ປ. ໂອບາມາ ພົບປະກັບ ປ. ຫຼີ ມິອອງປັກ ແຫ່ງເກົາຫຼີໃຕ້ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ປະທານາທິບໍດີ ບາຣັກ ໂອບາມາ ຈັບມືກັບປະທານາທິບໍດີ ຫຼີ ມິອອງປັກ ແຫ່ງເກົາຫຼີໃຕ້ ໃນລະຫວ່າງກອງ ປະຊຸມຖະແຫລງຂ່າວຮ່ວມກັນ ຫຼັງຈາກພົບປະກັນ ທີ່ກຸງໂຊລ, ວັນທີ 25 ມີນາ 2012.

ປະທານາທິບໍດີ​ຍາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດແລະ​ປະທານາທິບໍດີ Lee Myung
-bak ​ແຫ່ງ​ເກົາຫຼີ​ໃຕ້ ໄດ້ພົບ​ປະກັນ​ທີ່​ກຸງ​ໂຊນ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ໄດ້​ສະ​ແດງ​ຈຸດຢືນ​
ທີ່​ເປັນ​ແນວຮ່ວມ​ສາມັກຄີກັນ​ຕໍ່ຕ້ານການ​ຂົ່ມຂູ່​ໃດໆ​ທີ່​ອາດມີ​ຂຶ້ນໄດ້​ຈາກ​ເກົາຫຼີເໜືອ​ນັ້ນ.

ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວຮ່ວມກັນ ​ຫຼັງ​ຈາ​ກ​ພົບ​ປະກັນ​ແລ້ວ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ​ເກົາຫຼີ​ເໜືອ​ຈະ​ບໍ່​ບັນລຸ​ຜົນ​ສໍາ​ເລັດ​ໃດໆໂດຍ​ທໍາ​ການ​ນາບ​ຂູ່​ຕ່າງໆນັ້ນ ​ແລະວ່າເກົາຫຼີ​ເໜືອ​ຍິ່ງ​ຈະ​ຢູ່ຢ່າງໂດດດ່ຽວຕື່ມ​ຂຶ້ນ​ອີກ ຖ້າ​ເກົາຫຼີ​ເໜືອ​ຫາກ​ດໍາ​ເນີນ​ການ​ຍິງ​ຈະຫຼວດໃນ​ເດືອນ​ໜ້າຕາມ​ທີ່​ໄດ້​ປະກາດ​ອອກ​ໄປນັ້ນ.

ທ່ານ​ຫຼີ​ໄດ້​ເຫັນ​ດີ​ນໍາ​ຖ້ອຍ​ຖະ​ແຫຼ​ງຂອງ​ທ່ານ​ໂອ​ບາ​ມາ ​ໂດຍ​ເອີ້ນການ​ຍິງ​ຈະ​ຫຼວດ​ໃນ​ໄລຍະ​ໄກ​ ທີ່​ເກົາຫລີ​ເໜືອ​ວາງ​ແຜນ​ໄວ້​ນັ້ນ ວ່າ​ເປັນ​ການ​ເຄື່ອນ​ໄຫວ​ແບບ​ເກາະ​ຜິດ​ທີ່​ເປັນ​ໄພ​ຂົ່ມຂູ່​ ຕໍ່​ສັນຕິພາບ​ໂລກ ​ແລະ​ເປັນ​ການ​ຕໍ່ຕ້ານມະຕິ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ​ແລະ​ຂໍ້​ຕົກລົງ​ກັບ ສະຫະລັດ.

ຖ້ອຍ​ຖະ​ແຫຼ​ງ​ເຫຼົ່າ​ນີ້​ມີ​ຂຶ້ນ ​ກ່ອນ​ໜ້າ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານນີວ​ເຄລຍຂອງ​ໂລກ​ ຈະໄຂ​ຂຶ້ນ ທີ່​ມີ​ທ່າ​ທາງ​ວ່າ ຈະ​ຖືກຄອບ​ງໍາໂດຍຄໍາ​ປະກາດ​ຂອງ​ເກົາຫຼີ​ເໜືອ ​ທີ່​ວ່າ​ຕົນ​ຈະ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ອາ​ວະ​ກາດ​ ໂດຍ​ຈະ​ໃຊ້​ຈະ​ຫຼວດທີ່​ຍິງ​ໄດ້​ໃນ​ໄລະຍະ​ໄກ​ຂອງ​ຕົນ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການສະ​ເຫຼີມສະຫຼອງວັນ​ຄ້າຍວັນ​ເກີດ 100 ປີ ຂອງ​ມື້​ລາງ​ຜູ້​ກໍ່​ຕັ້ງແລະ​ປະທານ​ປະ​ເທດ ​ກິ​ມ ອີລຊຸງ​ ​ໃນ​ວັນ ທີ 15 ​ເມສາ​ເດືອນ​ໜ້າ​ນີ້.

ປະທານາທິບໍດີໂອບາມາໃຊ້ກ້ອງສ່ອງແຮງສູງ ສ່ອງເບິ່ງເຂົ້າໄປຍັງເກົາຫລີເໜືອ ຢູ່ຫໍສັງເກດການ ທີ່ເຂດປອດທະຫານລະຫວ່າງເກົາຫລີເໜືອແລະໃຕ້, ວັນທີ 15 ມີນາ 2012.

ໃນ​ຕອນ​ເຊົ້າ​ວັນ​ອາທິດມື້​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ໄປຢ້ຽມຢາມ​ເຂດ​ປອດທະຫານ ທີ່​ແບ່ງ​ແຍກສອງ​ເກົາຫລີ​. ທ່ານປະທາ​ນາ​ທິບໍດີ ທີ່​ຢືນ​ຢູ່​ທາງ​ຫຼັງ​ແຜ່ນແກ້ວ​ໜາໆ​ກັນ​ລູກປືນ ​ໄດ້ມອງເບິ່ງເຂົ້າ​ໄປ​ໃນ​ເຂດ​ຊາຍ​ແດນຂອງ​ເກົາຫຼີ​ເໜືອ ​ໂດຍ​ໃຊ້​ກ້ອງ​ສ່ອງ​ທີ່ສ່ອງ​ເບິ່ງ​ໄດ້​ໄກ​ແລະ​ເຫັນ​ດີ​ນັ້ນ.

ທ່ານ​ໂອ​ບາ​ມາ​ໄດ້​ພົບ​ປະ​ກັບ​ພວກ​ທະຫານ​ອາ​ເມຣິກັນທີ່​ຍາມ​ຢູ່ເຂດ​ປອດ​ທະຫານນັ້ນ​ເຊ່ນ​ກັນ ​ແລະ​ບອກ​ເຂົາ​ເຈົ້າ​ວ່າ ​ເຂົາ​ເຈົ້າ​ເປັນ​ທະຫານແນວ​ໜ້າ​ທີ່​ຍາວ​ຢຽດ ທີ່​ໄດ້​ຊ່ວຍເຮັດໃຫ້​ເກົາຫຼີ​ໃຕ້ຈະ​ເລີ​ນຮຸ່ງ​ເຮືອງ. ທ່ານກ່າວ​ຕໍ່​ພວກ​ທະຫານ​ອາ​ເມຣິກັນ​ວ່າ
ປະທານາທິບໍດີ Lee Myung-bak ​ແຫ່ງ​
ເກົາຫຼີ​ໃຕ້​ໄດ້​ເລົ່າ​ສູ່​ທ່ານ​ຟັງ​ຄັ້ງ​ນຶ່ງວ່າ ທ່ານ
ສາມາດກ້າວ​ພົ້ນ​ຈາກຄວາມທຸກ​ຍາກ​ເວລາ​ຍັງ​ເປັນ​ເດັກ​ຢູ່​ນັ້ນ​ຂຶ້ນ​ມາ​ຍັງ​ອາຊີບ​ທີ່​ປະສົບ​ຄວາມ​ສໍາ​ເລັດ​ໃນ​ປັດຈຸບັນນີ້ ສ່ວນ​ໃຫຍ່​ກໍ​ແມ່ນ​ຍ້ອນ​ການ​ຊ່ອຍ​ເຫຼືອ​ແລະ​ການ​ສະໜັບສະໜຸນ​ຂອງ​ກອງທັບ​ສະຫະລັດ.

ເບິ່ງວີດີໂອກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານໂອບາມາ:

http://www.voanews.com/templates/widgetDisplay.html?id=144151215&player=article