ປ. ໂອບາມາ ສັ່ງໃຫ້ໂຈມຕີ ທາງອິນເຕີແນັດ ຕໍ່ໂຄງການ ນິວເຄຼຍ ຂອງອີຣ່ານ

ໜັງສຶພິມ New York Times ລາຍງານວ່າ ການໂຈມຕີທາງອີນເຕີແນັດ ໄດ້ເລີ້ມຂຶ້ນພາຍໃຕ້ ລັດຖະບານອະດີດປະທາ ນາທິບໍດີ George W. Bush ຕິດຕາມມາດ້ວຍປະທານາທິບໍດີ Barack Obama.

ໜັງສື​ພີ​ມທີ່​ມີ​ຊື່​ສຽງ​ຂອງສະຫະລັດສະບັບ​ນຶ່ງກ່າວ​ວ່າ ປ​ະທາ​ນາ​ທິບໍດີສ​ະຫະ
ລັດ ທ່ານບາຣັກ ​ໂອ​ບາ​ມາ ​ໄດ້ມີ​ຄຳ​ສັ່ງ​ໃຫ້​ທຳ​ການ​ໂຈມ​ຕີທາງ​ອິນ​ເຕີ​ແນັດ​ແບບ
ລັບໆ ສະ​ລັບ​ຊັບຊ້ອນ​ ຕໍ່​ສະຖານ​ທີ່ນີວ​ເຄລຍ​ໃຫຍ່​ທີ່​ສຸດຂອງ​ອີຣ່ານ.

ໜັງສືພິມ New York Times ​ໄດ້ອ້າ​ງ​ແຫ​ລ່ງຂ່າວບໍ່​ລະບຸ​ຊື່​ ທີ່​ໃກ້​ຊິດ​ກັບ​ໂຄງການ
ທີ່​ກ່າວ​ວ່າ ​ທ່ານ​ໂອ​ບາ​ມາໄດ້ອອກຄໍາ​ສັ່ງ​ດັ່ງກ່າວ ຫລັງ​ຈາກທ່ານ​ເຂົ້າ​ຮັບ​ຕໍາ​ແໜ່​ງ
ໃນ​ເດືອນ​ມັງກອນປີ 2009 ຊຶ່ງ​ໄດ້ພາ​ໃຫ້​ມີ​ການຂະຫຍາຍ​ໂຄງການອາ ວຸດ​ທາງ
ອິນ​ເຕີ​ແນັດ​ເປັນ​ການ​ໃຫຍ່.

ໜັງສື​ພີ​ມ New York Times ລາຍ​ງານ​ວ່າ ​ໂຄງການ​ໂຈມ​ຕີ​ທາງ​ລະບົບອິນ​ເຕີແນັດ
ໄດ້​ເລີ້ມຂຶ້ນ ພາຍ​ໃຕ້ລັດຖະບານ​ອະດີດປະທານາທິບໍດີ George W. Bush ​ທີ່​ຊຸກ
​ຍູ້​ໃຫ້ທ່ານໂອ​ບາ​ມາດໍາ​ເນີນການ​ຕໍ່​ໄປ ​ແລະ​ປະທານາທິບໍດີໂອ​ບາມາ ກໍ​ໄດ້​ປະຕິ
ບັດ​ຕາມ.

​ການ​ໂຈມ​ຕີທີ່​ວ່າ​ນີ້ແມ່ນ​ໃຊ້​ເຊື້ອ​ໄວຣັສຄອມ​ພິວ​ເຕີ້ ທີ່ໄດ້​ຮູ້​ກັນ​ໃນ​ພາຍຫລັງຕໍ່​ມາ​ວ່າ
Stuxnet ຊຶ່ງ​ເຊື້ອ​ໄວຣັສດັ່ງກ່າວ​ນີ້​ໄດ້​ແຊກ​ຊຶ​ມ​ເຂົ້າໄປສູ່​ຕາໜ່າງຄອມ​ພີ​ວ​ເຕີ ທີ່​ຄວບ
​ຄຸມການ​ປະຕິບັດ​ງານ​ສ່ວ​ນ​ໃຫຍ່ຢູ່​ທີ່​ບອ່ນກັ່ນ​ທາດ​ຢູ​ເຣນຽມ​ທີ່​ສຳຄັນ​ຂອງ
ໂຮງ​ໄຟຟ້າ ​Natanz.

​ໜັງ​ສຶພີ​ມ New York Times ລາຍ​ງານວ່າ ຕາ​ໜ່າງຄອມ​ພິວ​ເຕີ​ດັ່ງກ່າວຂອງ​ອີຣ່ານ
ບໍ່​ໄດ້​ເຊື່ອມ​ຕໍ່​ກັບ​ລະບົບອີນ​ເຕີແນັດ ​ແລະການ​ແຜ່​ເຊື້ອ​ໄວຣັສ​ໄປ ສູ່​ຕາໜ່າງຄອມ​
ພິວ​ເຕີແມ່ນ​ໃຊ້​ວິທີ​ທີ່​ຍັງ​ເປັນ​ຄວາ​ມລັບຢູ່. ​ແຫ​ລ່ງຂ່າວແຈ້ງວ່າອົງການ​ຮັກສາ​ຄວາມ​
ໝັ້ນຄົງແຫ່ງ​ຊາດ​ຂອງສະຫະລັດ ​ໄດ້​ທໍາ​ການ​ຮວ່​ມມື​ກັບ ອີສຣາ​ແອ​ລ ກ່ຽວ​ກັບ
ໂຄງການ​ດັ່ງກ່າວ​ນີ້.

​ເຊື້ອ​ໄວຣັສ​ໄດ້ເກັ​ບກໍາ​ເອົາຂໍ້​ມູນ​ກ່ຽວ​ກັບ​ວ່າ ລະບົບຄວບ​ຄຸມ​ຂອງ​ອີຣ່ານດຳ​ເນີນ
ການທີ່​ສຳຄັນ​ຢ່າງ​ໃດ ​ຫຼັງຈາກ​ນັ້ນກໍ​ເລີ້ມທໍາການກໍ່​ວິ​ນາ​ດສະ​ກຳ ​ໂດຍ​ເຮັດ​ໃຫ້
​ເຄື່ອງ​ຈັກ​ເລີ້ມແລະ​ຢຸດ​ເຊົາ​ແລ່ນ​ຊໍ້າ​ແລ້ວ​ຊໍ້າ​ອີກຊຶ່ງ​ເຊື່ອ​ກັນ​ວ່າ​ເຄື່ອງ​ຈັກ​ດັ່ງກ່າວນີ້ ​
ແມ່ນ​ໃຊ້​ເພື່ອ​ຜະລິດ​ທາດ​ຢູ​ເຣນຽມ​ທີ່​ສາມາດ​ນຳ​ໄປ​ສ້າງ​ອາວຸດ​ໄດ້ ​ໃນ​ວິທີ​ທີ່ ທຳ
ລາຍ​ອຸບປະກອນ​ດັ່ງກ່າວ​.