ທ່ານໂອບາມາວ່າ ການຍິງສັງຫານ ທີ່ໂຄໂລຣາໂດ ບໍ່ມີເຫດຜົນເລີຍ

  • ໄພສານ ວໍຣະຈັກ

ພວກເຈົ້າໜ້າທີ່ມອດໄຟແລະເຈົ້າໜ້າທີ່ປະຕິບັດກົດໝາຍ ພວມຫາລືກັນ ໃກ້ໆຫໍພັກຂອງມືປືນທີ່ຕ້ອງສົງໄສ ທ້າວ James Holmes ໃນເມືອງ Aurora ລັດໂຄໂລຣາໂດ (21 ກໍລະກົດ 2012)

ພວກ​ນັກ​ຊ່ຽວຊານ​ຈາກ​ໜ່ວຍກູ້​ລະ​ເບີດທີ່​ລັດ​ໂຄ​ໂລຣາ​ໂດ ​ໃນ​ພາກ​ກາງຂອງ​ສະຫະລັດກ່າວ
​ວ່າ ຕົນ​ຈະ​ພະຍາຍາມ​ອີກ​ເທື່ອ​ນຶ່ງ ​ໃນ​ວັນ​ເສົາ​ມື້ນີ້ ​ເພື່ອ​ຈະເຂົ້າ​ໄປ​ໃນ​ຫໍ​ພັກ​ຂອງ​ມື​ປືນ ທີ່​ໄດ້​ມີ​
ການວາງ​ກັບ​ດັກ​ລະ​ເບີດ​ໄວ້​ນັ້ນ ຫຼັງຈາກ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ໃນ​ມື້ວານນີ້ ​ໃນ​ການ
ເຂົ້າ​ໄປ​ກວດຄົ້ນຫໍ​ພັກ​ຂອງ​ມືປືນ​ທີ່​ຕ້ອງ​ສົງ​ໄສ​ໃນຍິງ​ການ​ສັງຫານ​ໝູ່ຄັ້ງນີ້.

ມີ 12 ຄົນ​ໄດ້​ເສຍ​ຊີວິດ​ແລະອີກ 70 ຄົນ​ໄດ້​ຮັບ​ບາດ​ເຈັບໃນ​ຕອນ​ເຊົ້າມືດຂອງ​ມື້ວັນ​ສຸກ​ວານ​
ນີ້ ​ເວລາ​ຕຳຫຼວ​ດ​ເວົ້າວ່າ ທ້າວ James Holmes ​ໄດ້ຍິງປືນ​ເຂົ້າ​ໃສ່​ຜູ້​ຄົນ ທີ່​ໂຮງ​ຊີເນ່ຫຼື​ໂຮງ
​ຮູບ​ເງົາ​ແຫ່ງ​ນຶ່ງ​ ທີ່​ເມືອງ Aurora ຊຶ່ງ​ຕັ້ງຢູ່​ໃນ​ເຂດຊານ​ເມືອງ​ຂອງ​ນະຄອນ Denver. ພວກ
ທີ່​ລອດ​ຊີວິດ​ມາ​ໄດ້ 7 ຄົນ ຍັງ​ຢູ່​ໃນອາການ​ສາຫັດ.

​ເຈົ້າໜ້າ​ທີ່​ເວົ້າວ່າ ທ້າວ Holmes ​ໄດ້​ຍິງ​ປືນ​ເຂົ້າ​ໃສ່​ຜູ້​ຄົນໃນ​ລະຫວ່າງ​ການສາຍຮູບ​ເງົາ​ຮອບ​
ປະຖົມມະ​ເລີກ The Dark Knight Rises ຊຶ່ງ​ເປັນ​ຮູບ​ເງົາລ່າ​ສຸດ​ ຂອງ​ມະນຸດ​ຄັງຄາວ ຫຼື
Batman. ຜູ້​ຕ້ອງ​ສົງ​ໄສ​ອາຍຸ 24 ຄົນ​ນີ້ ​ໄດ້​ຖືກ​ຈັບ​ໃນ​ເວລາບໍ່​ດົນ​ຕໍ່​ມາ​ລຸນ​ຫຼັງທີ່​ຜູ້ກ່ຽວ​ໄດ້​ຍິງ
​ປືນ​ເຂົ້າ​ໃສ່​ຜູ້​ຄົນ.

ປະທາ​ນາ​ທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາກ່າວ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​
ໃນ​ວັນ​ເສົາ ​ມື້ນີ້ວ່າ ການ​ສັງຫານ​ໝູ່​ທີ່​ລັດ​ໂຄ​ໂລຣາ​ໂດ ​ແມ່ນ​ຢູ່​ເໜືອ ຫຼືບໍ່ມີ​ເຫດຜົນ​ໃດໆເລີຍ ​
ແລະ​ຖ້າ​ຫາກ​ມີ​ສິ່ງ​ໃດ​ ທີ່​ຈະ​ສາມາດ​ຖອດ​ຖອນ​ບົດຮຽນ​ໄດ້ຈາກ​ໂສກ​ນາດຕະກຳ​ດັ່ງກ່າວ​ກໍ​ຄື
ມັນ​ເປັນ​ສິ່ງ​ຊ່ອຍ​ເຕືອນ​ຄວາມ​ຊົງ​ຈຳ​ວ່າ​ຊີວິດ​ນີ້​ແມ່ນ​ບອບ​ບາງ​ແຕກ​ຫັກ​ງ່າຍ.