ປ. ໂອບາມາ ແລະຜູ້ນຳຢູໂຣບ ສົນທະນາ ດ້ານຄວາມໝັ້ນຄົງ ແລະເສດຖະກິດ

ປະທານາທິບໍດີ Barack Obama, ຊ້າຍ, ຖືກຕ້ອນຮັບໂດຍ ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ກ່ອນໜ້າກອງປະຊຸມຜູ້ນຳປະເທດ.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ​ເຂົ້າຮ່ວມ​ ກັບ​ບັນດາ​ຜູ້ນຳ​ ທີ່ີສຳຄັນ​ຂອງ​ປະ​ເທດ​ຢູ​ໂຣບ ຢູ່​ໃນ​ເຢຍຣະມັນ​ ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອສົນທະ​ນາ​ກ່ຽວ​ກັບບັນຫາ​ທ້າ​ທາຍ​ທາງ​ດ້ານ​ຄວາມ​ໝັ້ນຄົງ ແລະ ​ເສດຖະກິດ ທີ່​ປະ​ເຊີນ​ໜ້າ​ ກັບ​ບັນດາປະ​ເທດ​ພາຄີ​ຂ້າມ​ມະຫາ​ສະມຸດ​ແອັດ​ແລນຕິກ.

ການ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ເຢຍຣະມັນ ອັງກິດ ຝຣັ່ງ ອີ​ຕາ​ລີ ​ແລະ​ສະ​ເປ​ນ ໄດ້ຂະຫຍາ​ຍ ການ​ສົນທະນາ ທີ່​ທ່ານ​ໄດ້​ຈັດຂຶ້ນ​ນຶ່ງ​ມື້ກ່ອນ​ໜ້າ​ນັ້ນ ກັບນາ​ຍົກ​ລັດຖະມົນ​ຕີ​ເຢຍຣະມັນ ທ່ານ​ນາງ Angela Merkel.

​ໃນ​ອັນ​ທີ່​ເບິ່ງ​ຄື​ວ່າ ເປັນ​ການ​ເຕົ້າ​ໂຮມ​ກັນ​ເທື່ອສຸດ​ທ້່າຍ ກ່ອນ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ເດືອນ​ມັງກອນ ​ແລະ​ປະທານາທິບໍດີ​ທີ່ຖືກ​ເລືອກຕັ້ງ​ໃໝ່ ທ່ານ Donald Trump ຈະຍ້າຍ​ເຂົ້າໄປ​ຢູ່ທີ່​ທຳນຽບຂາວ ທ່ານ Obama ​ໄດ້​ນຳ​ເອົາ​ສານ​ຂອງ​ທ່ານກ່ຽວ​ກັບ​ຄວາມ​ສາມັກຄີ​ແບບ​ຍືນ​ຍົງ​ຂອງອາ​ເມຣິກາແລະ​ການ​ຮ່ວມໄມ້​ຮ່ວມ ມື ໄປສູ່ຈິດ​ໃຈ​ຂອງ​ຢູ​ໂຣບ​ໃນ​ວັນພ​ະຫັດ​ວານ​ນີ້ໂດຍ​ໄດ້ເນັ້ນ​ໜັກ​ຕໍ່​ຊາວ​ເຢຣະມັນ ​ແລະ​ຊາວຢູ​ໂຣບທັງ​ໝົດວ່າ ສະຫະລັດ​ຈະ​ສືບ​ຕໍ່​ພົວພັນ​ກັບ​ໂລກ.

ທ່ານ Obama ​ໄດ້​ຮຽກຮ້ອງ​ໃຫ້ ​ຜູ້​ຮັບ​ໜ້າ​ທີ່​ຕໍ່​ຈາກ​ທ່າ​ນ ຄື​ທ່ານ Donald Trump “​ໃຫ້​ຢືນ​ຂຶ້ນ” ຕ້ານຣັດ​ເຊຍ ​ໂດຍ​ກ່າວ​ວ່າ ຄວາມ​ຫວັງ​ຂອງ​ທ່ານ​ກໍ​ຄືວ່າ ​ປະທານາທິບໍດີ​ທີ່​ຖືກ​ເລືອກ​ຕັ້ງ​ໃໝ່ ​“ເອົາບາດກ້າວ​ທີ່​ສ້າງສັນ​ທີ່ຄ້າຍຄື​ກັນ” ດັ່ງ​ທີ່​ທ່ານ​ໄດ້​ເຮັດ “ຊອກ​ຫາ​ຂົງ ເຂດບ່ອນທີ່​ເຮົາ​ສາມາດ​ຮ່ວມ​ມື​ກັບຣັດ​ເຊຍ ບ່ອນ​ທີ່​ຄຸນຄ່າ​ ​ແລະຜົນ​ປະ​ໂຫຍ​ດຂອງ​ພວກ​ເຮົາ​ເຂົ້າ​ຫາ​ກັນ.”

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel, ຂວາ, ຮັບຕ້ອນ ປະທານາທິບໍດີ ສະຫະລັດ ທ່ານ Barack Obama.

ຂ້າພ​ະ​ເຈົ້າ​ບໍ່​ຄາດ​ວ່າ ປະທານາທິບໍດີ​ທີ່​ຖືກ​ເລື​ອກ​ໃໝ່ ຈະເຮັດ ຄື​ດັ່ງ​ທີ່​ພວກ​ເຮົາ ໄດ້ແຕ່​ຄວາມ​ຫວັງ​ຂອງ​ຂ້າພະ​ເຈົ້າ​ກໍ​ຄືທ່ານ​ບໍ່​ເອົາ​ການເຂົ້າ​ຫາ​ການເມືອງ​ທີ່​ງ່າຍໆ ​ແລະ​ສະ​ເໜີ​ຖ້າ​ຫາກ​ພວກ​ເຮົາເຮັດ​ຂໍ້​ຕົກລົງ​ຈຳນວນ​ນຶ່ງ​ກັບຣັດ​ເຊຍ ​ເຖິງ​ແມ່ນ​ວ່າ​ມີ​ຄວາມ​ເຈັບ​ປວດ​ແກ່​ປະຊາຊົນ ຫລື​ລະ​ເມີດ​ຕໍ່ລະບຽບ​ສາກົນຫລື​ປ່ອຍ​ໃຫ້​ບັນດາ​ປະ​ເທດ​ນ້​ອຍໆຕົກ​ຢູ່​ໃນອັນ
ຕະລາຍ ຫລື​ປ່ອຍ​ໃຫ້​ມີ​ບັນຫາ​ຍາວ​ນານຢູ່​ໃນ​ຂົງ​ເຂດ​ຄື​ດັ່ງ Syria ທີ່​ພວກ​ເຮົາ​ເຮັດ​ທີ່ເຫັນ​ວ່າ​ສະດວກ​ຢູ່​ໃນ​ເວລາ​ນັ້ນ” ທ່ານ Obama ກ່າວ​ລະຫວ່າງ​ກອງ​ປະຊຸມ​ນັກ​ຂ່າວ​ກັບ ທ່ານ​ນາງ Merkel ທີ່​ນະຄອນ Berlin.

ຜູ້ນຳ​ສະຫະລັດ ​ໄດ້ເລືອກ​ເອົາ​ເຢຍຣະມັນ​ເປັນ​ບ່ອນ​ຢຸດແວ່ທີ່​ສຳຄັນ​ໃນ​ການເດີນ ທາງ​ໄປ​ຕ່າງປະ​ເທດ​ເທື່ອ​ສຸດ​ທ້າຍ ​ໃນ​ນາມ​ປະທານ​າທິບໍດີ. ປະ​ເທດດັ່ງກ່າວ​ນີ້ມີ​ເສດຖະກິດ​ສຸດ​ຍອດ​ຂອງ​ຢູ​ໂຣບ ​ແລະ​ຄູ່​ການ​ຄ້າ​ສະຫະລັດ ​ເປັນ​ສະມາຊິກທີ່​ສຳ ຄັນ​ຂອງອົງການ NATO ​ແລະ​ເປັນ​ເຈົ້າພາບ​ຕ້ອນຮັບທະ​ການ​ສະຫະລັດ​ຫລາຍ​ພັນ​ຄົນ.

ເດັກນ້ອຍອົບພະຍົບຄົນນຶ່ງຖືປ້າຍກ່າວວ່າ ລາວຢາກເດີນທາງ ໄປຢູ່ປະເທດເຢຍຣະມັນ ແທນທີ່ຈະໄປຢູ່ ສູນອົບພະຍົບ ໃນປະເທດເທີກີ.

ບັນດາ​ຜູ້​ສັງ​ເກດ​ການ​ຍັງ​ໄດ້​ສະ​ເໜີ​ວ່າ ທ່ານ​ນາງ Merkel ອາດ​ຈະ​ກາຍ​ເປັນ​ປາກ​ສຽງ​ທີ່​ເສລີສຳຄັນ​ສຸດ​ຢູ່​ໃນ​ຂົງ​ເຂດ ບ່ອນ​ທີ່​ການ​ເຄື່ອນ​ໄຫວຊາ​ດນິຍົມ​ກຳ ລັງ​ເພີ້​ມຄວາມ​ແຂງ​ແຮງຂຶ້ນ.

ການ​ເດີນທາງ​ຢ້ຽມຢາມ​ເຢຍຣະມັນເທື່ອ​ສຸດ​ຂອງປະທານາທິບໍດີ Obama ​ນີ້ ແມ່ນ​ເປັນ​ຂີດ​ໝາຍ​ເທື່ອ​ທີ​ຫົກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Obama Germany