ທ່ານ ໂອບາມາ ສັນຍາ ຈະຊ່ວຍເຫລືອ ຜູ້ເຄາະຮ້າຍ ລົມພາຍຸ ຢ່າງເຕັມທີ່ (ສະໄລດ໌ກັບວີດີໂອ)

ປະທານາທິບໍດີ Barack Obama ແລະຜູ້ປົກຄອງລັດ New Jersey ທ່ານ Chris Christie ກໍາລັງຢ້ຽມຢາມ ຜູ້ໄດ້ຮັບເຄາະຮ້າຍຈາກ ພາຍຸ Sandy.

ເມື່ອ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​
ໂອ​ບາ​ມາ ​ໄດ້​ໄປ​ຢ້ຽມຢາມລັດ New Jersey ທີ່ໄດ້​ຮັບ​ຄວາມ​
ເສ​ຍຫາຍຢ່າງ​ໜັກ ຈາກ​ລົມ​ພາຍຸ Sandy ​ເມື່ອ​ວັນ​ຈັນ​ຜ່ານ​ມາ
​ນີ້ ​ໂດຍ​ທ່ານ​ໄດ້​ບອກຜູ້​ປະ ສົບ​ໄພທັງຫຼາຍວ່າ ລັດຖະບານ​ກາງ ​
ຈະຊ່ວຍ​ໃຫ້ການ​ສະໜັບສະໜຸນພວກ​ເຂົາ​ເຈົ້າຢ່າງ​ເຕັມທີ່.

ທ່ານ​ໂອ​ບາ​ມາ ທີ່​ຕິດຕາມ​ດ້ວຍ​ທ່ານ Chris Christie ຜູ້​ປົກຄອງ​ລັດ New Jersey ​ໄດ້​ໃຫ້ການ​ຮັບປະ​ກັນ​ຕໍ່​ຊາວ​ລັດ New Jersey ຫຼາຍ ລ້ານ​ຄົນ​ທີ່​ປະສົບ​ໄພພິບັດ​ຄັ້ງ​ນີ້ ​ແລະ​ພ້ອມ​ດ້ວຍ​ ຂົງ​ເຂດ​ນະຄອນນີວຢ໊ອກນັ້ນ​ນໍາ. ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຕໍ່​ບັນດາ​ຄອບຄົວ​ທີ່ໄດ້ສູນ​ເສຍ​ຄົນ​ຮັກ​ແພງ​ຂອງ​ພວກ​ເຂົາ​ເຈົ້າ​ໄປ ​ແລະ​ໃຫ້ ​ຄໍ​າໝັ້ນ​ສັນຍາ​ວ່າ “ພວກ​ເຮົາ​ຈະ​ຕິດຕາມ​ກໍາ​ກັບ​ດູ​ແລ​ ​ແລະຫາ​ທາງ​ຊ່ວຍ​ເຫຼືອພວກ​ທ່ານ​ທຸກ​ຢ່າງ​ເພື່ອບູລະນະສ້າງສາ​ຄືນ​ໃໝ່​ໃຫ້​ໄດ້”.

ນອກ​ນີ້​ແລ້ວ ປະທານາທິບໍດີ​ໂອ​ບາ​ມາ ຍັງ​ເວົ້າ​ອີກ​ວ່າ ບັນດາ​ບໍລິສັດ​ບໍລິ ການ​ສາທາລະ
ນະ​ທັງຫຼາຍ​ໃນ​ສະຫະລັດ ນັບ​ຕັ້ງແຕ່​ລັດ​ແຄ​ລິ​ຟໍ​ເນຍ ກໍ​ຮັບ ປາກ​ວ່າ​ຈະ​ໃຫ້ການ​ຊ່ວຍ​ເຫຼືອຢ່າງ​ເຕັມທີ່. ທ່ານ​ໂອ​ບາ​ມາ ກ່າວ​ຕໍ່​ໄປ​ວ່າ ທ່ານ​ໄດ້​ມີ​ຄໍາ​ສັ່ງ​ໃຫ້​ເຮືອບິນ​ຂົນ​ສົ່ງ​ຂອງ​ກອງທັບ ນໍາ​ສົ່ງ​ອຸບປະກອນ ​ແລະ ທີ​ມງານ​ຊ່ວຍ​ກູ້​ໄພ​ຈາກ​ເຂດ​ອື່ນໆ ໄປ​ຍັງ​ຂົງ​ເຂດທີ່​ປະສົບ​ໄພ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້.

​ໃນ​ຂະນະ​ດຽວ​ກັນ ​ໂຮງພະຍາບານ​ກາງ Bellevue ທີ່​ນະຄອນ​ນີວຢ໊ອກ ຊຶ່ງ​ໃຊ້​ຈັກໄຟຟ້າ​ສຸກ​ເສີນ​ທີ່​ບໍ່​ລາບ​ລື່ນ​ດີປານ​ໃດ​ນັ້ນ ກໍໄດ້​ຍົກຍ້າຍ​ພວກ​ຄົນ​ເຈັບຫຼາຍຮ້ອຍ​ຄົນ​ເມື່ອ​ວັນ​ພຸດ​ວານ​ນີ້. ບໍ່​ເທົ່າ​ໃນ​ຊົ່ວ​ໂມງ​ກ່ອນ​ໜ້າ​ນີ້ ​ໂຮງ ພະ​ຍາ​ບານ​ໃຫຍ່ Langone ຂອງ​ມະຫາ​ວິທະຍາ​ໄລ​ນີວຢ໊ອກ ກໍ​ໄດ້​ເລິ່ມ ຍົກຍ້າຍໜີ​ເຊັ່ນ​ກັນ ​ເວລາ​ເຄຶ່ອງຈັກໄຟຟ້າສໍາຮອງ ​ກໍ​ໃຊ້​ການ​ບໍ່​ໄດ້​ນັ້ນ.

​ເມື່ອ​ວັນ​ພຸດ​ວານ​ນີ້ ໜ່ວຍທະຫານ​ຍາມ​ແຫ່ງ​ຊາດ ທີ່​ຕັ້ງ​ຢູ່​ໃກ້​ນັ້ນ ກໍ​ໄດ້​ເລີ່​ມ ຍົກຍ້າຍ​ຊາວ​ເມືອງ​ໆ Hoboken ລັດ​ນີວ​ເຈີ​ຊີ ຫຼາຍພັນ​ຄົນ ພວກ​ທີ່​ຍັງ​ຕົກຄ້າງ​ຢູ່​ໃນ​ບໍລິ​ເວນ​ນໍ້າ​ຖ້ວມ​ທີ່​ເປັນ​ພິດ ໃນ​ຕົວ​ເມືອງທີ່​ຕັ້ງຢູ່​ແຄມແມ່​ນໍ້າ Hudson.



​ໃນ​ຂະນະ​ທີ່​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຍັງ​ເຫຼືອ​ເວລາອີກ​ບໍ່​ເທົ່າ​ໃດ​ມື້​ນັ້ນ ຄູ່ ​ແຂ່ງ​ຈາກພັບ​ບລິ​ກັນ ທ່ານ ມິດ ຣອມນີ ກໍ​ອອກໂຄສະນາ​ຫາ​ສຽງ​ຢູ່​ລັດ​ຟຼໍຣິດາ ​ແລະ​ໄດ້ຂໍ​ຮ້ອງ​ໃຫ້​ພວກ​ສະໜັບສະໜຸນ​ທ່ານ ຈົ່ງ​ກະທໍາ​ໃນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າພໍ​ເຣັດ​ໄດ້​ເພື່ອ​ຊ່ວຍ​ເຫຼືອບັນ​ເທົາ​ຜູ້​ປະສົບ​ໄພ​ດັ່ງກ່າວ. ຊຶ່ງ​ທ່ານ ມິດ ຣອມນີ ກ່າວ​ໃນ​ຕອນ​ນຶ່ງ​ວ່າ:

ທ່ານຣອມນີ ກ່າວ​ວ່າ: “ຂະນະ​ນີ້​ປະຊາຊົນ​ທົ່ວ​ອະ​ເມຣິກາ ກໍາລັງ​ຮ່ວມແຮງ​ຮ່ວມ​ໃຈກັນ​ໃຫ້ການ​ສະໜັບສະໜຸນ​ໃນ​ທຸກໆ​ດ້ານ​ທີ່​ພວກ​ເຂົາ​ເຈົ້າ ສາມາດ​ຊ່ວຍເຫຼືອຜູ້​ປະສົບ​ໄພພິບັດ​ທັງຫຼາຍ​ເທົ່າ​ທີ່​ຈະ​ຊ່ວຍ​ໄດ້. ​ແລະ​ນອກ ຈາກ​ນີ້​ແລ້ວ ຖ້າ​ຫາກ​ພວກ​ທ່ານ​ມີ​ໃຈ​ສັດທາບໍລິຈາກ​ເງິນ​ຈັກ​ນຶ່ງ ຫຼືສອງ​ໂດ​ລາ ກໍ​ສົ່ງ​ໄປ​ສົມທົບ​ຊ່ວຍ​ເຫຼືອ​ພວກ​ເຂົາ​ເຈົ້າ​ໄດ້ ​ແລະພ້ອມ​ດຽວ​ກັນ​ກໍ​ຂໍ​ໃຫ້​ພວກ​ທ່ານ​ຈົ່ງ​ຄິດ​ເຖິງ​ແລະ​ວິ​ງວອນ​ໃຫ້ກໍາລັງ​ໃຈແກ່​ພວກ​ທີ່​ເຄາະ​ຮ້າຍທັງ ຫຼາຍ ​ ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ປຸ້ມລຸ​ມກັນ​ໃນ​ເວລາ​ທີ່ພວກ​ເຮົາ​ຕົກ​ຢູ່​ໃນ​ສະພາບ​ການເຊັ່ນນີ້.”

ເບິ່ງສະໄລດ໌ພາບຫລັງຖືກພາຍຸ Sandy ຖະລົ່ມ

ຊີວິດຂອງຊາວນີວຢອກ ຍັງປະສົບຄວາມຫຍຸ້ງຍາກຢູ່ ຫລັງຈາກພາຍຸແຊນດີ