ປ. ໂອບາມາ ຊຸກຍູ້ລັດຖະສະພາ ໃຫ້ຜ່ານຮ່າງກົດໝາຍວ່າໃຫ້ທຶນ ເພື່ອຕໍ່ສູ້ກັບ ເຊື້ອ Zika

ປະທານາທິບໍດີ Barack Obama, ກາງ, ພົບປະກັບຜູ້ນຳ ສຽງສ່ວນຫລາຍ ທ່ານ Mitch McConnell, ພັກຣີພັບບລິກັນ ຈາກລັດ Kenturky. ຊ້າຍ, ປະທານສະພາຕໍ່າ ທ່ານ Paul Ryan, ພັກຣີພັບບລິກັນ ຈາກລັດ Wisconsin.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ກ່າວ​ວ່າ ບູລິ​ມະ​ສິດສຳຄັນ​ທີ່ສຸດຂອງ​ທ່ານ ກໍຄື​ເຮັດ​ວຽກກັບລັດຖະສະພາ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ນອນວ່າ​ບັນດາ​ ສະມາຊິກສະພາ ຮັບ​ຜ່ານຮ່າງ​ງົບປະມານການໃຊ້​ຈ່າຍໃນ​ທ້າຍ​ເດືອນ​ນີ້ ​ເພື່ອ​ບໍ່ໃຫ້​ຫ້ອງການ​ລັດຖະບານ​ກາງ​ປິດ.

ອີກ​ຢ່າງນຶ່ງທີ່ທ່ານ​ກ່າວ​ກໍ​ຄື ທ່ານ​ເຊື່ອ​ວ່າລັດຖະສະພາຈະ​ສຳ​ເລັດ​ກ່ອນ​ອອກ​ເດີນ​ທາງ​ກັບ​ຄືນ​ບ້ານ ​ເພື່ອ​ໄປເລືອກ​ຕັ້ງ​ໃນ​ເດືອນ​ພະຈິກ ກໍ​ແມ່ນ​ອະນຸມັດ​ທຶນ​ໃຫ້​ພຽງ ພໍ​ໃນ​ຄວາມ​ພະ​ຍາ​ຍາມເ​ພື່ອຮັບ​ມື​ກັບ​ການແຜ່​ລະບາດຂອງ​ເຊື້ອ​ໄວຣັສ Zika ທີ່​ຂະຫຍາ​ຍວົງ​ກວ້າງ​ອອກ. ປະທານາທິບໍດີ Obama ກ່າວ​ວ່າ ລັດຖະສ​ະພາ ຕ້ອງ​ໄດ້​ອະນຸມັດ​ທຶນ​ເພີ້​ມ​ເຕີມຢ່າງ​ຮີບ​ດ່ວນ ​ເພື່ອ​ພັດ​ທະນາ​ອຸບປະກອນໃນ​ການ ວິນ​ນິດ​ໄສ​ ແລະ​ຢາ​ວັກ​ຊີ​ນ ທີ່​ຈະ​ແກ້​ໄຂ​ບັນຫາ​ເຊື້ອ​ໄວ​ຣັສ Zika ​ໃຫ້​ເປັນ​ທີ່​ຖາ ວອນ.

ປະທານາທິບໍດີ ​ໄດ້​ພົບ​ປະກັບບັນດາ​ຜູ້ນຳ​ສູງ​ສຸດ​ສີ່​ຄົນຂອງ​ລັດຖະສະພາ ຢູ່ທີ່​ທຳນຽບ ຂາວ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ຫລັງ​ຈາກ​ນັ້ນວ່າ. “​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າ​ຮູ້​ວ່າ​ພວກ​ເຮົາ​ກຳລັງ​ຢູ່​ໃນ​ກາງ ລະດູການ​ເມືອງ ​ແລະ​ທຸກໆ​ຄົນ​ກຳລັງ​ຄິດ​ກ່ຽວ ກັບ​ການ​ເລືອກ​ຕັ້ງ ​ແຕ່່ຍັງ​ມີທຸລະ​ກິດ​ທີ່​ຈະຕ້ອງ​ໄດ້​ເຮັດ​ໃຫ້​ເສັດ​ສິ້ນ ​ແລະ​ຂ້າພະ​ເຈົ້າ​ມີ​ກຳລັງ​ໃຈ​ໃນໜ້າ​ວຽກຈຳ​ນວນ​ນຶ່ງທີ່​ສ້າງສັນ​ກຳ​ລັງ​ປະຕິບັດ​ໃຫ້​ສິ້ນ​ສຸດ​ຢູ່່​ໃນ​ປັດຈຸບັນນີ້.”

ຜູ້ນຳ​ສຽງ​ສ່ວນ​ຫລາ​ຍ​ໃນສະພາ​ສູງຂອງພັກ​ຣີີພັບບລິ​ກັນ ທ່ານ Mitch McConnell ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນສະພາ​ສູງຂອງພັກ​ເດ​ໂມ​ແຄຣັດ ທ່ານ Harry Reid ປະທານ​ສະພາ​ພັກຣີພັບ​ບລິ​ກັນ ທ່ານ Paul Ryan ​ແລະ​ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ສະພາ​ຕໍ່າຂອງ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Nancy Pelosi ໄດ້​ເດີ​ນທາ​ງ​ໄປ​ທຳນຽບຂາວ​ເພື່ອ​ພົບ​ປະ​ກັບປະທາ​ນາ​ທິບໍດີ ​ແຕ່​ໄດ້​ຫຼີກ​ລ່ຽງບັນດາ​ນັກ​ຂ່າວ​ຫລັງ​ຈາກ​ພົບ​ປະກັນ​ແລ້ວ.

ຜູ້ຊ່ວຍຄົນ​ນຶ່ງ​ຂອງ​ປະທານ​ສະພາຕ່ຳ ທ່ານ Paul Ryan ​ໄດ້​ອອກ​ຖະ​ແຫລ​ງ ການ​ວ່າ “ບັນດາ​ຜູ້ນຳ​ໄດ້​ສົນທະນາເຖິງຄວາມ​ປາດ​ຖະໜາຂອງ​ເຂົາ​ເຈົ້າ ​ເພື່ອ​ໃຫ້​ບັນລຸ​ການ​ແກ້​ໄຂ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ຮ່າງ​ງົບປະມານ​ການໃຊ້ຈ່າຍ​ລະຍະ​ສັ້ນ ຮວມ​ທັງອະນຸມັດທຶນເພື່ອ​ຮັບ​ມື​ກັບ​ເຊື້ອ​ໄວຣັສ Zika. ປະທານ​ສະພາຕ່ຳ​ໄດ້​ກ່າວເຖິງຄວາມ​ປາດ​ຖະໜາ​ຂອງ​ທ່ານ​ ເພື່ອໃຫ້​ຂັ້ນຕອນ​ໃນ​ການ​ອະນຸມັດເງິນ ​ເປັນທີ່​ຮຽບຮ້ອຍແລະທ່ານ​ໄດ້​ກ່າວຕໍ່​ບັນດາ​ຜູ້ນຳ​ວ່າ ທ່ານ​ຄັດຄ້ານ​ທີ່ຈະອະນຸມັດ​ຕໍ່​ແຜນ ການ​ໃຊ້ຈ່າຍ​ພາຍຫລັງໃນ​ປີ​ນີ້. ທ່ານ​ຍັງ​ໄດ້​ກ່າວ​ເຖິງ​ຄວາມ​ສຳຄັນ​ຂອງ​ການເບິ່ງ​ແຍງ​ທະຫານ​ຂອງ​ພວກ​ເຮົາ​ໂດຍ​ຜ່ານຂັ້ນຕອນ​ການ​ອະນຸມັດ​ງົບປະມານ.​ ​


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ