ຝົນຕົກບໍ່ໄດ້ເຮັດໃຫ້ຄວາມຕື່ນເຕັ້ນຈືດຈາງໄປສຳລັບການຢ້ຽມ
ຢາມຄັ້ງປະຫວັດສາດຂອງປະທານາທິບໍດີບາຣັກ ໂອບາມາ ທີ່
ອິນເດຍ ໃນຂະນະທີ່ພວກທະຫານ ຫຼາຍພັນຄົນເຂົ້າປະກອບ
ສ່ວນໃນການເດີນສວນສະໜາມຢ່າງຄຶກຄື້ນໃນວັນຈັມມື້ນີ້ ບ່ອນ
ທີ່ທ່ານໂອບາມາ ໄດ້ເປັນແຂກຮັບເຊີນທີ່ມີກຽດໄປຮ່ວມນຳນັ້ນ.
ທ່ານໂອບາມາເປັນປະທານາທິບໍດີສະຫະລັດຄົນທຳອິດ ທີ່ໄປ
ຮ່ວມວັນສະຫຼອງກົດໝາຍລັດຖະທຳມະນູນສະບັບທຳອິດຂອງ
ອິນເດຍ ໃນຖານະເປັນປະເທດເອກກະລາດ ທີ່ມີຜົນບັງຄັບໃຊ້
ມາຕັ້ງແຕ່ວັນທີ 26 ມັງກອນ ປີ 1950 ເປັນຕົ້ນມາ.
ການສວນສະໜາມ ວັນສາທາລະນະລັດ ທີ່ນິວເດລີ
ປະທານາທິບໍດີສະຫະລັດ ໄດ້ໃຊ້ເວລາມື້ທຳອິດໃນການຢ້ຽມຢາມເປັນເວລາ 3 ມື້ ຂອງ
ທ່ານ ໃນວັນອາທິດວານນີ້ ເພື່ອຜູກສາຍພົວພັນກັບນາຍົກ Narendra Modi ແຫ່ງອິນເດຍ ແລະ ບັນລຸຂໍ້ຕົກລົງກັນຫຼາຍສະບັບ.
ປະທານາທິບໍດີ Barack Obama ຈັບມືກັນ ນາຍັກລັດຖະມົນຕີອິນເດຍ ທ່ານ Narendra Modi ຂະນະທີ່ ທ່ານເດີນທາງໄປເຖິງສະຖານທີ່ ພິທີການເດີນສວນສະໜາມ ເນື່ອງໃນວັນສະຫຼອງກົດໝາຍລັດຖະທຳມະນູນສະບັບທຳອິດຂອງ ອິນເດຍ.
ທ່ານ ໂອບາມາ ແລະທ່ານໂມດີ ໄດ້ປະກາດໃຫ້ຮູ້ວ່າ ພວກທ່ານໄດ້
"ບັນລຸ" ຂໍ້ຕົກລົງດ້ານພະລັງນີວເຄລຍ ທີ່ໄດ້ຕົກຢູ່ໃນ ສະພາບບໍ່
ໄປບໍ່ມາ ມາເປັນເວລາດົນນານນັ້ນ.
ສະຫະລັດ ໄດ້ລົງນາມໃນຂໍ້ຕົກລົງກັບອິນເດຍໃນປີ 2008 ທີ່ຈະ
ອະນຸມັດດ້ານເທັກໂນໂລຈີນີວເຄລຍທີ່ໃຊ້ທາງພົນລະເຮືອນ .
ແຕ່ການຈັດຕັ້ງປະຕິບັດ ຂໍ້ຕົກລົງດັ່ງກ່າວໄດ້ຊັກຊ້າມາ ກ່ຽວກັບ
ກົດໝາຍຂອງອິນເດຍສະບັບນຶ່ງ ທີ່ຈະເຮັດໃຫ້ພວກບໍລິສັດຕ່າງໆ
ທີ່ກໍ່ສ້າງ ແລະສະໜອງອຸບປະກອນເປັນຜູ້ຮັບຜິດຊອບໃນກໍລະນີ
ທີ່ເກີດອຸບັດເຫດຂຶ້ນນັ້ນ.
ທັງສອງ ຝ່າຍໄດ້ຕົກລົງກັນໃນວັນອາທິດວານນີ້ ເພື່ອຈັດຕັ້ງເງິນປະກັນໄພມູນຄ່າຫຼາຍພັນລ້ານດອນລາຂຶ້ນ ທີ່ບໍ່ບັງຄັບໃຫ້ອິນເດຍຈຳເປັນຕ້ອງປ່ຽນກົດໝາຍຂອງຕົນ.
Your browser doesn’t support HTML5
Obama, Modi Resolve Nuclear Deal Issues
ລາຍລະອຽດຂອງຂໍ້ຕົກລົງກັນນີ້ ຍັງບໍ່ທັນແຈ້ງຂາວເທື່ອ ແຕ່ປະທານາທິບໍດີໂອບາມາ ເອີ້ນຂໍ້ຕົກລົງກັນໃນວັນອາທິດວານນີ້ວ່າ ເປັນບາດກ້າວ ທີ່ສຳຄັນອັນນຶ່ງ ທີ່ສະແດງໃຫ້ເຫັນວິທີທີ່ທັງສອງຝ່າຍສາມາດດຳເນີນການຮ່ວມກັນໄດ້ ເພື່ອຍົກລະດັບສາຍພົວພັນກັນຂຶ້ນ.
Your browser doesn’t support HTML5
INDIA OBAMA VISIT VIDEO