ປ. ໂອບາມາ ຮຽກຮ້ອງ ໃຫ້ສະພາ ຮັບຜ່ານ ແຜນການສ້າງວຽກງານ

  • ທອງປານ ເທບວົງສາ

ປະທານາທິບໍດີໂອບາມາ ກ່າວຄໍາປາໃສຂອງແຜນການສ້າງໜ້າວຽກ ຂອງທ່ານ

ເມື່ອວັນພະຫັດອາທິດແລ້ວນີ້ ປະທານາທິບໍດີບາຣັກ ໂອບາມາ ໄດ້ກ່າວຄໍາປາໄສຕໍ່ກອງ ປະຊຸມຮ່ວມຂອງລັດຖະສະພາສະຫະລັດ ແລະໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນທັງຫລາຍ ຈົ່ງຍຸດຕິໃນສິ່ງທີ່ທ່ານເອີ້ນວ່າ ການຫລີ້ນ “ລະຄອນສັດການເມືອງ” ໃນວໍຊິງຕັນ ແລະຈົ່ງ ເຄຶ່ອນໄຫວຢ່າງໄວ ເພື່ອອະນຸມັດຮ່າງກົດໝາຍສ້າງກ່ຽວກັບວຽກງານ ທີ່ທ່ານກໍາລັງຈະສົ່ງ ໄປຍັງສະພານັ້ນ. ທອງປານ ມີລາຍລະອຽດ ມາສະເໜີທ່ານ.

ປະທານາທິບໍດີ​ໂອ​ບາ​ມາ​ໄດ້ຕັ້ງ​ໃຈໃຊ້ຄໍາ​ປາໄສ​ຂອງ​ທ່າ​ນ ຍົກເດີ​ມພັນຂຶ້ນ​ຢ່າງຫລວງຫລາຍ ​ໃນການ​ຕໍ່ສູ້​ຂອງ​ທ່ານ​ກັບ​ພັກຣີພັບ​ບລິ​ກັນ ກ່ຽວ​ກັບວິທີການ​ແກ້​ໄຂ​ບັນຫາ​ການ​ຫວ່າງ​ງານ​ທີ່ ຍັງດື້​ດຶງ​ຢູ່ໃນ​ອັດຕາ 9.1 ຢ່າງບໍ່​ມີ​ທ່າ​ທີ​ວ່າ​ຈະ​ລຸດລົງ​ເລີຍນັ້ນ ​ແລະສືບ​ຕໍ່​ສ້ອມ​ແປງ​ບັນຫາ​ການຂາດ​ດຸນ​ງົບປະມານ ຂອງ​ປະ​ເທດ​ຊາດຕໍ່​ໄປ.

ໂດຍ​ການເລ່ງ​ລັດ​ຈາກ​ພັກ​ເດໂມ​ແຄຣທຂອງ​ທ່ານ​ເອງ​ ​ໃຫ້ນໍາ​ສະ​ເໜີ​ຂໍ້​ສະ​ເໜີ​ທີ່​ໃຫຍ່​ໂຕ​ທີ່​
ສຸດ​ເທົ່າ​ທີ່​ສາມາດ​ເຮັດ​ໄດ້ນັ້ນ ທ່ານ​ໂອບາ​ມາ​ໄດ້​ເປີດ​ເຜີຍຮ່າງ​ກົດໝາຍ​ຊຸດ​ນຶ່ງ ທີ່​ມີ​ມູນ​ຄ່າ
ປະມານ 450 ພັນລ້ານ ຫລື 450 ຕື້ໂດ​ລາ ​ທີ່ີໂຮມ​ທັງການ​ຕໍ່​ອາຍຸ​ການ​ຕັດ​ພາສີເງິນ
ເດືອນ​ສໍາລັບ​ພວກ​ຄົນ​ງານ​ແລະ​ນາຍ​ຈ້າງ ​ແລະ​ໃຫ້​ສິນ​ນໍ້າໃຈ​ໃຫ້​ແກ່​ພວກທຸລະກິດ​ ​ເພື່ອ​ໃຫ້ ​ເຂົາເຈົ້າວ່າ​ຈ້າງ​ຄົນງານ.

ສໍາລັບຮ່າງ​ກົດໝາຍໃຊ້​ຈ່າຍເງິນນັ້ນ ທ່ານໂອ​ບາ​ມາ​ໄດ້​ສະ​ເໜີ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ກົດໝາຍ​ວ່າ​ດ້ວຍວຽກ​ງານຂອງອາ​ເມຣິກາ ຊຶ່ງຈະ​ຖື​ກນໍາໄປ​ພິຈາລະ​ນາ ​ແລະ​ລົງມະຕິ ໂດຍສະພາ​ຕໍ່າ​ທີ່​ຄວບ​ຄຸມ​ໂດຍ​ພັກຣີພັບ​ບລິ​ກັນ​ນັ້ນ ກ່ອນ.

ທ່ານໂອ​ບາ​ມາກ່າວ​ວ່າ ຮ່າງກົດໝາຍ​ທີ່​ວ່າ​ນີ້ ຈະຊ່ວຍ​ກະຕຸກ​ຊຸກຍູ້​ເສດຖະກິດ​ທີ່​ບໍ່​ໄປ​ບໍ່​ມາ​ທາງ​ໃດ ​ຢູ່​ໃນ​ເວລາ​ນີ້. ທ່ານໂອ​ບາ​ມາ​ກ່າວວ່າ

ຂ້າພະ​ເຈົ້າກໍາລັງສົ່ງ​ແຜນການ​ນຶ່ງ​ໄປ​ຍັງ​ສະພາ​ຄອງ​ແກຣສ ຊື່​ງພວກ​ທ່ານຄວນ​
ຈະ
ໃຫ້ການອະນຸມັດ​ໂດຍ​ທັນ​ທີ. ​ແຜນການ​ນີ້​ເອີ້ນ​ວ່າ ກົດໝາຍວ່າ​ດ້ວຍວຽກງານ
ຂອງ
ອາເມຣິກ. ມັນ​ບໍ່​ໜ້າ​ຈະ​ມີຂໍ້ໂຕ້​ແຍ້​ງກັນ​ໃດໆ ກ່ຽວ​ກັບກົດໝາຍ​ສະ​ບັບນີ້.
ທຸກ​ສິງ​ທຸກ​ຢ່າງ​ຢູ່​ໃນ​ແຜນການ​ນີ້
ກໍແມ່ນ​ຂໍ້ສະ​ເໜີທີ່​ຄ້າຍຄື​ກັນ​ກັບ​ອັນທີ່ໄດ້ຮັບ​ການ
ສະໜັບສະໜຸນ ມາ​ແລ້ວ ຈາກທັງ​ຝ່າຍ​ເດໂມ​ແຄຣທ​ແລະ​ຣີພັບ​ບລິ​ກັນ ​ໂຮມ​ທັງ
ຫລາຍໆ​ຄົນ​ທີ່​ນັ່ງ​ຟັງ​ຢູ່​ທີ່​ນີ້​ໃນ​ຄໍ່າ​ຄືນ​ນີ້. ​ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ໃນ​ຮ່າງ
ກົດໝາຍ
ສະບັບ
ນີ້ ແມ່ນຈະມີ​ເງິນ​ໃຊ້​ຈ່າຍ. ທຸກໆ​ສິ່ງເລີຍ.

ຄໍາ​ປາໄສ​ຂອງ​ທ່ານ​ໂອ​ບາ​ມາ ມີ​ຂຶ້ນຫລັງ​ຈາກ​ການ​ຕໍ່ສູ້​ກັນ​ດ້ານ​ການ​ເມືອງອັນ​ແສນ​ລໍາ​ບາກ ​
ມາ​ໄດ້​ຫລາຍ​ເດືອນ​ແລ້ວ ​ກັບ​ຝ່າຍຣີພັບ​ບລິ​ກັນ ກ່ຽວ​ກັບວິທີ​ການ​ລົດ​ການ​ຂາດ​ດຸນ​ງົບປະ
ມານ​ຂອງ​ລັດຖະບານ​ລົງ ​ແລະ​ລົດໜີ້ສິນ​ຂອງ​ຊາດ ຈໍານວນ 14 ພັນ​ຕື້​ໂດ​ລານັ້ນ.

ການ​ປານີ​ປານ​ອມກັນ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ ​ໄດ້​ອໍານວຍ​ໃຫ້​ມີ​ການຕັດ​ການ​ໃຊ້​ຈ່າຍ​ລົງ​
1 ພັນ​ຕື້​ໂດ​ລາ ທີ່​ພົວພັນ​ກັບ​ການ​ເພີ່ມ​ລະດັບ​ເພດານ​ໜີ້​ສິນ​ຂອງ​ຊາດ​ຂຶ້ນ ​ແຕ່​ຂະນະ​ດຽວ​
ກັນ ​ກໍ​ໄດ້​ນໍາ​ໄປ​ສູ່​ການຖືກ​ລົດ​ລະດັບ​ຄວາມ​ໜ້າເຊື່ອ​ຖື​ດ້ານ​ສິນ​ເຊື່ອ​ຂອງ​ລັດຖະບານ​ລົງ​ ທີ່​
ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງຮ້າຍ​ແຮງ​.

ຊາວອາເມຣິກັນທີ່ຫວ່າງງານ ຢືນລຽນ ແຖວ ເພື່ອສະມັກເຮັດການ ຢູ່ງານເປີດ ສະມັກເອົາຄົນເຮັດການ ທີ່ເມືອງແຊນ ໂຮເຊ, ລັດແຄລີຟໍເນຍ, ວັນທີ 22 ມີນາ 2011.

ທ່ານ​ໂອ​ບາ​ມາ​ໄດ້ເນ້ນ​ຢໍ້າ​ເປັນ​ພິ​ເສດ ເຖິງ​
ຄວາ​ມສໍາຄັນ​ຂອງ​ການ​ສະໜັບສະໜຸນ​ທີ່
ເຄີຍໄດ້​ຮັບໃນ​ຜ່ານ​ມາ​ ຈາກ​ທັງ​ສອງ​ພັກ​
ການ​ເມືອງສໍາລັບ​ຂໍ້​ສະ​ເໜີ​ຕ່າງໆ​ໃນ​ແຜນ
ການ​ສ້າງໜ້າວຽກ​ຂອງທ່ານນັ້ນ ​ແລະ​ທ່ານ
ຮຽກຮ້ອງ​ໃຫ້​ທັງຝ່າຍ​ເດ​ໂມ​ແຄຣທ​ ແລະຣີ
ພັບ​ບລິ​ກັນ ຈົ່ງ​ຍຸຕິ​ການ​ທໍາ​ສົງຄາມ​ການ​
ເມືອງ​ກັນ ເພື່ອນໍາ​ເອົາ​ປະຊາຊົນ​ກັບ​ຄືນ​ໄປ
ທໍາ​ງານ​ ສ້າງ​ລາຍ​ໄດ້ ​ແລະ​ນໍາ​ເອົາ​ເສດຖະ
ກິດກັບຄືນ​ມາເຂົ້າຮູບ​ເຂົ້າຮອຍ. ທ່ານ​ໂອ ​ບາ​ມາກ່າວ​ວ່າ:

“ປະຊາຊົນ​ຂອງ​ປະ​ເທດນີ້ ພາກັນທໍາ​
ງານ​ໜັກ​ເພື່ອໃຫ້ປະຕິບັດຄວາມ​ຮັບ
ຜິດຊອບ​ຕ່າງໆຂອງ​ພວກ​ເຂົາ​ເຈົ້າ​ໄດ້.
ຄໍາ​ຖາມໃນ​ຄໍ່າ​ຄືນ​ນີ້​ ກໍ​ແມ່ນ​ວ່າ​ພວກ​
ເຮົາເດ້ ຈະ​ປະຕິບັດຄວາມ​ຮັບ​ຜິດ​ຊອບ
ຂອງ​ພວກ​ເຮົາ​ໄດ້ຫລື​ບໍ່? ​ຄໍາ​ຖາມ​ກໍ​ຄື​ວ່າ ​ຕໍ່ໜ້າ​ວິ​ກິດ​ການ​ຂອງຊາດ ​ທີ່ມີຢູ່​ໃນ​
ເວລາ​ນີ້ ພວກ​ເຮົາ​ຈະ​ສາມາດ​ຢຸດ​ການ​ຫລິ້ນລະຄອນ​ສັດການ​ເມືອງນີ້​ໄດ້​ບໍ່?ແລະ
ຫັນ​ມາເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງຢ່າງແທ້​ຈິງ​ເພື່ອ​ຊ່ວຍ​ເສດຖະກິດ​ໄດ້​ຫລື​ບໍ່?ພວກເຮົາ​ຈະ
ສາມາດ​ກອບ​ກູ້ເອົາຄວາມ​ຍຸຕິ​ທໍາ​ແລະຄວາມ​ໝັ້ນຄົງ​ ທີ່ໄດ້ກໍານົດ​ປະ​ເທດນີ້​ ມາຕັ້ງ​
ແຕ່​ຕອນ​ເລິ່ມຕົ້ນຂອງ​ພວກ​ເຮົານັ້ນ ກັບ​ຄືນ​ມາ​ ​ໃນ​ລະດັບໃດ​ ລະດັບ​ນຶ່ງ ໄດ້​ຫລື​ບໍ່?”

ພາກສ່ວນ​ທີ່​ສໍາຄັນ​ຕ່າງໆຂອງ​ແຜນການ​ຂອງ​ທ່ານ​ໂອ​ບາ​ມ ​ແມ່ນໂຮມ​ທັງ​ຂໍ້ສະ​ເໜີໃຫ້​ສ້າງ
ສາ​ຄືນ​ໃໝ່ແລະ​ປັບປຸງໃຫ້​ທັນ​ສະ​ໄໝຂຶ້ນ ​ໂຄງ​ລ່າງພື້ນຖານ​ແລະ​ໂຮງຮຽນ​ຕ່າງໆຂອງ​ສະຫະ
ລັດ ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນແກ່​ບັນດາລັດແລະ​ລັດຖະບານ​ທ້ອງ​ຖິ່ນ​ ທີ່​ຂາດ​ເງິນ
ໃຫ້ການ​ເຝິກອົບ​ລົມ​ດ້ານ​ວຽກງານ ​ເພື່ອ​ຊ່ວຍ​ເຫລືອ​ພວກ​ທີ່​ຫວ່າງ​ງານ​ມາ​ເປັນ​ເວລາ​ດົນ​ນານ
ແລະເອົາ​ບາດກ້າວຕ່າງໆ ​ເພື່ອຊຸກຍູ້​ໃຫ້​ມີ​ການວ່າ​ຈ້າງ​ພວກ​ນັກ​ລົບ​ເກົ່າ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ບັນດາ​ຊາວ​ອາ​ເມຣິກັນ​ທີ່​ຮັ່ງມີ​ ​ແລະພວກ​ບໍລິສັດ​ໃຫຍ່​ໆທັງຫລາຍ
ຄວນ​ຈະໄດ້​ໃຊ້ຈ່າຍເງິນ​ເພີ່ມ​ຂຶ້ນ ຜ່ານ​ການ​ລົບ​ລ້າງ​ຊ່ອງ​ຫວ່າງ​ດ້ານ​ພາສີ​ນັ້ນ ​ແລະ​ໄດ້​ກ່າວ​
ຍໍ້າຄໍາ​ຮຽກຮ້ອງ​ຂອງ​ທ່ານ ​ໃຫ້​ມີ​ການ​ຮັບ​ຜ່ານ​ແຜນການ​ທີ່​ມີ​ຄວາມສົມ​ດຸນ​ ທີ່​ຈະ​ຮວມ​ເອົາ
ການ​ປັບ​ປຸງແບບພໍ​ປານ​ກາງ ພວກໂຄງການ​ຮັກສາ​ສຸຂະພາບ​ ທີ່ແພງ​ຫລາຍ​ຂອງ​ລັດຖະ ບານ​ນັ້ນ.

ປະທານາທິບໍດີໂອ​ບາ​ມາ​ຍັງ​ມີ​ແຜນ ​ຈະ​ສົ່ງ​ແຜນການ​ທີ່ໃຫຍ່​ໂຕກວ່າ​ນັ້ນ ​ໄປ​ຍັງ​ລັດຖະສະ
ພາ​ ​ໃນ​ອີກສິບ​ມື້ ທີ່​ຈະ​ໂຮມ​ທັງຄ່າ​ໃຊ້​ຈ່າຍ​ຂອງ​ຂໍ້ສະ​ເໜີ​ກ່ຽວ​ກັບວຽກງານ​ຂອງ​ທ່ານ ​ແລະ​
ບາດກ້າວ​ຕ່າງໆ​ເພື່ອ​ສ້າງ​ຄວາມ​ທຸ່ນ​ທຽງໃນ​ໄລຍະ​ຍາວ ໃຫ້​ແກ່​ໜີ້​ສິນຂອງ​ສະຫະລັດ​.

ແລະທ່ານ​ໂອ​ບາ​ມາຂໍ​ຮ້ອງ​ໃຫ້​ຄະນະ​ກໍາມະການ​ງົບປະມານຂອງ​ສະພາ ທີ່ປະກອບ​ດ້ວຍ
ສະມາຊິກ​ຈາກ​ທັງສອງ​ພັກ ​ທີ່​ຖືກສ້າງ​ຕັ້ງຂຶ້ນມາໂດຍ​ຂໍ້​ຕົກລົງ​ກັນ ເລື່ອງ​ໜີ້​ສິນ​ແລະ​ການ​
ຂາດ​ດຸນ​ງົບປະມານນັ້ນ ໃຫ້ຊອກ​ຫາ​ຊ່ອງ​ທາງປະ​ຢັດ​ເພີ່ມ​ຕື່ມ​ ​ໃຫ້​ໄດ້ຫລາຍ​ກວ່າຈໍານວນ
1500 ​ຕື້​ໂດ​ລາ ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ນັ້ນ.

ປະທານສະພາຕໍ່າສະຫະລັດ ທ່ານ ຈອນ ເບເນີ (ຊ້າຍ) ແລະຜູ້ນໍາພັກ ສຽງສ່ວນຫລາຍໃນສະພາສູງ ທ່ານ ແຮຣີ ຣີດ (ຂວາ).

ໃນ​ການສະ​ແດງປະຕິກິລິຍາຕອບ​ໃນ​ເບຶ້ອງ
ຕົ້ນ​ນັ້ນ ໂຄສົກ​ສະພາຕໍ່າ ຈອນ ​ເບເນີ
ຈາກ​ພັກຣີພັບ​ບລິ​ກັນ ກ່າວ​ວ່າ ຂໍ້ສະ​ເໜີ​
ຂອງ​ທ່ານ​ໂອ​ບາ​ມາມີ​ຫລາຍ​ຢ່າງ​ດີ​ໆ ທີ່
ສົມຄວນ​ທີ່​ຈະ​ໄດ້​ຮັບການ​ພິຈາລະ​ນາ​
ແຕ່​ທ່ານກ່າວ​ຕື່ມ​ວ່າ ທ່ານ​ຫວັງ​ວ່າ ທ່ານ
ປະທານາທິບໍດີ​ຈະ​ໃຫ້ການ​ພິ​ຈາລະ​ນາແກ່
ຂໍ້ສະ​ເໜີ​ຂອງ​ຝ່າຍຣີພັບ​ບລິ​ກັນຢ່າງ​ເອົາ
ຈິງ​ເອົາ​ຈັງ​ເຊ່ນ​ກັນ​. ພວກຣີພັບ​ບລິ​ກັນ
ຄົນອື່ນໆ​ມີ​ຄວາມ​ເຫັນ​ທີ່​ຮຸນ​ແຮງ​ກວ່າ​ນັ້ນ.

ສະມາຊິກ​ສະພາ​ສູງ ທ່ານ ອໍຣິນ ແຮັຈ
ໄດ້​ສະ​ແດງ​ຄວາມບໍ່​ແນ່ໃຈ​ ​ແຕ່​ກໍ​ກ່າວ​ວ່າ
ທ່ານ​ຈະ​ລໍ​ຖ້າເບິ່ງ​ລາຍ​ລະອຽດ​ຂອງ​ແຜນ
ການ​ດັ່ງກ່າວ​ເສຍ​ກ່ອນ. ທ່ານ Hatch ກ່າວ​ວ່າ:

“ຂ້າພ​ະ​ເຈົ້າຈະ​ສຶກສາ​ເບິ່ງ​ໃຫ້​ຄັກ​ແນ່ ​ແລະ​ກໍ​ຫວັງວ່າ​ ຈະ​ໃຫ້ການສະໜັບສະໜຸນ​
ປະທານາທິບໍດີໄດ້ ​ແຕ່​ໃນ​ເວລາ​ນີ້ ​ເບິ່ງ​ຄື​ວ່າ ຍັງ​ຢູ່​ໃນສະພາບ​ເກົ່າ​ຫລາຍ​ກວ່າ.”

ຄວາມ​ເຫັນ​ຈາກ​ພວກ​ຜູ້​ນໍາ​ສໍາຄັນຂອງ​ຝ່າຍ​ເດ​ໂມ​ແຄຣທ ​ແມ່ນ​ຍ້ອງ​ຍໍສັນລະ​ເສີນ​ປະທານາທິ
ບໍດີ ​ໂດຍ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ໄດ້​ນໍາ​ສະ​ເໜີ​ຂໍ້ສະ​ເໜີ​ທີ່​ສົມ​ເຫດ​ສົມ​ຜົນ ​ເພື່ອ​ແກ້​ໄຂ​ບັນຫາ​
ການຫ​ວ່າງ​ງານ ຊຶ່ງ​ງົບປະມານ​ຂອງ​ຂໍ້​ສະ​ເໜີ​ເຫລົ່າ​ນັ້ນ ​ແມ່ນ​ຈະເປັນພາກສ່ວນ​ນຶ່ງ​ຂອງ
ຄວາມ​ພະຍາຍາມ ​ໃນຂອບ​ເຂດ​ທີ່​ກ້ວາງ​ຂວາງ​ກ່ວາ ​ເພື່ອ​ລົດ​ຜ່ອນໜີ້​ສິນ​ ​ແລະການ​ຂາດ​ດຸ ​ງົບປະມານລົງ​ນັ້ນ​.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ມ້ວນທ້າຍ​ວ່າ ທ່ານ​ຈະ​ທໍາ​ການເດີນທາງ​ໃນໄລຍະ​ຫລາຍໆ
ອາທິດຕໍ່ໜ້າ​ນີ້​ ເພື່ອປຸກລະດົມ​ເອົາ​ການ​ສະໜັບສະໜຸນຈາກ​ມະຫາຊົນ ສໍາລັບຂໍ້ສະ​ເໜີ​ກ່ຽວ​
ກັບວຽກ​ງານຂອງ​ທ່ານ ​ແລະ​ຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນ​ ບອກສະພາ​ຄອງ​ແກຣສວ່າ
ການ​ບໍ່​ເຮັດ​ບໍ່​ທໍາ​ຫຍັງ​ເລີຍ​ນັ້ນ ບໍ່​ແມ່ນ​ທາງ​ເລືອກ.