ລາຍງານຄວາມໝັ້ນຄົງແຫ່ງຊາດ ເປັນກົດໝາຍບັງຄັບໃຫ້ບັນດາຜູ້ສະໝັກປະທານາທິບໍດີ ຊາບ

ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ແລະທ່ານ Donald Trump.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ທີ່​ຈະຕ້ອງ​ລາຍ​ງານຄວາມ​ໝັ້ນຄົງ​ຂອງປະ​ເທດ ​ຕາມບົດ​ກົດໝາຍ ທີ່​ບັນ​ຢັດ​ໄວ້ ຊຶ່ງ​ຮ່ວມ​ທັງ​
ຂໍ້​ມູນ​ລັບທີ່​ບໍ່​ໄດ້​ເປີດ​ເຜີຍຕໍ່​ສາທາລະນະ ​ຫຼື​ແມ່ນ​ແຕ່ ຕໍ່ບັນດາ​ຜູ້​ສະໝັກ​ປະທານາທິບໍດີ ທັງຫຼາຍ.

ຊຶ່ງນີ້​ຮວມທັງ​ທ່ານ​ນາງ Hillary Clinton ສັງກັດ​ພັກ​ເດ​ໂມ​ແຄຣັດ ​ແລະ​ທ່ານ Donald Trump ສັງກັດ​ພັກຣີພພັບ​ບລິ​ກັນ ຜູ້​ທີ່​ປະທານ​າທິບໍດີ Obama ​ໄດ້​ກ່າວ​ວ່າ ທ່ານ​ບໍ່​ເໝາະ​ສົມ​ໃນ​ການ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ.

​ໃນ​ຊ່ວງ​ປີຜ່ານ​ມາ​ນີ້​ຂອງ​ການ​ໂຄສະນາ​ຫາ​ສຽງ​ດ້ານ​ການ​ເມືອງ ທ່ານ Trump ​ໄດ້​ກາຍ​ມາ​ເປັນ​ທີ່​ຮູ້​ກັນ ​ໃນ​ຖານະ​ທີ່​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຕໍ່​ສາ​ທະ​ລະນະ ​ຜູ້ຊຶ່ງມີ​ຢູ່​ເລື້ອຍໆ ທີ່​ວ່າ ທ່ານມັກ​ຈະ​ຂຶ້ນ​ກ່າວຄຳ​ປາ​ໄສ ​ທີ່ບໍ່​ຫົວຊາ​ຕໍ່​ການ​ກະກຽມ​ຂໍ້ຂຽນ​ ​ລ່ວງ​ໜ້າ​ໄວ້​ນັ້ນ ທ່ານ​ກັບ​ຂຶ້ນກ່າວ​ແລະ​ໃຫ້​ຄວາມ​ເຫັນແບບ​ຕໍ່​ເນື່ອງ ທີ່​ບາງ​ຄັ້ງ​ຕົງ​ເກີ​ນໄປ​ແບບບໍ່​ປົກກະຕິ ຫຼື​ບໍ່ຕຳ​ນິຕິ​ຕຽນ ບັນດາອາ​ເມຣິກັນຄົນ​ສຳຄັນ ຕໍ່​ສາ​ທະ​ລະນະ ທ່ານ​ອື່ນ​ໆ ຊຶ່ງນັ້ນ​ໄດ້​ເຮັດໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ເປັນ​ໃຈ​ແກ່​ຜູ້​ຄົນຈຳນວນ1/4 ​ກ່ຽວ​ກັບ​ວ່າ ທ່ານ Trump ​ໄດ້​ກຳກັບ​ຂໍ້​ມູນ​ທີ່ີ​ໄດ້​ຮັບ​ມາ​ຈາກ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ພວກທະຫານຜ່ານເສິກສະຫະລັດ (ຈາກຂວາໄປຊ້າຍ) ທ່ານ Perry O'Brien, Claude Copeland ແລະ Julio Torres ປະທ້ວງຢູ່ນອກ ຫ້ອງການຜູ້ສະໜັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump ທີ່ Trump Tower ໃນນະຄອນ New York.

ປະທານາທິບໍດີ Obama ​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ທຳນຽບຫ້າ​ແຈໃນ​ວັນ​ພະຫັດ​ວານ​ນີ້ວ່າ “ຖ້າ​ຫາກພວກ​ເຂົາ​ເຈົ້າ​ຢາກ​ເປັນ​ປະທານ​າທິບໍດີ ​ພວກເຂົາ​ເຈົ້າ​ຕ້ອງເລີ້ມປະພຶດ ​ດັ່ງ​ປະທານາທິບໍດີ ນັ້ນ​ໝາຍ​ຄວາມ​ວ່າ ສາມາດຮັບລາຍ​ງານທັງຫຼາຍ​ເຫລົ່ານີ້ ​ແລະ​ບໍ່​ເຜີ​ຍ​ແຜ່​ອອກ​ໄປ."

ທ່ານ Obama ຍັງ​ໄດ້ກ່າວ​ວ່າ ​ເຫດຜົນ​ສຳຄັນສຳ​ຫຼັບ​ລາຍ​ງານ​ຕໍ່​ບັນດາ​ຜູ້​ສະໝັກ ກໍ​ເພື່ອ​ຄໍ້າປະກັນ​ວ່າ​ປະທານາທິບໍ​ດີ​ທີ່​ຈະຖືກ​ເລືອກ​ຄົນ​ໃໝ່ ບໍ່​ວ່າ​ຈະ​ເປັນ ​ເດ​ໂມ​ແຄຣັດ ຫລືຣີພັບ​ບລິກກັນ ຈະ​ບໍ່​ກ້າວ​ເຂົ້າ​ມາ​ຮັບ​ໜ້າ​ທີ່​ໂດຍ​ທີ່​ບໍ່​ມີ​ການ​ກະກຽມ.

ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ຈັບກາລະວັດ ຂອງບໍລິສັດທ່ານ Trump ທີ່ເຮັດຢູ່ປະເທດຈີນ.

ໃນ​ຂະ​ນະ​ດຽວ​ກັນ​ທ່ານ Trump ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່ສະຖານ​ທີ່​ເຕົ້າ​ໂຮມ​ໂຄສະ​ນາ​ຫາສຽງ​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ກັບ​ການ​ເລືອກ​ຕັ້ງ​ສະຫະລັດ ​ໃນ​ເດືອນ​ພະຈິກທີ່ຈະມາ​ເຖິງ​ນີ້ ວ່າ ​ຈະ​ມີ​ການ “ສໍ້​ໂກງ” ຕໍ່​ທ່ານ ຊຶ່ງປະທານາທິບໍດີ Obama ​ໄດ້ປະຕິ​ເສດ​ຕໍ່​ການກ່າວ ​ອ້າງ​ດັ່ງກ່າວ​ຂອງ​ວັນ​ພະຫັດ​ວານ​ນີ້​ວ່າ “​ເປັນ​ເລື້ອງ​ທີ່​ບໍ່​ໜ້າ​ເຊື່ອ.”

ໃນເຫດການອື່ນ ອີກ​ອັນ​ນຶ່ງ​ ກຸ່ມ​ບັນດາ​ທະຫານ​ຜ່ານ​ເສິກ​ສະຫະລັດ​ກຸ່ມ​ນຶ່ງ ​ໄດ້​ນຳ​ສົ່ງ​ຄຳ​ຮ້ອງ​ຂໍ​ໄປ​ຍັງ​ຊະ​ມາ​ຊິກ​ສະພາ​ສູງ​ທ່ານ John McCain ​ແລະ​ບັນດາ​ຜູ້ນຳ​ພັກຣີພັບ​ບລິ​ກັນ​ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ​ໃນ​ວັນ​ພະຫັດ​ວານນີ້ ຮຽກຮ້ອງ​ພວກເຂົາ​ເຈົ້າ​ໃຫ້​ຖອນການສະໜັບ ສະ​ໜຸນສະເໜີຊື່​ທ່ານ Trump ​ໃນ​ການ​ແຂ່ງຂັນ​ເປັນ​ປະທານ​າທິບໍດີ. ​

ອ່ານຂ່າວນີເພີ້ມເປັນພາສາອັງກິດ