ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍາລັງຢູ່ໃນລະຫວ່າງການຢ້ຽມຢາມ ເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ຫຼື West Bank ເພື່ອເຈລະຈາກັບປະທານາທິ ບໍດີປາແລັສໄຕ ທ່ານ Mahmoud Abbas ແລະນາຍົກລັດຖະມົນຕີ Salam Fayyad.
ຫຼາຍຊົ່ວໂມງກ່ອນການພົບປະກັບທ່ານອັບບາສ ເມື່ອວັນພະຫັດມື້ນີ້ ຕໍາຫຼວດອີສຣາແອລເວົ້າວ່າ ພວກຫົວຮຸນແຮງຢູ່ເຂດກາຊາ ທີ່ປົກຄອງໂດຍກຸ່ມຮາມາສ ໄດ້ຍິງຈະຫຼວດສອງລູກໄປໃສ່ເຂດພາກໃຕ້ຂອງອີສຣາແອລ ທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເດີ່ນຂອງເຮືອນຫຼັງນຶ່ງ ແຕ່ບໍ່ໄດ້ເຮັດໃຫ້ໃຜບາດເຈັບ.
ທ່ານໂອບາມາເວົ້າເມື່ອວັນພຸດວານນີ້ຫຼັງຈາກເດີນທາງໄປເຖິງອີສຣາແອລ ອັນເປັນ ການຢ້ຽມຢາມເທື່ອທໍາອິດ ໃນຖານະປະທານາທິບໍດີ ທີ່ທ່ານຢາກເວົ້າໂດຍກົງຕໍ່ປະຊາຊົນອີສຣາແອລ ແລະເພື່ອນບ້ານຂອງເຂົາເຈົ້າ ກ່ຽວກັບຄວາມເຊື່ອຖືຂອງທ່ານທີ່ວ່າ ສັນຕິພາບຕ້ອງເກີດຂຶ້ນໃນດິນແດນສັກ ສິດ.
ຊາວປາແລັສໄຕຫຼາຍຄົນສະແດງຄວາມຜິດຫວັງກັບທ່ານໂອບາມາ ແລະກໍ ພາກັນທໍາການປະທ້ວງແບບກະຈັດກະຈາຍ ຢູ່ໃນເຂດຕ່າງໆຂອງປາແລັສໄຕ ກ່ອນທ່ານໂອບາມາຈະເດີນທາງໄປເຖິງຂົງເຂດດັ່ງກ່າວ ເມື່ອວັນພຸດວານນີ້.
ປະທານາທິບໍດີໂອບາມາ ໄດ້ພົບປະກັບທ່ານ Benjamin Netanyahu ນາຍົກລັດຖະ ມົນຕີອີສຣາແອລ ແລະປະທານາທິບໍດີ Simon Peres ຜູ້ທີ່ເວົ້າວ່າ ທັງສະຫະລັດແລະອີສຣາແອລ ຕ່າງກໍພະຍາຍາມທີ່ຈະເລີ່ມຕົ້ນການຂອງສະຫະລັດເຈລະຈາສັນຕິພາບພັນຄືນໃໝ່ ກັບປາແລັສໄຕ.
(ເບິ່ງວີດີໂອ)

ປະມວນພາບ ທ່ານໂອບາມາ ຢ້ຽມຢາມ ພາກຕາເວັນອອກກາງ
ຊາວປາແລັສໄຕຫຼາຍຄົນສະແດງຄວາມຜິດຫວັງກັບທ່ານໂອບາມາ ແລະກໍ ພາກັນທໍາການປະທ້ວງແບບກະຈັດກະຈາຍ ຢູ່ໃນເຂດຕ່າງໆຂອງປາແລັສໄຕ ກ່ອນທ່ານໂອບາມາຈະເດີນທາງໄປເຖິງຂົງເຂດດັ່ງກ່າວ ເມື່ອວັນພຸດວານນີ້.
ປະທານາທິບໍດີໂອບາມາ ໄດ້ພົບປະກັບທ່ານ Benjamin Netanyahu ນາຍົກລັດຖະ ມົນຕີອີສຣາແອລ ແລະປະທານາທິບໍດີ Simon Peres ຜູ້ທີ່ເວົ້າວ່າ ທັງສະຫະລັດແລະອີສຣາແອລ ຕ່າງກໍພະຍາຍາມທີ່ຈະເລີ່ມຕົ້ນການຂອງສະຫະລັດເຈລະຈາສັນຕິພາບພັນຄືນໃໝ່ ກັບປາແລັສໄຕ.
(ເບິ່ງວີດີໂອ)
Your browser doesn’t support HTML5
Obama, Israeli Leaders Reaffirm Security Ties