ປ.ໂອບາມາ ສັນຍາ ຈະຮ່ວມມື ແບບລົງເລິກ ກວ່າເກົ່າ ກັບ ມາເລເຊຍ (ສະໄລດ໌/ວີດີໂອ)

ປະທານາທິບໍດີ ບາຣັກ ໂອບາມາ ພວມຖະແຫຼງ ໃນລະຫວ່າງ ການພົບປະກັບພວກນັກສຶກສາ ທີ່ມະຫາວິທະຍາໄລມາລາຢາ ທີ່ນະຄອນຫຼວງກົວລາລຳເປີ (27 ເມສາ 2014)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ເຈລະຈາ
ຫາລືກັບນາຍົກ ລັດຖະມົນຕີມາເລເຊຍ ໃນການຢຸດແວ່ບ່ອນທີ
3 ຂອງການຢ້ຽມຢາມ 4 ປະ ເທດໃນເຂດເອເຊຍ ຊຶ່ງເປັນການ
ຢ້ຽມຢາມມາເລເຊຍເທື່ອທຳອິດຂອງປະທານາທິບໍດີສະຫະລັດ
ທີ່ຍັງດຳລົງຕຳແໜ່ງຢູ່ ໃນຮອບເກືອບ 5 ທົດສະວັດ.

ໃນການຖະແຫຼງຂ່າວຮ່ວມກັນໃນວັນອາທິດມື້ນີ້ນາຍົກລັດຖະ
ມົນຕີ Najib Ra-za ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່
ຊາວອາເມຣິກັນ ທີ່ຊ່ວຍ ໃນການຊອກຄົ້ນຫາ ຖ້ຽວບິນ 370
ຂອງມາເລເຊຍທີ່ຫາຍສາບສູນໄປນັ້ນ. ທ່ານໂອບາມາໄດ້ໃຫ້
ຄຳໝັ້ນສັນຍາ ທີ່ຈະສືບຕໍ່ສະໜອງທຸກການຊ່ວຍເຫຼືອທີ່ເປັນ
ໄປໄດ້ໃນການ ຊອກຄົ້ນຫາເຮືອບິນໂດຍສານມາເລເຊຍ ທີ່ຫາຍສາບສູນໄປໄດ້ 7 ອາທິດ ແລ້ວນັ້ນ.

Your browser doesn’t support HTML5

OBAMA ASIA VOSOT


ພວກຜູ້ນຳທັງສອງກ່າວວ່າ ຕົນໄດ້ຕົກລົງ ທີ່ຈະຍົກລະດັບ ຄວາມສຳພັນຂັ້ນສູງ ຂຶ້ນເປັນ
“ພາຄີຮອບດ້ານ” ແລະຈະຮ່ວມມືກັນ ກ່ຽວກັບຂໍ້ຕົກລົງການຄ້າພາຄີຂ້າມມະຫາສະມຸດ
ປາຊີຟິກ ທີ່ເອີ້ນຫຍໍ້ວ່າ TPP ແລະຂໍ້ລິເລີ້ມ ວ່າດ້ວຍຄວາມ ປອດໄພໃນການແຜ່ຜາຍ
ນິວເຄລຍ ຊຶ່ງທັງສອງເລື່ອງນີ້ມາເລເຊຍເຄີຍຄັດຄ້ານ ໃນອະດີດຜ່ານມາ.

ເວລາມີການຖາມກ່ຽວກັບປະຫວັດການເຄົາລົບນັບຖືສິດທິມະນຸດຂອງມາເລເຊຍ ນັ້ນ
ທ່ານໂອບາມາເວົ້າວ່າ ປະເທດດັ່ງກ່າວ ໄດ້ສ້າງຄວາມຄືບໜ້າ ກ່ຽວກັບເລື່ອງສິດທິ
ມະນຸດ ແຕ່ຍັງມີອີກບາງສິ່ງບາງຢ່າງທີ່ຈະຕ້ອງໄດ້ດຳເນີນການ. ທ່ານກ່າວ ຕື່ມວ່າ
ສະຫະລັດເອງກໍຍັງມີເລື່ອງດັ່ງກ່າວຄືກັນ.

Your browser doesn’t support HTML5

In Malaysia, Obama Emphasizes Strong Ties with Longtime Regional Partner


ປະທານາທິບໍດີໂອບາມາ ໄດ້ໄປຮ່ວມງານລ້ຽງຮັບຮອງອາຫານຄ່ຳ ທີ່ຈັດຂຶ້ນເປັນກຽດ
ໃຫ້ແກ່ທ່ານ ທີ່ນະຄອນກົວລາລຳເປີ. ກະສັດ Abdul Halim ແຫ່ງມາເລ ເຊຍກ່າວ
ໃນການດື່ມອວຍພອນໃຫ້ ທ່ານໂອບາມາ ວ່າ ມາເລເຊຍຂໍຂອບອົກຂອບ ໃຈຕໍ່ການ
ໃຫ້ຄວາມສະໜັບສະໜຸນອັນແນ່ວແນ່ ແລະການຮ່ວມມືຈາກສະຫະລັດໃນການຊອກ
ຄົ້ນຫາເຮືອບິນໂດຍສານມາເລເຊຍ ທີ່ຫາຍສາບສູນໄປ ແລະນອກນັ້ນຍັງໄດ້ກ່າວ
ຊົມເຊີຍຄວາມສຳພັນອັນເຂັ້ມແຂງ ທາງດ້ານເສດຖະກິດ ລະຫວ່າງປະເທດທັງສອງ ໂດຍເວົ້າວ່າ ການຮ່ວມມືດັ່ງກ່າວນີ້ຈະຊ່ວຍມາເລເຊຍ ບັນລຸຖານະການເປັນປະເທດທີ່ຈະເລີນແລ້ວ.

ນີ້ແມ່ນການເດີນທາງໄປຢ້ຽມຢາມເອເຊຍ ຄັ້ງທີ 5 ຂອງທ່ານໂອບາມາ ນັບຕັ້ງແຕ່ໄດ້
ເຂົ້າຮັບຕຳແໜ່ງໃນປີ 2009. ທ່ານໄດ້ໃຫ້ຄຳໝັ້ນສັນຍາທີ່ຈະເຮັດໃຫ້ຂົງ ເຂດປາຊີຟິກ
ເປັນບູລິມະສິດ ທີ່ມີຄວາມສຳຄັນເພີ້ມຂຶ້ນທັງທາງດ້ານເສດຖະກິດ ການທູດແລະທະຫານ
ສຳລັບສະຫະລັດ.

ປ. ໂອບາມາ ຢ້ຽມຢາມ ເອເຊຍ