ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປົກປ້ອງນະໂຍບາຍຂອງສະຫະລັດກ່ຽວກັບອິຣ່ານ
ໂດຍກ່າວວ່າ ເວລານີ້ເຕຫະຣ່ານກໍາລັງປະເຊີນກັບການລົງໂທດທີ່ຮຸນແຮງຢ່າງບໍ່ເຄີຍມີມາ
ກ່ອນ ແລະບັດນີ້ ລັດຖະບານອິຣ່ານໄດ້ ຖືກໂດດດ່ຽວໄປແລ້ວ.
ໃນກອງປະຊຸມໃຫ້ສໍາພາດຂ່າວທີ່ທໍານຽບຂາວເມື່ອວັນອັງຄານວານນີ້ ທ່ານໂອບາມາໄດ້
ເນັ້ນຍໍ້າວ່າ ເຈົ້າໜ້າທີ່ສືບລັບຂອງສະຫະລັດແລະອີສຣາແອລຄິດວ່າ ຄວາມເຄັ່ງຕຶງກັບອິ
ຣ່ານນັ້ນ ຍັງສາມາດແກ້ໄຂໄດ້ໂດຍທາງການທູດຢູ່.
ທ່ານໂອບາມາຍັງໄດ້ກ່າວອີກວ່າ ພວກຜູ້ນໍາໂລກຈະບໍ່ປ່ອຍໃຫ້ອິຣ່ານມີອາວຸດນີວເຄລຍ.
ກ່ຽວກັບການສັນນິຖານກັນທີ່ວ່າ ອີສຣາແອລອາດໂຈມຕີສະຖານນີວເຄລຍຕ່າງໆຂອງ
ອິຣ່ານນັ້ນ ປະທານາທິບໍດີໂອບາມາກ່າວວ່າ ອີສຣາແອລເປັນປະເທດອະທິປະໄຕ ທີ່ຈະ
ຕ້ອງເປັນຜູ້ຕັດສິນໃຈເອງ ກ່ຽວກັບວິທີທາງຮັກສາຄວາມໝັ້ນຄົງຂອງປະເທດຊາດຂອງຕົນ.
ທ່ານໂອບາມາ ກ່າວອີກວ່າ ທ່ານຮູ້ດີກ່ຽວກັບເຫດການຕ່າງໆໃນປະວັດສາດ ທີ່ພວກຜູ້
ນໍາອີສຣາແອລ ຈະຕ້ອງພິຈາລະນາຊັ່ງຊາ ເວລາພວກເຂົາເຈົ້າຄິດເຖິງໄພຂົ່ມຂູ່ ທີ່ອາດເປັນ
ໄປໄດ້ ຕໍ່ປະເທດຊາດຂອງພວກເຂົາເຈົ້ານັ້ນ.
http://www.voanews.com/templates/widgetDisplay.html?id=141692473&player=article
ນອກນີ້ແລ້ວ ທ່ານໂອບາມາຍັງເວົ້າອີກວ່າ ທ່ານບໍ່ຄາດໝາຍວ່າຈະມີຄວາມກ້າວໜ້າໃດໆ
ໃນການພົບປະກັນເທື່ອທໍາອິດກັບອິຣ່ານ ເວລາປະຊາຄົມໂລກ ຮື້ຟື້ນການເຈລະຈາຄືນໃໝ່
ກ່ຽວກັບໂຄງການປະລະມະນູຂອງອິຣ່ານນັ້ນ. ໃນວັນອັງຄານວານນີ້ ກ່ອນໜ້າທ່ານໂອ
ບາມາໃຫ້ສໍາພາດຂ່າວນັ້ນ ກຸ່ມທີ່ເອີ້ນກັນວ່າ P5 ບວກນຶ່ງກໍຄືກຸ່ມຫ້າປະເທດສະມາຊິກຖາ
ວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ບວກກັບ ເຢຍຣະມັນນັ້ນ ໄດ້ສະເໜີທີ່ຈະ
ກັບຄືນໄປເຈລະຈາກັນໃໝ່ກັບອິຣ່ານ ຫລັງຈາກທີ່ໄດ້ຍຢຸດຊະງັກມາດົນນານແລ້ວນັ້ນ.