ທ່ານ ໂອບາມາ ກ່າວວ່າ ພາລະຂອງ ປະທານາທິບໍດີ ບໍ່ແມ່ນການສະແດງ

ທ່ານ ໂອບາມາ (ຊ້າຍ) ຫົວມ່ວນຊື່ນກັບ ຜູ້ດຳເນີນລາຍການ Jimmy Fallon ໃນລາຍການ "The Tonight Show Starring Jimmy Fallon," ຂອງ NBC Studiosໃນນະຄອນ New York, 8 ພຶດສະພາ, 2016.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ບົດ​ບາດ​ຂອງ​ທ່ານ​ໃນ​ການ​ເລືອກ​ຕັ້ງ​ປີ​ນີ້ ​ເພື່ອ​ເລືອກ​ເອົາ​ຜູ້​ທີ່​ຈະ​ມາ​ຮັບ​ຕຳ​ແໜ່​ງ​ແທນ​ທ່ານນັ້ນ ກໍ​ແມ່ນ​ການ​ເຕືອນ​ຊາວ​ອາ​ເມຣິກັນ​ທັງຫຼາຍ​ວ່າ ໜ້າ​ທີ່​ຂ​ອງປະທາ​ນາທິບໍດີ​ ​ແມ່ນ​ພາ​ລະ​ທີ່​ໜັກໜ່ວງ ຈິງ​ຈັງ.

“ນີ້ບໍ່​ແມ່ນ​ການ​ສະ​ແດງລະຄອນ​ເຄິ່ງ​ຈິງໃນ​ລາຍການໂທລະພາບ ຫຼື Reality TV. ທ່ານ​ ​ໂອ​ບາ​ມາ ​ໄດ້​ກ່າວ​ໃນ​ການປະກົດ​ຕົວໃນ​ລາຍການ Tonight Show ຂອງຕາໜ່າງ NBC ທີ່​ຈະ​ນຳ​ອອກ​ອາກາດ​ໃນ​ວັນ​ພະຫັດ​ມື້​ນີ້. ຂ້າພະ​ເຈົ້າ​ໄດ້​ເຫັນ​ການ​ຕັດສິນ​ໃຈ​ຕ່າງໆ​ທີ່​ຈະ ຕ້ອງ ​ໄດ້​ປະຕິບັດ ​ແລະ​ພະລະ​ກິດ​ຕ່າງໆ​ທີ່​ຕ້ອງ​ໄດ້ກະທຳ ​ແລະ​ວ່າ ຂ້າພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈທີ່​ວ່າ ຖ້າ​ຫາກ​ວ່າ​ຊາວ​ອາ​ເມຣິກັນ​ທັງຫຼາຍ ຍັງ​ຈົດ​ຈຳ​ເລື້ອງ​ຫຼັກໆ​ແລະ​ບັນຫາສຳ ຄັນ ອື່ນໆ ທີ່​ວ່າ​ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ຖືກຕ້ອງ ທີ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ຕ້ອງມີ​ທາງເລືອກ​ ທີ່​ດີ.”

ທ່ານ​ໂອ​ບາ​ມາ ສ່ວນ​ໃຫຍ່​ແມ່ນ​ໄດ້​ຢູ່ຫ່າງໆ​ ຈາກ​ຂັ້ນ​ຕອນ​ການ​ເລືອກ​ຕັ້ງ ມາຈົນ​ເທົ່າ​ເຖິງ​ປະ ຈຸ​ບັນ​ນີ້ ​ໃນ​ຂະນະ​ທີ່​ຜູ້​ມີ​ສິດ​ປ່ອນ​ບັດໄດ້​ເລືອກ​ເອົາ​ຕົວ​ແທນ​ເພື່ອ​ລົງ​ສະໝັກຂອງ​ພວກ​ເຂົາ​ເຈົ້າ​ ຈາກ​ພັກ Democrat ຂອງ​ທ່ານ​ ແລະພັກ Republican ທີ່​ເປັນ​ຄູ່​ແຂ່ງ. ​ແຕ່​ວ່າ ປະ​ຈຸບັນ​ນີ້ທ່ານນາງ Hillary Clinton ​ແລະ​ທ່ານ Donald Trump ຈະ​ປະ​ເຊີນ​ໜ້າ​ກັນ​ໃນ​ເດືອນ​ພະ ຈິກ​ ຈຶ່ງມີ​ການ​ຄາດ​ຫວັງ​ວ່າ ປະທານາທິບໍດີ ຈະ​ຊຸກຍູ້​ໃຫ້ພັກ Democrat ຢູ່ໃນທຳ​ນຽບຂາວ​ຕໍ່​ໄປ ເປັນ​ສະ​ໄໝ​ທີ 3.

ທ່ານ​ ​ໂອ​ບາ​ມາ ​ໄດ້​ກ່າວ​ຕໍ່​ຜູ້​ຈັດລາຍການ Tonight Show ​ທ່ານ Jimmy Fallon ວ່າ ທ່ານ​ໄດ້​ໂອ້​ລົມ​ກັບ​ທ່ານ​ນາງ Clinton ​ແລະ​ຂູ່​ແຂ່ງ​ຄົນ​ສຳຄັນ​ຂອງ​ທ່ານ​ນາງໃນການ​ສະ​ເໜີ ໃຫ້​ເປັນ​ຕົວ​ແທນ​ຂອງພັກ Democrat ທ່ານ Bernie Sanders ​ຕະຫຼອດ​ຂັ້ນ​ຕອນການດຳ​ເນີນ​ງານ​ຂອງການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ ແລະ​ໃຫ້​ຄຳ​ແນະນຳ. ທ່ານ​ໄດ້​ກ່າວ​ວ່າ ບໍ່​ເປັນ​ສິ່ງ​ທີ່​ແປກ​ຫຍັງ​ທີ່​ວ່າ ທ່ານ​ຍັງ​ບໍ່​ໄດ້​ໂອ້​ລົມ​ສົນທະນາ​ໃດ​ໆ​ກັບ​ທ່ານ Trump ​ເລີຍ.

​ໃນ​ລະຫວ່າງ​ການໂຄສະນາ​ຫາ​ສຽງຢູ່​ນັ້ນ ທ່ານ Trump ​ໄດ້​ຕຳ​ນິຕິ​ຕຽນ ຊ້ຳ​ແລ້ວ ຊ້ຳ​ອີກ ຕໍ່​ບົດບາດ​ການ​ເປັນ​ປະທານາທິບໍດີ​ຂອງທ່ານ​ໂອ​ບາ​ມາ ​ແລະ​ໄດ້​ກ່າວ​ວ່າ ຖ້າ​ຫາກ​ວ່າ ທ່ານນາງ Clinton ​ໄດ້ຖືກຮັບ​ເລືອກ​ແລ້ວ ກໍ​ເທົ່າ​ກັບ​ວ່າ ມັນ​ກໍ​ມີ​ແຕ່​ຈະ​ເປັນ​ການ​ສືບ​ຕໍ່ ​ນະ​ໂຍບາຍ​ແບບ​ດຽວ​ກັນ​ນີ້ຕໍ່​ໄປ.

ທ່ານ​ໂອ​ບາ​ມາ ​ໄດ້​ເວົ້າແບບ​ຕະລົກ​ຂົບ​ຂັນ​ວ່າ ຜູ້​ຄົນ​ທີ່​ສັງກັດພັກ Democrat ນັ້ນ​ແມ່ນ​ມີ​ຄວາມດີ​ໃຈ​ທີ່​ວ່າ ການເລືອກ​ຕັ້ງ​ຂັ້ນ​ຕົ້ນຂອງພັກ Republican ​ໄດ້​ຄັດ​ເລືອກ​ເອົາ​ທ່ານ Trump ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພັກ​ ​ແຕ່​ວ່າ​ທ່ານ​ຍັງ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ໂດຍ​ກ່າວ​ວ່າ ປະ​ເທດ​ຊາດ​ຈະ​ປະຕິບັດ​ພາລະກິດ​ທີ່​ດີ​ທີ່​ສຸດນັ້ນ ແມ່ນ​ວ່າທັງ​ສອງ​ພັກການ ​ເມືອງ​ຈະ​ຕ້ອງ “​ຈິງ​ໃຈ ​ແລະ​ພະຍາຍາມແກ້​ໄຂ​ບັນຫາ​ຢ່າງຈິງ​ຈັງ.”

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ