ສະຫະລັດ ຈະຖອນ ທະຫານທັງໝົດ ອອກຈາກອີຣັກ ໃນທ້າຍປີນີ້

  • ໄພສານ ວໍຣະຈັກ

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ຖະແຫຼງກ່ຽວກັບການຖອນທະຫານອະເມຣິກັນ ອອກຈາກອີຣັກ (21 ຕຸລາ 2011)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາໄດ້ປະກາດວ່າ ຈະມີການຖອນທະຫານອະ
ເມຣິກັນອອກຈາກອີຣັກພາຍໃນທ້າຍປີນີ້.

ປະທານາທິບໍດີໂອບາມາ ໄດ້ໃຫ້ການຖະແຫຼງຂ່າວໃນວັນສຸກວານນີ້ຫຼັງຈາກໄດ້ປະຊຸມຜ່ານ
ທາງເຄືອຂ່າຍຄອມພິວເຕີ້ຫຼື videoconference ກັບນາຍົກລັດຖະມົນຕີອີຣັກທ່ານ Nouri
al-Maliki.

ໃນການໃຫ້ຄວາມເຫັນຕໍ່ກອງປະຊຸມຖະແຫຼງຂ່າວທີ່ທຳນຽບຂາວນັ້ນ ທ່ານໂອບາມາກ່າວ
ວ່າ ທະຫານອະເມຣິກັນໃນອີຣັກ ຈະເດີນທາງກັບຄືນມາເຖິງສະຫະລັດ ຢ່າງເປັນການແນ່
ນອນທັນກັບມື້ພັກ. ທ່ານເວົ້າວ່າທ່ານເອງແລະນາຍົກລັດຖະມົນຕີ Maliki ໄດ້ຕົກລົງເຫັນ ພ້ອມນຳກັນກ່ຽວກັບການຕັດສິນໃນດັ່ງກ່າວ.

ທ່ານໂອບາມາກ່າວວ່າ ຄວາມສຳພັນຂອງສະຫະລັດກັບອີຣັກ ຈະກ້າວເຂົ້າສູ່ຂັ້ນຕອນໃໝ່ ອີງຕາມພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດແລະເຄົາລົບຊຶ່ງກັນແລະກັນ.

ບໍ່ດົນຫຼັງຈາກນັ້ນ ທ່ານ Maliki ກໍໄດ້ອອກຖະແຫຼງຂ່າວສະບັບນຶ່ງເວົ້າວ່າ ທ່ານແລະປະ
ທານາທິບໍດີໂອບາມາ ຕ່າງກໍມີທັດສະນະຄວາມເຫັນທີ່ກົງກັນ ກ່ຽວກັບການເລີ່ມຕົ້ນໃໝ່
ຂອງຄວາມສຳພັນລຸນຫຼັງທີ່ມີການຖອນທະຫານສະຫະລັດແລ້ວມີທະຫານອະເມຣິກັນປະ
ມານ 39,000 ຄົນຍັງເຫຼືອຢູ່ໃນປະເທດອີຣັກເວລານີ້ຫຼຸດລົງຈາກລະດັບສູງສຸດ 165,000
ຄົນໃນປີ 2008.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta ກ່າວໃນຕອນ
ແລງຂອງມື້ວານນີ້ວ່າ ສະຫະລັດຈະທຳການເຈລະຈາກັບລັດຖະບານອີຣັກຫຼັງຈາກທ້າຍ
ປີ 2011 ກ່ຽວກັບຄວາມເປັນໄປໄດ້ໃນບົດບາດທີ່ທະຫານອະເມຣິກັນຈະໃຫ້ການຝຶກ
ແອບແກ່ກຳລັງຂອງອີຣັກ.

ຫຼັງຈາກທ້າຍປີນີ້ແລ້ວ ຈະມີທະຫານອະເມຣິກັນປະມານ 150 ຄົນ ຢູ່ຕໍ່ທີ່ປະເທດອີຣັກ ຊຶ່ງຈຳນວນນຶ່ງຈະເປັນພາກສ່ວນຂອງກຳລັງຮັກສາຄວາມສະຫງົບປະຈຳສະຖານທູດສະ
ຫະລັດ.