ສະຫະລັດ ແລະ ເຢຍຣະມັນ ເຕືອນ ຣັດເຊຍ ກ່ຽວກັບ ຢູເຄຣນ (ວີດີໂອ)

ຍາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel (ຊ້າຍ) ແລະປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ)

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ແລະ
ນາຍົກລັດຖະມົນຕີ​ເຢຍຣະ​ມັນ ທ່ານ​ນາງ Angela Mer-
kel ທີ່ຕາງໜ້າໃຫ້ກຸ່ມ​ແນວ​ໂຮມ ຕ້ານຣັດ​ເຊຍ ​ໃນ​ວັນ​ສຸກ​
ວານ​ນີ້ ​ໄດ້ເຕືອນກ່ຽວກັບ​ການ​ລົງ​ໂທດ​ເພີ້​ມ​ເຕີມຖ້າ​ຫາກ
ຣັດ​ເຊຍ ບໍ່​ເອົາ​ບາດ​ກ້າວ ​ທີ່​ຈຳ​ເປັນ ​ໃນ​ການ​ແກ້​ໄຂທາງ
​ການ​ທູດ ​ຢູ່ໃນຢູ​ເຄຣນ.

ຜູ້ນຳ​ທັງ​ສອງ ​ໄດ້​ຖະ​ແຫລ​ງ ທີ່ທຳນຽບຂາວ ​ໃນ​ວັນສຸກ​
ວານ​ນີ້ ພຽງ​ບໍ່​ເທົ່າ​ໃດ​ມື້ຫລັງ​ຈາກສະຫະລັດແລະສະຫະ
ພາບຢູ​ໂຣບ ​ໄດ້​ທຳການລົງ​ໂທດ​ຮອບ​ໃໝ່ ​ຕໍ່ ຣັດ​ເຊຍ.

ປະທາ​ນາ​ທິບໍດີ Obama ກ່າວ​ວ່າ ຖ້າ​ຫາກ​ຄະນະນຳພາຣັດ​ເຊຍ ຍັງສືບ​ຕໍ່​ສ້າງ​ຄວາມ
​ບໍ່​ທຸ່ນທ່ຽງ ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນແລ້ວ ສະຫະລັດ ​ແລະ​ສະ ຫະພາບຢູ​
ໂຣບ ຈະ​ດຳເນີນການ​ຢ່າງ​ວ່ອງໄວ​ເພື່ອ​ເອົາບາດ​ກ້າວເພີ້ມເຕີມ ຮວມ​ທັງ​ການລົງໂທດ
ທາງດ້ານ​ການ​ທູດ ​ແລະ​ດ້ານ​ເສດ​ຖະກິດ.

ນາຍົກລັດຖະມົນຕີເຢຍຣະ​ມັນ ທ່ານ​ນາງ Merkel ​ໄດ້​ເນັ້ນ​ໜັກ​ວ່າ ນີ້​ແມ່ນສິ່ງ​ທີ່ທັງ
ສະຫະລັດ ​ແລະ​ເຢຍຣະ​ມັນ ບໍ່​ມີ​ຄວາມ​ຕ້ອງການ ​ແຕ່​ທ່ານ​ນາງ​ກ່າວ​ວ່າ ໃນກໍລະນີທີ່
ວ່ານັ້ນ ມັນຈະ​ເປັນ​ທີ່ “ຫລີກ​ລ່ຽງບໍ່​ໄດ້​.” ທ່ານ​ນາງ ກ່າວ​ວ່າ ຂື້ນ​ຢູ່​ກັບຣັດ​ເຊຍ ວ່າ​ເສັ້ນ
ທາງ​ໃດທີ່​ຈະ​ເລືອກ​ເອົາ.

ການຕົກລົງ​ດ້ານ​ການ​ທູດ ​ທີ່ໄດ້​ບັນລຸ​ກັນເມື່ອສອງ​ອາທິດ​ກ່ອນ ທີ່​ນະຄອນ​ເຈ​ນີວານັ້ນ
ມາຮອດປັດຈຸບັນນີ້​ບໍ່ສາມາດຫລຸດ​ຜ່ອນການ​ຂັດ​ແຍ້​ງລົງໄດ້ລະຫວ່າງ ພວກແບ່ງແຍກ
ດິນແດນທີ່​ສະໜັບສະໜູນ​ຣັດ​ເຊຍທາງ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ​ແລະ​ລັດຖະບານ​
ກາງ​ ໃນນະຄອນ Kyiv.

ປະທານາທິບໍດີ Obama ກ່າວ​ວ່າ ລັດຖະບານຢູ​ເຄຣນ ໄດ້​ປະຕິບັດຕາມຄວາມ​ໝາຍ​
ໝັ້ນ ທີ່​ຕົນ​ໄດ້​ໃຫ້ໄວ້ ​ແລະຣັດ​ເຊຍ ຕ້ອງຈຳເປັນ​ທີ່​ຈະຕ້ອງໄດ້​ປະຕິບັດ​ເຊັ່ນ​ດຽວ​ກັນ.​

Your browser doesn’t support HTML5

Obama, Merkel Threaten Tougher Sanctions On Russia