ປ. ໂອບາມາ ກັບຄືນມາ ປະເຊີນໜ້າ ກັບລັດຖະສະພາ ທີ່ຄວບຄຸມໂດຍ ພັກກົງກັນຂ້າມ

ປ. ໂອບາມາ ແລະສະຕີໝາຍເລກນຶ່ງ Michelle Obama ໂບກມືໃຫ້ຊາວຮາວາຍ ໃນຂະນະທີ່ກຳລັງຈະເຂົ້າໄປ ໃນເຮືອບິນ Air Force One ເພື່ອອອກເດີ່ນອອກຈາກ ຖານທັບ Hickam ທີ່ອ່າວ Pearl Harbor ນະຄອນ ໂຮໂນລູລູ, ວັນທີ 3 ມັງກອນ 2015.

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ເດີນທາງ
​ກັບ​ຄືນ​ສູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ​ໃນ​ວັນ​ອາທິດ​ມື້​ນີ້ ຫຼັງ​ຈາກ​ໄປ
​ພັກຜ່ອນ 2 ອາທິດ ​ທີ່​ລັດ​ຮາ​ວາຍ ລັດ​ບ້ານ​ເກີດ​ເມືອງ​ນອນ
​ຂອງ​ທ່ານ.

ທີ​ວທັດ​ດ້ານ​ການ​ເມືອງ​ໃນ​ວໍ​ຊິງ​ຕັນ​ໄດ້​ປ່ຽນ​ແປງ​ໄປ ນັບ​ແຕ່​
ທ່ານ​ໂອ​ບາ​ມາ​ໄດ້ເດີນທາງ​ໄປ​ລັດ​ຮາ​ວາຍ​. ຫຼັງ​ຈາກ​ການ​ເລືອກ
​ຕັ້ງ​ເຄິ່ງສະ​ໄໝ ​ການ​ດຳລົງ​ຕຳ​ແໜ່​ງ​ຂອງ​ປະທານາທິບໍດີນັ້ນ
ບັດ​ນີ້​ ພວກ​ສະມາຊິກ​ພັກ republicans ແມ່ນ​ໄດ້​ເຂົ້າຄວບ​ຄຸມ​
ໂດ​ຍ​ເຕັມ ​ຢູ່​ໃນ​ທັງສອງ​ສະພາຄື ສະພາ​ຕໍ່າ ​ແລະ​ສະພາ​ສູງ ຂ​ອງ​
ລັດຖະສະພາ ຫລື Congress ນັ້ນ.

ພວກ​ສະມາຊິກ​ສະພາ​ຫຼາຍ​ທ່ານ​ ມີ​ຄວາມ​ກະຕືລື​ລົ້ນ​ທີ່ຈະເລີ້ມ
​ຕັດ​ຮອນ ຄວາມ​ຄິດ​ລິ​ເລີ້ມ​ຕ່າງໆ​ຂອງ​ປະທານາທິບໍດີ ​ໂດຍ​ສະ
​ເພາະ​ກົດໝາຍ​ວ່າ​ດ້ວຍ​ການ​ຮັກສາ​ສຸຂະພາບ ທີ່​ມັກ​ເອີ້ນ​ກັນ​
ທົ່ວ​ໄປ​ວ່າ Obamacare ຊຶ່ງ​ບັງຄັບ​ໃຫ້​ພວກ​ຄົນ​ອາ​ເມຣິກັນ
​ສ່ວນ​ຫຼາຍ ​ຕ້ອງ​ຊື້​ປະກັນ​ໄພ​ຮັກສາ​ສຸຂະພາບນັ້ນ.

ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ຫຼາຍ​ຄົນ ຢາກ​ລົບ​ລ້າງ​ນະ​ໂຍ
ບາຍ​ວ່າດ້ວຍຄົນ​ເຂົ້າເມືອງ​ໃໝ່​ຂອງ​ທ່ານ​ໂອ​ບາ​ມາ ທີ່​ອຳນວຍ​
ໃຫ້​ພວກ​ອົບ​ພະຍົບ​ເຂົ້າ​ເມືອງ​ທີ່​ບໍ່​ມີເອກະສານຖືກຕ້ອງ ທີ່​ອາ​ໄສ
​ຢູ່​ໃນ​ສະຫະລັດ​ໃນປັດຈຸ​ບັນ​ຢ່າງຜິດ​ກົດໝາຍ ມີ​ຊ່ອງ​ທາງໄດ້​ເປັນ​
ສັນຊາດສະຫະລັດ​ໄດ້​.

Your browser doesn’t support HTML5

obama4january15

​ໃນ​ຂະນະ​ທີ່​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ ເຂົ້າ​ມາ​ເຕົ້າ​ໂຮມ​ກັນ​ໃນ​ວໍ​ຊິງ​ຕັນ​ໃນ​ສັບປະ
ດາ ​ນີ້ ຫຼັງ​ຈາກ​ວັນພັກເທດສະການ​ບຸນຄຣິສມັສ ​ແລະ​ປີ​ໃໝ່ ປະທານາທິບໍດີ​ໂອ​ບາ​ມາ​ ຈະ​ທຳ​ການ​ເດີນທາງ​ຢ້ຽມຢາມ​ເປັນ​ເວລາ 3 ມື້ ​ໃນ​ຫຼາຍ​ຫົວ​ເມືອງ​ຂອງ​ສະຫະລັດ ​ເພື່ອ​ເນັ້ນ​ເຖິງ​ນະ​ໂຍບາຍ​ຕ່າງໆ​ຂອງ​ທ່ານ ທີ່​ພວກ​ພັກ​ເດ​ໂມ​ແກຣັຕ ກ່າວ​ວ່າ ​ໄດ້​ຊ່ອຍ​ກູ້ເສດຖະກິດ​ຂອງ​ອາ​ເມຣິກາ​ຄືນ​ມາ​.

ບັນຫາຄົນເຂົ້າເມືອງ ກໍເປັນອີກເລື່ອງໜຶ່ງ ທີ່ທ່ານໂອບາມາ ຂັດແຍ້ງກັບສະພາ:

Your browser doesn’t support HTML5

US Immigration Reform Appears Unlikely in 2015