ປ. ໂອບາມາ ແຕ່ງຕັ້ງ ລມຕ ປ້ອງກັນປະເທດ ແລະຫົວໜ້າ ຊີໄອເອ (ວີດີໂອ)

ທ່ານ Barack Obama (ກາງ) ແຕ່ງຕັ້ງທ່ານ Chuck Hagel (ຂວາ) ເປັນລັດຖະມົນຕີປ້ອງກັນປະເທດ ແລະ ທ່ານ John Brennan (ຊ້າຍ) ເປັນຫົວໜ້າສືບລັບ

ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ຕັດສິນ​
ໃຈຂັ້ນ​ສຸດ​ທ້າຍກ່ຽວກັບ​ທີ​ມງານດ້ານ​ຄວາມ​ປ​ອດ​ໄພ​ແຫ່ງ​ຊາດ
​ສຳລັບ​ສະ​ໄໝ​ທີ​ສອງ​ຂອງ​ທ່ານ​ໂດຍຮຽກຮ້ອງ​ໃຫ້​ສະພາ​ສູງ
“ຈົ່ງ​ເຄື່ອນໄຫວ​ຢ່າງ​ວ່ອງ​ ໄວ” ​ແລະໃຫ້ການ​ອະນຸມັດ​ຕໍ່​ການ​ຄັດ
ເລື​ອກຂອງ​ທ່ານ​ເພື່ອ​ມາເປັນ​ຜູ້​ນໍາ ພາ​ກະຊວງ​ປ້ອງ​ກັນ​ປະ​ເທດ ​
ແລະ​ອົງການ​ສືບ​ລັບ​ຊີ​ໄອ​ເອ.

ທ່ານ Obama ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້ແຕ່​ງຕັ້ງ​ໃຫ້ອະດີດ​ສະມາ
ຊິກ​ສະພາ​ສູງ ສັງກັດພັກ​ຣີ​ພັບ​ບລິ​ກັນ ທ່ານ Chuck Hagel
ຈາກລັດNebraska​ ​ໃນ​ພາ​ກກາງຂອງ​ສະຫະລັດ ເປັນລັດຖະ
ມົນຕີກະຊວງປ້ອງ​ກັນ​ປະ​ເທດຄົນ​ຕໍ່​ໄປ ​ແລະ​ທີ່​ປຶກສາ​ດ້ານຕໍ່
ຕ້ານ​ການກໍ່​ການ​ຮ້າຍ ທ່ານ John Brennan ​ເປັນ​ຫົວໜ້າ
ອົງການ​ສືບ​ລັບຊີ​ໄອ​ເອ.

ປະທານາທິບໍດີ ຮ້ອງ​ທ່ານ Hagel ວ່າ “​ເປັນ​ຜູ້​ນໍາ​ ທີ່​ກອງ​ທັບ​ຂອງ​ພວກ​ເຮົາ​ຄວນ​ຈະ​ໄດ້​ຮັບ.” ນອກ​ນັ້ນ ທ່ານຍັງ​ກ່າວ​ອີກ​ວ່າ ອ​ະດີດສະສະມາຊິກ​ສະພາ​ສູງຈາກ​ລັດ Nebraska ທ່ານ​ນີ້ ຍັງ​ເປັນ​ຜູ້ຕາງໜ້າ “ປະ​ເພນີການ​ຮ່ວມ​ມື​ຈາກ​ທັງ​ສອງ​ພັກ​ການ​ເມືອງ ທີ່​ພວກ​ເຮົາ​ຕ້ອງການ​ຫລາຍ​ຂື້ນ​ທີ່ວໍ​ຊິງ​ຕັນ.”

ທ່ານ Obama ໄດ້ກ່າວສັນລະ​ເສີນທ່ານ Brennan ​ໃນ​ການ​ເປັນ​ຜູ້ ນຳ​ພາ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຕໍ່ຕ້ານພວກ​ກໍ່​ການ​ຮ້າຍ al-Qaida ​ໃນ​ຂະນະ​ທີ່​ຍັງມີ​ຄວາມ​ໝາຍ​ໝັ້ນ
ຕໍ່ “ຄຸນ​ຄ່າ​ທີ່ບົ່ງ​ບອກວ່າເຮົາເປັນ ຊາວອາ​ເມຣິກັນ.”

ທັງ​ທ່ານ Hagel ​ແລະທ່ານ Brennan ຈະ​ຕ້ອງ​ໄດ້​ຮັບ​ການ​ຢືນຢັນ ຈາກສະພາ​ສູງສະ
ຫະລັດ​ ບ່ອນ​ທີ່​ບັນດາ​ສະມາຊິກ​ສະພາ​ສູງ ບາງ​ທ່ານ​ໄດ້​ພາກັນ​ສະ​ແດງ​ຄວາມ​ເຫັນ​ຄັດ
ຄ້ານ​ອອກມາ​ແລ້ວ.