ປ. ໂອບາມາ ພົບກັບ ທາ່ນນາງ ອອງຊານ ຊູຈີ ຜູ້ນຳ ຝ່າຍຄ້ານ ມຽນມາ

ປະທານາທິບໍດີ ໂອບາມາ ພົບກັບ ທາ່ນນາງ ອອງຊານ ຊູຈີ ຜູ້ນຳຝ່າຍຄ້ານ ທີ່ບ້ານພັກຂອງທ່ານນາງ ທີ່ນະຄອນຢ່າງກຸ້ງ.

ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ເຈລະ
ຈາຫາລື ກັບຜູ້ນຳ​ ປະຊາທິປະໄຕມຽນມາ​ ທ່ານ​ນາງ Aung
San Suu Kyi ​ໃນ​ຂະນະ​ທີ່ ມີ​ການຕັ້ງຄຳ​ຖາມຢູ່ໃນປະເທດ
ດັ່ງກ່າວ ກ່ຽວ​ກັບ​ທິດ​ທາງແລະບາດກ້າວໃນການປະຕິຮູບໄປ
ສູ່ປະຊາທິປະໄຕ ກ່ອນ​ການ​ເລືອກ​ຕັ້ງ​ປີ 2015​.

ທ່ານ​ນາງ Aung Sa Suu Kyti ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ
​ ຫລັງ​ຈາກ​ພົບປະ ໃນ​ວັນ​ສຸກ​ມື້​ນີ້​ວ່າ ​ຂັ້ນຕອນການປະຕິ​ຮູ​ບ​ໃນ
ມຽນມາ ກຳລັງ “ດຳ​ເນີນ​ໄປ​ດ້ວຍ​ຂຸ​ມທີ່​ຕາບ​” ​ແລະໄດ້ເຕືອນວ່າ
ຢ່າຄາດຫວັງໄປ​ໃນ​ແງ່​ດີ​ຫຼາຍ​ເກີນ​ໄປ ທີ່​ອາດ​ນຳ​ໄປ​ສູ່​ຄວາມ​
ເພິງພໍ​ໃຈນັ້ນ. ທ່ານ​ນາງບັນ​ລະ​ຍາຍເຖິງລັດຖະທໍ​າມະນູນ​ຂອງ
ປະ​ເທດ​ວ່າ “ບໍ່​ທ່ຽງ​ທຳ ບໍ່​ຍຸ​ຕິ​ທຳ ​ແລະ​ບໍ່​ມີ​ປະຊາທິປະ​ໄຕ.”

ປ. ໂອບາມາ ຢ້ຽມຢາມ ມຽນມາ

ທ່ານ​ນາງ Suu Kyi ຜູ້ນຳຝ່າຍຄ້ານຂອງມຽນມາກ່າວ​ວ່າ “ຂ້າພະ​ເຈົ້າ ມີ​ຄວາມ​ໝັ້ນ​ໃຈ​ຢ່າງ
ເດັດດ່ຽວ​ວ່າ ສະຫະລັດຈະສືບຕໍ່ ໃຫ້ການສະໜັບສະໜຸນ ແກ່ພວກ​ເຮົາ ກ່ຽວ​ກັບ​ການປ່ຽນ
ແປງໄປສູ່ປະຊາທິປະ​ໄຕ ​ແລະໃນເວລາໃດທີ່ມຽນມາໄດ້ ກາຍ​ເປັນປະເທດທີ່ມີ​ປະຊາທິປະ
ໄຕ​ຢ່າງ​ເຕັມທີ່​ຕາມ​ຄວາມ​ປາດຖະນາ​ຂອງ​ປະ ຊາ​ຊົນແລ້ວ​ ພວກ​ເຮົາຈຶ່ງ​ຈະ​ສາມາດ​ກ່າວ
​ໄດ້​ວ່າ ຢູ່​ໃນ​ບັນດາ​ເພື່ອນ​ຝູງ​ເຫລົ່າ​ນັ້ນ ທີ່ຊຸກຍູ້ສົ່ງເສີມ​ໃຫ້​ພວກ​ເຮົາໄປ​ເຖິງ​ທີ່​ນັ້ນ ສະຫະ
ລັດແມ່ນຢູ່ໃນພວກທຳ​ອິດ.”

ທ່ານ​ນາງ Aung San Suu Kyi ​ໄດ້​ຖືກ​ເລືອກ​ໃຫ້ເຂົ້າໄປນັ່ງຢູ່ໃນ​ສະພາມຽນ ມາ ​ໃນ​ປີ
2012 ແລະນັບແຕ່ນັ້ນມາບັນດາ​ຜູ້​ສະໜັບສະໜູນ​ຂອງທ່ານ​ນາງໄດ້ ​ຊອກ​ຫາ​ຊ່ອງ​ທາງ​
ດັດ​ແປງແກ້ໄຂລັດຖະທຳ​ມະນູນ​ ທີ່​ຈະ​ອະນຸຍາດ​ໃຫ້ທ່ານ​ນາງ ສະມັກ​ເປັນປະ​ທາ​ນາ​ທິ
ບໍດີໄດ້ ​ໃນ​ປີໜ້ານີ້.

ລັດຖະທຳ​ມະນູນມຽນມາ ຫ້າມ​ບຸກຄົນ​ໃດກໍຕາມ ທີ່​ມີ​ຄວາມສຳພັນ​ຢ່າງແຂງຂັນ ກັບ​ຊາວ
​ຕ່າງປະ​ເທດ​ ລົງສະມັກ​ເປັນປະທານາທິບໍດີ. ພວກ​ລູກ​ຊາຍ​ຂອງທ່ານ​ນາງ Aung San
Suu Kyi ​ເປັນ​ຄົນສັນຊາດ​ອັງກິດ ​ແລະ​ມື້​ລາງສາມີ ຂອງ​ທ່ານ​ນາງ​ກໍເຊັ່ນດຽວ​ກັນ. ​ແຕ່​
ວ່າທ່ານ​ນາງ ​ຍັງໄດ້ຖືກ​ຕິຕຽນ ທີ່​ບໍ່​ເອົາ​ບາດກ້າວ ອັນໜັກແໜ້ນຢ່າງເປັນການເປີດເຜີຍ
ຕໍ່ການລ່ວງລະເມີດຕໍ່ຊາວມຸສລິມໂຣຮິງ ຢາ ຊຶ່ງເປັນຊົນກຸ່ມນ້ອຍໃນມຽນມາ.

ທ່ານ Obama ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ມັນເປັນເລື່ອງທີ່ບໍ່ຍຸດຕິທຳ ທີ່ລັດຖະທຳ​ມະນູນ
ຈະຫ້າມ​ບໍ່​ໃຫ້​ຜູ້ໃດຜູ້ນຶ່ງສະມັກ​ເປັນ​ປະທານາທິບໍດີ ​ເພາະວ່າ ສະມາ ຊິກ​ໃນຄອບ​ຄົວ​ຂອງ
​ເຂົາ​ເຈົ້າ​ເປັນຄົນ​ດັ່ງກ່າວ.

Your browser doesn’t support HTML5

OBAMA MYANMAR SOTVO