ປ. ໂອບາມາ ສິ້ນສຸດ ການຢ້ຽມຢາມ ຕາເວັນອອກກາງ (ສະໄລດ໌/ວີດີໂອ)

ປະທານາທິບໍດີໂອບາມາ ໂບກມືຈາກເຮືອບິນປະຈຳຕຳແໜ່ງ Air Force One ຂະນະທີ່ທ່ານ ພວມຈະເດີນທາງອອກຈາກ ປະເທດຈໍແດັນ ທີ່ສະໜາມບິນນາໆຊາດ Queen Alia ໃນກຸງອຳມານ (23 ມີນາ 2013)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ມ້ວນທ້າຍການ
ຢ້ຽມຢາມພາກຕາເວັນອອກກາງເປັນເວລາ 4 ມື້ດ້ວຍການໄປຊົມ
ເມືອງ Petra ຊຶ່ງເປັນເມືອງເກົ່າແກ່ໂບຮານທີ່ມີຊື່ສຽງຢູ່ໃນນິທານ ຊຶ່ງເຈາະເລິກເຂົ້າໄປໃນໜ້າຜາ ຂອງຈໍແດັນ.

ທ່ານໂອບາມາເດີນທາງໄປເຖິງປະເທດຈໍແດັນ ໃນມື້ວັນສຸກວານ
ນີ້ ແລະໄດ້ເຈລະຈາຫາລື ກັບກະສັດ Abdullah ກ່ຽວກັບວິກິດ
ການອົບພະຍົບ ທີ່ເກີດຈາກສົງຄາມກາງເມືອງຮ້າຍແຮງຢູ່ໃນປະ
ຊີເຣຍ ຊຶ່ງເປັນປະເທດເພື່ອນບ້ານຈໍແດັນ.

ໃນຕອນເຊົ້າຂອງມື້ວານນີ້ຜູ້ນຳຂອງສະຫະລັດໄດ້ພົບປະກັບນາ
ຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈະມິນເນຕັນຢາຮູ ແລະ
ປະທານາທິບໍດີ ອຳນາດການປົກຄອງປາແລັສໄຕນ໌ ທ່ານ Mah-
moud Abbas.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ລັດຖະມົນຕີການຕ່າງປະເທດຂອງ
ສະຫະລັດ ທ່ານ John Kerry ມີກຳນົດທີ່ຈະພົບປະກັບຜູ້ນຳທັງ ສອງຂອງພາກຕາເວັນອອກກາງ ໃນວັນເສົາມື້ນີ້ ເພື່ອສືບຕໍ່ການສົນທະນາຫາລືທີ່ພວກ
ທ່ານທັງສອງໄດ້ເລີ້ມກັບປະທານາທິບໍດີໂອບາມາແລ້ວນັ້ນ.

ປ. ໂອບາມາ ໄປຊົມເມືອງ Petra ມ້ວນທ້າຍ ການຢ້ຽມຢາມ ພາກຕາເວັນອອກກາງ


ນອກນັ້ນໃນມື້ວັນສຸກວານນີ້ດ້ວຍການໄກ່ເກ່ຍຂອງປະທານາທິບໍດີສະຫະລັດ ນາຍົກລັດ ຖະມົນຕີເນຕັນຢາຮູແຫ່ງອິສຣາແອລ ກໍໄດ້ທຳການຂໍຂະມາໂທດຕໍ່ເທີກີກ່ຽວກັບການບຸກ ໂຈມຕີທາງທະເລຂອງໜ່ວຍກ້າຕາຍອິສຣາແອລໃນປີ 2010 ເຮັດໃຫ້ຄວາມຂັດແຍ້ງທາງ ດ້ານການທູດທີ່ມີມາເປັນເວລາເກືອບ 3 ປີ ລະຫວ່າງອະດີດປະເທດພັນທະມິດທີ່ເຄີຍໃກ້ ຊິດກັນສິ້ນສຸດລົງແລະແຜ້ວທາງໄປສູ່ການຮື້ຟື້ນຄວາມສຳພັນທາງດ້ານການທູດໂດຍເຕັມ.

ປະທານາທິບໍດີ ໂອບາມາ ຢ້ຽມຢາມ ພາກຕາເວັນອອກກາງ


ການຂໍຂະມາໂທດມີຂຶ້ນໃນລະຫວ່າງການໂທລະສັບຢ່າງເປັນການສ່ວນໂຕ ຂອງທ່ານເນ ຕັນຢາຮູ ໄປຫາຄູ່ຕຳແໜ່ງ ຝ່າຍເທີກີຂອງທ່ານ ຄືທ່ານ Recep Tayyip Erdogan. ໃນ ການໂທລະສັບຄັ້ງນີ້ ຜູ້ນຳຂອງອິສຣາແອລຍັງໄດ້ສະເໜີທີ່ຈະຈ່າຍເງິນຊົດເຊີຍໃຫ້ແກ່ບັນ ດາຄອບຄົວຂອງພວກເຄາະຮ້າຍນຳດ້ວຍ.

ມີຊາວເທີກີ 9 ຄົນເສຍຊີວິດ ໃນການບຸກຂຶ້ນໄປເທິງ ຂະບວນເຮືອ 6 ລຳ ໃນປີ 2010 ທີ່ ເຮືອເຫຼົ່ານີ້ພະຍາຍາມແລ່ນຜ່ານການປິດລ້ອມທາງທະເລຂອງອິສຣາແອລຕໍ່ເຂດກາຊາ ເພື່ອນຳເອົາປັດໄຈບັນເທົາທຸກໄປຊ່ອຍປະຊາຊົນໃນເຂດດັ່ງກ່າວ.