ປ. ໂອບາມາ ອອກດຳລັດ ຫ້າມຄ້າຂາຍ ກັບເຂດ Crimea ຍ້ອນຣັດເຊຍ ຍຶດຄອງ

ທະຫານມາຣິນ ຣັດເຊຍ ຮ່ວມເດີນສວນສະໜາມ ລະຫວ່າງການ ສະຫລອງວັນພັກ ຢູ່ເມືອງທ່າ Sevastopol.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້ຫ້າມ
ທຳການຄ້າ​ໃນ​ຂອບເຂດທີ່ກວ້າງຂວາງກັບແຫລມ​ Crimea
ທີ່​ຣັດເຊຍໄດ້ປະກາດຮວມເອົາ ເປັນ​ດິນ​ແດນ​ຂອງ​ຕົນ ໂດຍ​
ອອກດຳລັດ​ຫ້າມ​ການ​ສົ່ງ​ອອກສິນຄ້າ ທີ່​ສຳຄັນໆ​ ​ແລະ​ການ
​ບໍ​ລິ​ການຕ່າງໆຂອງສະຫະລັດ​ແລ​ະກໍຫ້າມບໍ່ໃຫ້ມີການນຳເຂົ້າ
ສິນຄ້າ ຈາກແຫຼມ Crimea.

ຖະ​ແຫລ​ງການສະ​ບັບນຶ່ງ​ຂອງທຳນຽບຂາວ ​ໃນ​ວັນ​ສຸກ​ວານ​
ນີ້ ກ່າວ​ວ່າ ດຳລັດນີ້ມີ “ຈຸດປະສົງ​ທີ່​ຈະໃຫ້ຄວາມກະຈ່າງແຈ້ງ
​ແກ່ບໍລິສັດ​ຂອງສະຫະລັດ ທີ່​ທຳ​ທຸລະ​ກິດ​ຢູ່​ໃນ​ຂົງ​ເຂດ.” ດຳ
ລັດຍັງ​ກ່າວ​ວ່າ ​ມັນມີຈຸດໝາຍແນໃສ່​ເພື່ອ​ສະ​ແດງໃຫ້​ເຫັນ​ວ່າ
ວໍ​ຊິງ​ຕັນ “ຈະ​ບໍ່​ຮັບ​ເອົາ​ການ​ຍຶດຄອງ ຂອງຣັດ​ເຊຍ” ຢູ່ທີ່ແຫລມ Crimea.

ການ​ຫ້າມ​ດັ່ງກ່າວ ແມ່ນຮວມທັງການລົງ​ໂທດຕໍ່​ 24 ສ່ວນ​ບຸກຄົນ ​ແລະ​ບັນດາ​ບໍລິສັດ
ຕ່າງໆ​ທີ່​ລະບຸ​ວ່າ ​ມີສ່ວນເຮັດໃຫ້ເກີດຄວາມບໍ່​ສະຫງົບ​ ຢູ່ໃນ​ພາກ​ຕາ​ເວັນ​ອອກຂອງ
ຢູ​ເຄຣນ. ສະພາຣັດ​ເຊຍ ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ເດືອນ​ເມສາ ທີ່​ຜ່ານ​ມາ ເພື່ອຮວມເອົາ
​ຂົງ​ເຂດດັ່ງກ່າວເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ ​ເຖິງ​ແມ່ນ​ວ່າ ໄດ້ມີ​ການ​ປະ​ທ້ວງຈາກ
ສະຫະພາບຢູໂຣບ ​ແລະ​ວໍຊິງ​ຕັນກໍຕາມ.

ການເອົາມາດ​ຕະການຂອງສະຫະລັດ ໄດ້ມີຂຶ້ນຫລັງຈາກມີ​ການ​ເຄື່ອນ​ໄຫວ​ທີ່​ຄ້າຍຄື​ກັນ
​ໃນ​ອາທິດ​ນີ້ ​ໂດຍສະຫະພາບ​ຢູ​ໂຣບ ​ແລະ​ກາ​ນາ​ດາ.

ປະທານາທິບໍດີ Obama ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ​ໄດ້​ລົງ​ນາມໃນ​ຮ່າງກົດໝາຍ ສະບັບ
ນຶ່ງ ອະນຸຍາດ​ໃຫ້ມີການ​ລົງ​ໂທດເພີ້​ມ​ເຕີມຕໍ່ມົສກູທີ່ໄດ້ໃຫ້ການສະໜັບສະໜຸນ ຕໍ່ພວກ
​ກະບົດແບ່ງ​ແຍກ​ດິນ​ແດນນິຍົມຣັດ​ເຊຍ ​ຢູ່ໃນພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄຣນ.

Your browser doesn’t support HTML5

US UKRAINE CNPK