 ​ເປີ​ເຊັນ" ຂອງບັນດາຜູ້ປົກຄອງ​ລັດ ​ສະມາຊິກ​ສະພາ​ສູງ ເຈົ້າ​ຄອງ​ກຳ​ແພງ ແລະ​ບັນດາເຈົ້າ​ໜ້າ​ທີ່​ຕ່າງໆ​ຈະ​ໄປ​ຮ່ວມ​ຮັບ​ຟັງ. ຢູ່​ໃນ​ລະຍະ​ວັນ​ສຸດ​ທ້າຍ​ ໃນ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Romney ນັ້ນ ທ່ານມີແຜນ​ຈະ​ຢຸດ​ແວ່​ຢູ່ທີ່ລັດ New Hampshire ລັດ IOWA ​ແລະ ລັດ Colorado.

ຜູ້​ສະມັກ​ເປັນ​ປະທານາທິບໍດີ​ທັງ​ສອງພາກັນ​ເຈາະ​ຈົງໃ​ສ່ ກຸ່​ມລັດ​ດຽວ​ກັນ ກໍ​ເພາະ​ເປັນລັດ ​ທີ່ຮ້ອງ​ວ່າ “ສະໜາມ​ລົບ” ທີ່​ອາດ​ຈະ​ປ່ຽນ​ແປງ ​ການ​ເລືອກ​ຕັ້ງ ​ບໍ່​ທາງ​ໃດ ກໍ​ທາງ​ນຶ່ງ. ເຖິງ​
ແມ່ນ​ວ່າການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອໃຫ້ຊ່ວຍ​ເຫລືອແກ່​ຜູ້​ປະ ສົບ​ໄພ​ທຳ​ມະ​ຊາດ​ເຮັດ​ໃຫ້ທ່ານ Obama ໄດ້​ຮັບ​ການຍ້ອງຍໍທີ່ບໍ່ຄ່ອຍ​ມີຈາກທັງ​ທ່ານ Chris Chistie ຜູ້​ປົກຄອງ​ລັດ New Jersey ​ທີ່​ສັງ ກັດ​ພັກຣີພັບ​ບລີ​ກັນ ແລະເຈົ້າ​ຄອງ​ນະຄອນ New York ທ່ານ Michael Bloomberg ທີ່​ບໍ່​ສັງກັດ​ພັກ​ກໍ​ຕາມ ​ແຕ່ການ​ຢັ່ງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ສະມັກ​ທັງ​ສອງທ່ານ​ຕ່າງ​ກໍໄດ້​ຮັບ​ສຽງສະໜັບສະ ໜຸນເກືອບ​ເທົ່າ​ໆກັນ.