ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຂອບ
ຂອງຂໍ້ຕົກລົງດ້ານນິວເຄລຍ ທີ່ໄດ້ບັນລຸກັນກັບອີຣ່ານນັ້ນ ແມ່ນ
ການຕົກລົງທີ່ດີ ທີ່ໄດ້ບັນລຸກັນ ໂດຍຜ່ານຫຼັກປະຕິບັດທາງດ້ານ
ການທູດທີ່ເຂັ້ມແຂງ.
ປະທານາທິບໍດີ ໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານ (Obama said in his weekly address) ໃນວັນ
ເສົາມື້ນີ້ວ່າອີຣ່ານໄດ້ຕົກລົງທີ່ຈະບໍ່ເກັບສະສົມວັດຖຸທີ່ມີຄວາມ
ຈຳເປັນ ໃນການສ້າງອາວຸດນິວເຄລຍໄວ້. ປະທານາທິບໍດີໃຫ້
ຂໍ້ສັງເກດວ່າ ຄະນະກວດກາຂອງນາໆຊາດຈະສາມາດເຂົ້າໄປ ກວດກາເບິ່ງໂຄງການນິວເຄລຍຂອງອີຣ່ານໄດ້ແບບທີ່ບໍ່ເຄີຍມີ
ມາກ່ອນ ຍ້ອນອີຣ່ານຈະປະເຊີນໜ້າກັບການກວດກາ ຫຼາຍກວ່າປະເທດອື່ນໃດທັງໝົດ. ປະທານາທິບໍດີ ໂອບາມາເວົ້າວ່າ ຖ້າອີຣ່ານ ຫາກຂີ້ຕົວະ ໂລກກໍຈະຮູ້ຈັກ ຍ້ອນການຕົກ
ລົງດັ່ງກ່າວນີ້ ບໍ່ແມ່ນອີງຕາມຄວາມໄວ້ເນື້ອເຊື່ອໃຈ ແຕ່ອີງຕາມການກວດພິສູດແບບທີ່ບໍ່ ເຄີຍມີມາກ່ອນ.
Your browser doesn’t support HTML5
World Leaders React to Iran Nuclear Framework Deal
ສ່ວນປະທານາທິບໍດີອີຣ່ານ ທ່ານ Hassan Rouhani ກ່າວວ່າ ຂອບຂອງຂໍ້ຕົກລົງທີ່ໄດ້
ບັນລຸກັນກັບບັນດາປະເທດມະຫາອຳນາດຂອງໂລກຈະປົກປ້ອງສິດທິໃນດ້ານນິວເຄລຍ
ຂອງອີຣ່ານ ແລະສະໜອງການບັນເທົາຈາກການຖືກລົງໂທດຂອງນາໆຊາດ.
ໃນການກ່າວຄຳປາໄສທາງໂທລະພາບຕໍ່ປະເທດຊາດ ໃນວັນສຸກວານນີ້ ປະທານາທິບໍດີ
Rouhani ເວົ້າວ່າ ຂໍ້ຕົກລົງສະບັບນີ້ ແມ່ນການຍອມຮັບກ່ຽວກັບສິດ ທິໃນການກັ່ນທາດ ຢູເຣນຽມຂອງອີຣ່ານ ຢູ່ໃນດິນແດນຂອງຕົນ ໂດຍເວົ້າວ່າ ອີຣ່ານ ຈະສືບຕໍ່ດຳເນີນການ
ຕາມຈຸດປະສົງໃນທາງສັນຕິຂອງຕົນ. ທ່ານເວົ້າວ່າ ເຄື່ອງຈັກກັ່ນກໍຕ້ອງໄດ້ປິ່ນໃນຂະນະ ທີ່ຊີວິດຂອງຜູ້ຄົນແລະເສດຖະກິດຕ້ອງໄດ້ກ້າວໄປຂ້າງໜ້າ.
ນອກນັ້ນທ່ານຍັງເວົ້າວ່າ ການພັດທະນາກ່ຽວກັບໂຄງການນິວເຄລຍຂອງອີຣ່ານແມ່ນບໍ່ ໄດ້ແນໃສ່ປະເທດໃດປະເທດນຶ່ງເປັນການສະເພາະ.
ປະທານາທິບໍດີອີຣ່ານ ປະກາດວ່າ ອີຣ່ານຈະປະຕິບັດຕາມທຸກຄຳໝັ້ນສັນຍາຂອງຕົນຢູ່ ໃນຂໍ້ຕົກລົງ ຕາບໃດທີ່ຝ່າຍກົງກັນຂ້າມ ຍັງໃຫ້ການເຄົາລົບຕໍ່ຄຳໝັ້ນສັນຍາຂອງຕົນຢູ່.
ຂອບຂອງຂໍ້ຕົກລົງ ທີ່ໄດ້ບັນລຸກັນໃນວັນພະຫັດວານນີ້ລະຫວ່າງອີຣ່ານແລະຫົກປະເທດມະຫາອຳນາດຂອງໂລກ ແມ່ນແນໃສ່ເພື່ອຊ່ອຍບັນເທົາຈາກການຖືກລົງໂທດຂອງນາໆ ຊາດ ເພື່ອເປັນການແລກປ່ຽນ ກັບການຈຳກັດ ໃນໂຄງການນິວເຄລຍ ຂອງເຕຫະຣ່ານ. ຂໍ້ຕົກລົງດັ່ງກ່າວນີ້ ແມ່ນໄດ້ເຈລະຈາກັນມາເປັນເວລາດົນກວ່າຫ້າປີແລ້ວແລະໄດ້ບັນລຸ ກັນໃນຕອນທ້າຍ ຂອງການເຈລະຈາກັນຢ່າງຂຸ້ນຂ້ຽວ ເປັນເວລາແປດມື້ ທີ່ເມືອງ Lau-
sanne ປະເທດ Switzerland ແລະໄດ້ແຜ້ວທາງໄປສູ່ການກະກຽມ ເພື່ອຮ່າງຂໍ້ຕົກລົງ ຂັ້ນສຸດທ້າຍ ໃຫ້ແລ້ວສຳເລັດພາຍໃນວັນທີ 30 ມິຖຸນາທີ່ຈະມາເຖິງນີ້.
Your browser doesn’t support HTML5
Iran Nuclear Framework Praised; Tough Negotiations Ahead