ສະຫະລັດຊົມເຊີຍໂປແລນ ວ່າເປັນປະຊາທິປະໄຕ ໂຕຢ່າງ

  • ໄພສານ ວໍຣະຈັກ

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ແລະນາຍົກລັດຖະມົນຕີໂປແລນ ທ່ານ Donald Tusk ຈັບມືກັນ ໃນລະຫວ່າງທີ່ຖະແຫຼງຂ່າວຮ່ວມກັນ ທີ່ກຸງວໍຊິງ (28 ພຶດສະພາ 2011)

ໃນວັນເສົາມື້ນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກໂອ
ບາມາໄດ້ກ່າວຊົມເຊີຍບົດບາດຂອງໂປແລນທີ່ເປັນໂຕຢ່າງ
ໃນການພັດທະນາສ້າງສາປະເທດໃຫ້ຈະເລີນກ້າວໜ້າແລະ
ປະຕິຮູບປະຊາທິປະໄຕຢູ່ໃນຂົງເຂດແລະໃນທົ່ວໂລກ.

ປະທານາທິບໍດີໂອບາມາໃຫ້ຄວາມເຫັນດັ່ງກ່າວ ຄຽງຂ້າງ
ປະທານາທິບໍດີໂປແລນທ່ານ Bronislaw Komorowski
ໃນຕອນທ້າຍຂອງການຢ້ຽມຢາມໂປແລນເປັນເວລາສອງມື້.
ການຢ້ຽມຢາມທີ່ວ່ານີ້ ແມ່ນເປັນການມ້ວນທ້າຍ ການຢ້ຽມ
ຢາມຢູໂຣບເປັນເວລາ 6 ມື້ຂອງປະທານາທິບໍດີສະຫະລັດ.

ໃນການກ່າວຢ້ອນຄືນໄປເຖິງຂະບວນການສາມັກຄີ Solidarity ຂອງໂປແລນໃນຊຸມປີ
1980 ທີ່ໄດ້ໂຄ່ນລົ້ມການປົກຄອງຂອງໂຊວຽດນັ້ນ ທ່ານໂອບາມາເວົ້າວ່າມັນເປັນເວລາ
ທີ່ຄົນທຳມະດາສາມັນໄດ້ພາກັນລຸກຂຶ້ນ ແລະດຳເນີນການເປັນພິເສດ ດ້ວຍຄວາມພິລາດ
ອາດຫານອັນຍິ່ງໃຫຍ່ຕໍ່ຕ້ານກັບຄວາມເປັນຕໍ່ອັນໃຫຍ່ຫຼວງ.

ຜູ້ນຳຂອງສະຫະລັດໄດ້ປຽບທຽບລະຫວ່າງການດຳເນີນການຂອງໂປແລນເມື່ອ 3 ທົດສະ
ວັດກ່ອນກັບອັນທີ່ເອີ້ນວ່າການລຸກຮືຂຶ້ນໃນລະດູບານໃໝ່ຂອງຊາວອາຣັບໃນເຂດພາກເໜືອ
ຂອງທະວີບອາຟຣິກາແລະພາກຕາເວັນອອກກາງໂດຍຮຽກຮ້ອງໃຫ້ຢູ່ໃນຄວາມສະຫງົບໃນ
ຂະນະທີ່ປະເທດເຫຼົ່ານັ້ນຫັນປ່ຽນໄປສູ່ປະຊາທິປະໄຕ.

ທ່ານໂອບາມາເວົ້າວ່ານອກນັ້ນທ່ານຍັງໄດ້ສົນທະນາຫາລືກັບປະທານາທິບໍດີ Komorow-
ski ກ່ຽວກັບຂັ້ນຕອນການອອກວີຊ່າ ຂອງປະເທດທັງສອງ. ວໍຊໍໄດ້ຮຽກຮ້ອງໃຫ້ຍົກເລີກ
ການຂໍວີຊ່າສຳລັບພວກນັກທ່ອງທ່ຽວທີ່ຈະເດີນທາງມາຍັງສະຫະລັດ.