ປ. ໂອບາມາ ຫ້າມສຳປະທານ ການຂຸດນ້ຳມັນ ຢູ່ບາງເຂດ ຂົ້ວໂລກເໜືອ ແລະ ແອັດແລນຕິກ

ຖານເຈາະນ້ຳມັນ Polar Pioneer ພວມຖືກແກ່ໄປຈອດ ທີ່ອ່າວ Elliott Bay ໃນນະຄອນ Seattle ເມື່ອວັນທີ 14 ພຶດສະພາ ປີ 2015.

ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ຫ້າມ​ຢ່າງ​ເປັນ​ການຖາວອນ ບໍ່​ໃຫ້​ຂຸດ​ນ້ຳມັນ​ແລະ​ແກັສທຳ​ມະ​ຊາດ ຢູ່​ໃນ​ບໍລິ​ເວນ​ສ່ວນ​ໃຫຍ່ ​ຂອງຂົ້ວໂລກ​ເໜືອ ​ແລະ​ມະຫາ​ສະໝຸດ​ແອັດ​ແລນ​ຕິກ ບໍ່​ເທົ່າ​ໃດ​ອາທິດ ກ່ອນ​ທີ່​ລັດຖະບານຊຸດ​ໃໝ່ ທີ່​ນິຍົມ​ໃຫ້​ມີ​ການ​ຂຸດ​ນ້ຳມັນ​ແລະ​ແກັສທຳ​ມະ​ຊາດເຂົ້າຮັບ​ຕຳ​ແໜ່​ງທີ່​ທຳນຽບຂາວ.

ດຳລັດ​ຂອງ​ປະທານາທິບໍດີ ຊຶ່ງ​ໄດ້​ມີ​ຂຶ້ນຮ່ວມ​ກັນ ກັບ​ການ​ເຄື່ອນ​ໄຫວ​ທີ່​ຄ້າຍຄື​ກັນ​ຂອງ​ນາຍົກລັດຖະມົນຕີການາດາ ທ່ານ Justin Trudeau ​ແມ່ນ​ມີ​ຜົນ ​ຕໍ່​ພື້ນ ທີ່ 46 ລ້ານ 5 ​ແສນ​ເຮັກຕ້າ ຂອງຂົ້ວ​ໂລກ​ເໜືອ ​ທີ່ຢູ່​ນອກ​ແຄມ​ຝັ່ງ​ ຂອງ​ລັດ​ອາລາສກ້າ ​ແລ​ະ ພື້ນທີ່ 1 ລ້ານ 5 ​ແສນ​ເຮັກ​ຕ້າຂອງ​ມະຫາ​ສະໝຸດ​ແອັດ​ແລນ​ຕິກ​ແຕ່​ເຂດ New England ​ໄປ​ຫາ​ອ່າວ Chesapeake.

ທຳນຽບຂາວ ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ໄດ້​ໃຊ້​ກົດໝາຍ​ປີ 1953 ທີ່​ປະທານາທິບໍ​ດີ​ຫລາຍ​ຄົນ​ກ່ອນ​ໜ້ານີ້​ເຄີຍ​ນຳ​ໃຊ້​ມາ​ແລ້ວເພື່ອ​ປົກ​ປ້ອງ​ທີ່​ດິນ​ໃນ​ອັນ​ທີ່​ກ່າວ​ກັນວ່າ ​ເພື່ອ​ເຫັນ​ແກ່ “ສາທາລະນະ​ປະ​ໂຫຍ​ດ” ຮວມທັງ​ເພື່ອ​ປົກ​ປ້ອງ​ຄຸ້ມ​ຄອງ​ທະ​ເລ​ແລະ​ຜູ້​ຄົນ​ຈາກ​ໄພ​ອັນຕະ ລາຍ​ທີ່​ອາດ​ເກີດ​ຂຶ້ນ​ເຊັ່ນ​ການ​ຮົ່ວ​ໄຫລ​ຂອງ​ນ້ຳມັນ.

ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່ ທ່ານ Donald Trump ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ເຮັດ​ໃຫ້​ສະຫະລັດເປັນອິດສະຫຼະຫຼາຍຂຶ້ນ​ໃນ​ດ້ານ​ພະລັງງານແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໂດຍ​ການ​ເພີ້ມການ​ຜະລິດ​ເຊື້ອ​ໄຟທີ່​ມາ​ຈາກ​ຊາກ​ພືດແລະ​ສັດ.

ທ່ານ​ໄດ້​ແຕ່ງຕັ້ງ​ໃຫ້​ທ່ານ Rex Tillerson ຫົວໜ້າ​ບໍລິຫານ​ຂອງ​ບໍລິສັດ​ນ້ຳ​ມັນທີ່​ໃຫຍ່​ທີ່​ສຸດ ExxonMobil ​ໃຫ້​ເປັນ​ລັດຖະມົນຕີີ​ການ​ຕ່າງປະ​ເທດ​ ​ແລະ​ຜູ້​ທີ່​ປະຕິ​ເສດ​ວ່າ​ ບໍ່​ມີ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ເປັນ​ຫົວໜ້າ​ພະ​ແນ​ກຍຸຕິ​ທຳຂອງ​ລັດ​ໂອກ​ຼາ​ໂຮ​ມາ ທ່ານ Scott Pruitt ​ເປັນ​ຫົວໜ້າ​ອົງການ​ຄຸ້ມ​ຄອງ​ສະພາບ​ແວດ​ລ້ອມ.

ທ່ານ Trump ຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ໃດໆ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ