ທ່ານ ໂອບາມາ ຈະຮ້ອງຮຽນຕໍ່ WTO ກ່ຽວກັບພາກປະຕິບັດ ດ້ານການຄ້າຂອງຈີນ

ປະທານາທິບໍດີ Barack Obama ຈະປະກາດທໍາການຕໍ່ວ່າ ປະເທດ ຈີນ ຢູ່ທີ່ລັດ ໂອໄຮໂອ ບ່ອນທີ່ມີອຸດສາຫະກໍາສ້າງລົດຍົນ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະເປີດ
​ສາກ​ທໍາ​ການ​ຕໍ່​ວ່າຕໍ່ຂານປະ​ເທດປະ​ເທດ​ຈີນ ​ໃນ​ວັນ​ຈັນ​ມື້​ນີ້
ກ່ຽວ​ກັບ​ການເກື້ອ​ກຸນ​ຂອງລັດຖະ ບານຈີນ ແກ່​ອຸດສາຫະກໍາ
​ການ​ສ້າງ​ລົດຍົນ​ຂອງຈີນ​ນັ້ນ.

ບັນດາເຈົ້າ​ໜ້າ​ທີ່​ລັດຖະບານ​ກ່າວ​ວ່າ ທ່ານ Obama ຈະ​ປະ
ກາດ​ການ​ເຄື່ອນ​ໄຫວດັ່ງກ່າວ ໃນ​ລະຫວ່າງການໂຄສະນາ​
ຫາ​ສຽງບັ້ນ​ນຶ່ງ ​ທີ່ລັດ Ohio ທາງ ພາກ​ກາງຂອງສະຫະລັດ.
ລັດ​ໂອ​ໄຮ​ໂອ ທີ່​ຖື​ວ່າ​ເປັນລັດນຶ່ງ​ທີ່​ມີ​ຄວາມສໍາຄັນສູງ​ຕໍ່ການ​
ເລືອກ​ຕັ້ງ​ທີ່​ຈະມາ​ເຖິງ​ນີ້ ​ແມ່ນມີ​ພື້ນຖານດ້ານອຸດສາຫະກໍ​າ
ທີ່​ໃຫຍ່ ແລະ​ເປັນ​ບ່ອນທີ່​ຫລາຍໆ​ຄົນ​ຕິ​ຕຽນ​ຈີນ ວ່າເຮັດ​ໃຫ້
​ອຸດສາຫະກໍາ​ຂອງ​ຕົນ​ຝືດເຄືອງນັ້ນ.

ລັດຖະບານ​ທ່ານ Obama ກ່າວ​ວ່າ ຕົນ “ກໍາລັງຈະ​ເລີ້​ມທໍາ​ການ​ຮ້ອງ​ຮຽນ​ຕໍ່ ອົງການ
​ການ​ຄ້າ​ໂລກ​ ​ໃຫ້​ເອົາ​ບາດກ້າວ​ຕ້ານຈີນ​” ​ເ​ພາະວໍ​ຊິງ​ຕັນ​ກ່າວ​ວ່າ ປັກກິ່ງໃຫ້ການ​ອຸດ​
ໜຸນ​ເກື້ອ​ກຸນ​ທີ່​ຜິດ​ກົດໝາຍ ​ແກ່​ການ​ສົ່ງ​ອອກລົດຍົນ ​ແລະ​ເຄື່ອງ​ອາ​ໄຫລ່​ລົດ.

ສະຫະລັດ ກ່າວ​ວ່າ ພາກ​ປະຕິບັດ​ດັ່ງກ່າວ ​ເຮັດ​ໃຫ້ບັນດາ​ອຸດສາຫະກໍາຂອງສະຫະລັດ ​ ເສຍປຽບ​ໃນ​ການ​ແຂ່ງຂັນ ​ແລະ​ຊຸກຍູ້​ໃຫ້​ມີ​ການ​ຍ້າຍ​ສິນຄ້າ​ໄປ​ຜະ​ລິດ ຢູ່​ປະ​ເທດຈີນ ​ ເພາະ​ຄ່າ​ໃຊ້​ຈ່າຍ​ຖືກ​ກວ່າ​ຢູ່​ໃນ​ສະຫະລັດ.

ການ​ປະກາດນີ້​ໄດ້​ມີ​ຂື້ນ ​ໃນ​ຂະນະ​ທີ່ຜູ້​ສະມັກເລືອກ​ຕັ້ງ​ປະທານາທິບໍດີ ຂອງ​ ພັກ​ຣີພັບບ​ລິ
ກັນ ທ່ານ Mitt Romney ​ໄດ້ທະວີ​ການ​ຕິຕຽນ​ໜັກ​ຂຶ້ນ ຕໍ່​ທ່າ​ທີຂອ ​ທ່ານ Obama ກ່ຽວ​ກັບ​ຈີນ. ຜູ້​ສະມັກ​ທັງ​ສອງ ​ໄດ້ເອົາ​ເລື້ອງຈີນ ​ໂດຍ​ສະ​ເພາະເລື້ອງ​ພາກ​ປະຕິບັດ​ຂອງ​ຈີນ​ໃນ​ດ້ານ​ຄ້ານັ້ນ ​ມາ​ເປັນບັນຫາຖົກ​ຖຽງ​ກັນ ​ໃນການ​ໂຄສະ​ນາ​ຫາ​ສຽງ.​