ປ. ໂອບາມາ ກ່າວວ່າ ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ ຖືວ່າ ໄດ້ຜົນ ເກີນຄາດໝາຍ

ປະທານາທິບໍດີ ບາຣັກ ໂອບາມາ ຕອບຄຳຖາມຕ່າງໆ ກ່ຽວກັບ ຂໍ້ຕົກລົງ ນິວເຄລຍ ອີຣ່ານ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ທີ່ທຳນຽບຂາວ, ເມື່ອວັນທີ 15 ກໍລະກົດ 2015.

ລັດຖະມົນ​ຕີ​ຕ່າງປະ​ເທດ ສະຫະລັດ ທ່ານ ຈອນ ​ແຄຣີ ຈະ
​ພະຍາຍາມ “ສະ​ເໜີ” ຂໍ້​ຕົກລົງ​ນິວ​ເຄລຍອີຣ່ານ ຕໍ່​ຊາວ​
ອາ​ເມຣິກັນ ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ຈະ​ປາກົດ​ຕົວ​ ຢູ່ໃນ​ລາຍການ
ສົນທະນາ ​ໃນ​ຕາໜ່າງຂ່າວ​ ທີ່​ສຳຄັນ ທັງ 5 ສະຖາ​ນີ.

ຂໍ້​ຕົກລົງ ເພື່ອ​ເຮັດ​ໃຫ້​ອີຣ່ານ ຢຸດຕິ​ການ​ພັດທະນາ​ອາວຸດ​
ນິວ​ເຄລຍນັ້ນ ​ແມ່ນມີ​ຂຶ້ນ ຫຼັງຈາກທີ່​ມີ​ການ​ເຈລະຈາ ຢ່າງ​
ລະອຽດມາ​ເປັນ​ເວລາ​ຫຼາຍໆ​ເດືອ​ນ ລະຫວ່າງ​ອີຣ່ານ ​ແລະ
ຫົກ ​ປະ​ເທດມະຫາ​ອຳນາດ. ບັດ​ນີ້ ນັກ​ການ​ທູດ​ສະຫະລັດ
​ຂັ້ນສູງ ​ແມ່ນ​ກຳລັງ​ພະຍາຍາມ ​ເຮັດ​ໃຫ້​ພົນລະ​ເມືອງ​ຂອງ​ຕົນ
ໝັ້ນ​ໃຈ​ວ່າ ຂໍ້​ຕົກລົງ​ນັ້ນ ທີ່​ແທ້​ແລ້ວ ​ແມ່ນ​ເປັນ​ສິ່ງ​ທີ່​ດີ.

ບັນດາ​ນັກ​ການ​ເມືອງ ສັງກັດພັກຣີພັບ​ບລີ​ກັນ ​ແລະ ບັນດານ​ຜູ້​ສະໝັກ​ເປັນ​ປະທານາ
ທິບໍດີ ​ໄດ້​ໂຈມ​ຕີ​ຂໍ້​ຕົກ​ລົງ​ດັ່ງກ່າວ ​ແລະ ​ໄດ້​ປະຕິຍານ​ວ່າ ຈະ​ຫັນປ່ຽນ​ຂໍ້​ຕົກລົງ​ນັ້ນ ​ທີ່​ອາດ​
ເປັນ​ໄປ​ໄດ້ ​ໃນ​ການ​ລົງ​ຄະ​ແນນສຽງ​ໃນ​ລັດຖະສະພາ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້ສັນ​ຍາວ່າ ຈະ​ໃຊ້​ສິດ​ຍັບຍັ້ງ ການ​ພະຍາ​ຍາມ​ໃດໆ
ຂອງ​ລັດຖະສະພາ ທີ່​ຈະ​ຂັດຂວາງ​ການ​ລິ​ເລີ້ມຂໍ້​ຕົກລົງ​ດັ່ງກ່າວ​ນັ້ນ.

Your browser doesn’t support HTML5

Iran Nuclear Deal

ທ່ານ ​ໂອ​ບາ​ມາ ກ່າວ​ວ່າ ຂໍ້​ຕົກລົງນັ້ນ ​ແມ່ນ “​ໄດ້​ເຮັດຫຼາຍກວ່າ ທີ່​ຜູ້ໃດ​ຜູ້​ໜຶ່ງ ສາມາດ
ທຳ​ໄດ້​ກ່ອນ​ໜ້າ​ນີ້”
​ເພື່ອ​ສະກັດ​ກັ້ນ ອີຣ່ານຈາກ​ການ​ມີ​ອາວຸດ​ນິວ​ເຄລຍ​ໃນ​ຄອບ​ຄອງ.

ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໃສ​ປະຈຳ​ອາທິດ ທ່ານ ​ໂອ​ບາ​ມາ ກ່າວ​ວ່າ ອີຣ່ານ ບໍ່​ສາມາດ​ຕົວະ​ຕົ້ມ
​ຂໍ້​ຕົກລົງນີ້​ໄດ້ ​ເພາະວ່າ ລະບົບ​ການ​ກວດ​ສອບທີ່​ຈັດຕັ້ງ​ໄວ້ນັ້ນ ​ແມ່ນ “ຮອບ​ຄອບ​ຄົບ​ຖ້ວນດີ.” ​

ທ່ານ​ກ່າວ​ອີກ​ວ່າ ຖ້າ​ອີຣ່ານ ຜິດ​ຕໍ່​ສັນຍາ ຊຶ່ງ​ຮຽກຮ້ອງໃຫ້​ອີຣ່ານ ນຳ​ສົ່ງ 98 ​ເປີ​ເຊັນ
ຂອງ​ວັດຖຸ​ນິວ​ເຄລຍ ຂອງ​ຕົນ​ອອກ​ໄປ​ຈາກ​ປະ​ເທດ ​ແລະ ມາດ​ຕະການ​ລົງ​ໂທດ​ທາງ​ດ້ານ​
ເສດຖະກິດ ທີ່​ໄດ້ເຮັດ​ໃຫ້​ເສດຖະກິດ​ຂອງ​ອີຣ່ານລົ້ມລະລາຍນັ້ນ ຈະນຳກັບຄືນມາ​ໃຊ້​
ຕາມ​ເດີມ.

ທ່ານ​ເວົ້າ​ວ່າ ຖ້າປາດ​ສະ​ຈາກ​ຂໍ້​ຕົກລົງນີ້​ແລ້ວ ​ໂລກ​ອາດ​ສ່ຽງ​ຕໍ່​ການ​ເກີດ​ສົງຄາມ​ຂຶ້ນອີກ​
ຄັ້ງໜຶ່ງ ຢູ່​ໃນ​ຂົງ​ເຂດ​ທີ່​ມີ​ສະພາບ​ການ​ປ່ຽນ​ແປງ​ສູງ​ໃນ​ໂລກແຫ່ງນັ້ນ.