ປະທານາທິບໍດີ Barack Obama ອອກຄຳສັ່ງໃຫ້ເພີ້ມຈຳນວນກຳລັງພິເສດທີ່ພວມ ປະຕິບັດງານຢູ່ໃນຊີເຣຍຂຶ້ນຢ່າງສຳຄັນ ແລະຮຽກຮ້ອງໃຫ້ບັນດາປະເທດໃນຢູໂຣບ ເພີ້ມການປະກອບສ່ວນຂອງເຂົາເຈົ້າ ຕໍ່ແນວໂຮມທີ່ພວມຕໍ່ສູ້ກັບກຸ່ມລັດອິສລາມ.
Your browser doesn’t support HTML5
Obama to Deploy More Special Troops to Syria
ໃນຄຳປາໄສ ຢູ່ທີ່ງານສະແດງສິນຄ້າອຸດສາຫະກຳ ໃນວັນຈັນວານນີ້ ທີ່ເມືອງ Hanno- ver ປະເທດເຢຍຣະມັນ ທ່ານ Obama ກ່າວວ່າ ຈະມີກຳລັງຫຼາຍເຖິງ 250 ຄົນ ໄປຮ່ວມສົມທົບການປະຕິບັດງານຂອງທະຫານສະຫະລັດ ປະ ມານ 50 ຄົນຢູ່ໃນຊີເຣຍ.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ນັ່ງຢູ່ກັບ ປະທານາທິບໍດີ ສະຫະລັດທ່ານ Barack Obama ປະທານາທິບໍດີຝຣັງທ່ານ Francois Hollande (ຂວາ) ແລະ ນາຍົກລັດຖະມົນຕີອີຕາລີ ທ່ານ Matteo Renzi.
ປະທານາທິບໍດີ Obama ກ່າວວ່າ “ຄວາມຊຳນານຂອງເຂົາເຈົ້າແມ່ນມີຄວາມສຳຄັນທີ່ ສຸດ ໃນຂະນະທີ່ກຳລັງທະຫານທ້ອງຖິ່ນໄດ້ຂັບໄລ່ກຸ່ມລັດອິສລາມຫລື ISIL ອອກຈາກ ບັນດາເຂດທີ່ສຳຄັນ.”
ພວກປະທ້ວງພາກັນໃສ່ໜ້າກາກ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel.
ໃນຕົ້ນເດືອນນີ້ ສະຫະລັດ ໄດ້ປະກາດສົ່ງກຳລັງທະຫານເພີ້ມເຕີມ 200 ຄົນ ແລະເຮືອ ບິນເຮລິຄອບເຕີໂຈມຕີ Apache ໄປຍັງອີຣັກບ່ອນທີ່ເຂົາເຈົ້າຈະໃຫ້ ການຊ່ວຍເຫລືອ ແກ່ກຳລັງລັດຖະບານຢູ່ທີ່ນັ້ນ ຍຶດຄືນເອົາດິນແດນທີ່ກຸ່ມລັດອິສ ລາມຄວບຄຸມຢູ່.
ປະທານາທິບໍດີ Obama ກ່າວວ່າ ການກຳລັງທະຫານສະຫະລັດ ໄປເພີ້ມເຕີີມນີ້ຈະບໍ່
“ນຳໄປສູ່ການສູ້ລົບທາງພາກພື້ນດິນ ແຕ່ເຂົາເຈົ້າແມ່ນມີຄວາມຈຳເປັນ ເພື່ອສະໜອງ ການເຝິກແອບອັນສຳຄັນ ແລະໃຫ້ການຊ່ວຍເຫລືອແກ່ກຳລັງທ້ອງຖິ່ນທີ່ພວມສືບຕໍ່ຂັບ ໄລ່ກຸ່ມລັດອິສລາມຫລື ISIL ໃຫ້ລ່າຖອຍໄປນັ້ນ.”