ທ່ານໂອບາມາ ກ່າວວ່າ ທ່ານພູຕິນ ບໍ່ສາມາດໃຊ້ເລ່ກົນ ເອົາຊະນະ ຝ່າຍຕາເວັນຕົກໄດ້

ຮູບພາບ ປ. ບາຣັກ ໂອບາມາ ຖະແຫລງ ໃນການໃຫ້ສຳພາດ ຕໍ່ອົງການຂ່າວ AP ທີ່ທຳນຽບຂາວ

ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ກ່າວ​ວ່າ
ບັນຫາ​ດ້ານ​ເສດຖະກິດ​ຕ່າງໆ​ຂອງຣັດ​ເຊຍ ສະ​ແດງ​ໃຫ້​ເຫັນ​
ວ່າ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ບໍ່ສາ
ມາດ​ໃຊ້​ເລ່ກົນ ຫລືເລ້​ຫຼ່ຽມ ເອົາ​ຊະນະທ່ານ ຫຼື​ສະຫະລັດ ​ໄດ້.

​ໃນ​ການ​ໃຫ້​ສຳພາດ​ກັບ​ຕາໜ່າງ​ໂທລະພາບ CNN ​ໃນ​ວັນ​
ອາທິດ​ວານ​ນີ້ ທ່ານ​ໂອ​ບາ​ມາ ບໍ່​ຍອມ​ຮັບ​ເອົາ​ຄວາມ​ນຶກ​ຄິດ
ທີ່​ວ່າ ທ່ານ​ພູ​ຕິນ​ເປັນ“Chess Master ກໍ​ຄືຄົນ​ເກັ່ງ​ ຫຼື
ຄູດ້ານ​ຫຼິ້ນ​ໝາກຮຸກ​”
ທີ່​ໃຊ້​ເລ້​ຫຼ່ຽມ​ເໜືອ​ສະຫະລັດແລະ​
ຝ່າຍ​ຕາ​ເວັນ​ຕົກ ​ໃນ​ການ​ຕໍ່ສູ້​ກ່ຽວ​ກັບ​ຢູ​ເຄຣນນັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ພູ​ຕິນ ກຳລັງ​ປະ​ເຊີນ​ໜ້າ​ກັບ“ການ​ລົ້ມລະລາຍ​ຂອງ​ເງິນຕາ​
ຂອງ​ທ່ານ ກັບວິ​ກິດ​ການ​ດ້ານ​ການ​ເງິນ​ທີ່​ຮ້າຍແຮງ​ແລະ​ເສດຖະກິດທີ່​ຫົດ​ໂຕເຂົ້າຢ່າງ
ໃຫຍ່.”
ຄ່າ​ເງິນຕາ​ຂອງຣັດ​ເຊຍ​ໄດ້​ຕົກຮວບລົງ ຫຼັງ​ຈາກສະຫະລັດ​ແລະ​ຝ່າຍ​ຕາເວັນ​ຕົກ ​ໄດ້​ບັງຄັບ​ໃຊ້​ມາດຕະການ​ລົງ​ໂທດ​ ເວລາ​ມົສກູ ຍຶດ​ເອົາ​ແຫຼມ Crimea ມາ​ເປັນສ່ວນ​ນຶ່ງ​ຂອງ​ຕົນ​ໃນ​ຕົ້ນ​ປີ​ນີ້. ທ່ານ​ພູ​ຕິນຍັງ​ຄົງ​ມີ​ທ່າ​ທີ​ທ້າ​ທາຍ​ຕໍ່​ມາ​ຢູ່ ​ເຖິງ​ແມ່ນ​ສະພາບ​ເສດຖະກິດ
​ກຳລັງ​ຕົກ​ຕໍ່າຖອຍຫຼັງ ຊຶ່ງ​ເກີດ​ຈາກ​ລາຄາ​ນ້ຳມັນ​ຕົກ​ຕໍ່າລົງ ​ແລະ​ເງິນຕາ ruble ຂອງ​ຕົນ ຕົກລາຄາລົງ 40 ​ເປີ​ເຊັນ​ນັ້ນ.

ທ່ານ​ພູ​ຕິນ ​ໄດ້​ເຕືອນ​ປະຊາຊົນຣັດ​ເຊຍ ​ໃຫ້ກະກຽມ “​ເພື່ອ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ
ບາງ​ຢ່າງ” ​ໃນ​ໄລຍະ​ອີກ​ຫຼາຍໆ​ມື້ ​ແລະ​ຫຼາຍ​ໆ​ເດືອນ​ຕໍ່ໜ້າ. ທ່ານ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ບໍ່​ຍອມ​ຢຸດ​ເຊົາ “​ໃຫ້ການ​ສະໜັບສະໜຸນ​ແກ່​ເພື່ອນ​ຮ່ວມ​ຊາດ​ດຽວ​ກັນ” ​ ໃນ​
ໄຄຣ​ເມຍ. ກະຊວງ​ການ​ຕ່າງປະ​ເທດ​ຣັ​ດ​ເຊຍ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ຕອບ​ໂຕ້​ຕໍ່​ການ​ລົງ​ໂທດ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ.

ວິກິດການເສດຖະກິດ ສົ່ງຜົນະທົບຕໍ່ ຊາວຣັດເຊຍທຳມະດາສາມັນ: