ປະຊາຊົນຫຼາຍພັນຄົນ ໄດ້ໄປເຕົ້າໂຮມກັນ ຢູ່ຂົວແຫ່ງໜຶ່ງໃນ
ເມືອງ Selma ລັດ Alabama ທາງພາກໃຕ້ຂອງສະຫະລັດ
ເປັນມື້ທີສອງໃນວັນອາທິດວານນີ້ ເພື່ອຈື່ຈຳແລະລະນຶກເຖິງ
ການເສຍສະຫລະຕ່າງໆຂອງຝູງຊົນອີກກຸ່ມໜຶ່ງ ທີ່ໄດ້ໄປເຕົ້າ
ໂຮມກັນຢູ່ຂົວແຫ່ງດຽວກັນ ເມື່ອເຄິ່ງສັດຕະວັດຜ່ານມາ ໃນມື້ທີ່
ເອີ້ນກັນວ່າ “ວັນອາທິດທີ່ນອງເລືອດ” ຫຼື ”Bloody Sunday.”
ປະຊາຊົນຫຼາຍຄົນ ທີ່ໄປຮ່ວມໃນການໂຮມຊຸມນຸມ ໃນວັນອາທິດ
ວານນີ້ ແມ່ນໄປຈາກທົ່ວປະເທດ ເພື່ອເຂົ້າຮ່ວມໃນຫຼາຍພິທີທີ່ຈັດ
ຂຶ້ນເພື່ອເປັນຂີດໝາຍເຫດການດັ່ງກ່າວ.
ເມື່ອວັນທີ 7 ມີນາ 1965 ນັ້ນ ຕຳຫຼວດໄດ້ທຸບຕີ ແລະຂວ່າງລະເບີດ ນ້ຳຕາໃສ່ພວກເດີນຂະບວນຂ້າມຂົວແຫ່ງນັ້ນ ເວລາພວກເຂົາເຈົ້າ ພະຍາຍາມຈະຍ່າງຈາກເມືອງ Selma ໄປຫາເມືອງ Montgomery ເພື່ອສະໜັບສະໜຸນສິດທິໃນປ່ອນບັດເລືອກຕັ້ງ ສຳຫລັບທຸກຊົນຊາດ ຜິວພັນນັ້ນ.
ສອງອາທິດຫຼັງຈາກມື້ນັ້ນ ມື້ລາງທ່ານ Martin Luther King,Jr. ຜູ້ນຳດ້ານສິດທິພົນລະເມືອງ ໄດ້ນຳພາປະຊາຊົນ ຍ່າງຈາກເມືອງ Selma ໄປຫາ Montgomery ຢ່າງສຳເລັດຜົນ. ການເດີນຂະບວນປະທ້ວງດັ່ງກ່າວ ໄດ້ຊ່ອຍກະຕຸ້ນໃຫ້ມີການອອກກົດໝາຍວ່າດ້ວຍສິດທິໃນການປ່ອນບັດ ໃນປີ 1965 ທີ່ຫ້າມການຈຳແນກກີດກັນ ຍ້ອນເຊື້ອຊາດຜິວພັນນັ້ນ.
Your browser doesn’t support HTML5
Selma
ທ່ານ Eric Holder ລັດຖະມົນຕີຍຸຕິທຳຂອງສະຫະລັດ ໄດ້ກ່າວຍ້ອງຍໍສັນລະເສີນພວກນັກເຄື່ອນໄຫວໃນປີ 1965 ສຳຫລັບຄວາມອົງອາດກ້າຫານຂອງເຂົາເຈົ້າ ໃນການຕໍ່ສູ້ເພື່ອສິດທິ
ໃນການປ່ອນບັດເລືອກຕັ້ງນັ້ນ.
ກ່ອນໜ້ານັ້ນ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຮ່ວມໃນພິທີຂີດ ໝາຍວັນຄົບຮອບປີດັ່ງ
ກ່າວ ແລະຮຽກຮ້ອງໃຫ້ຊາວອາເມຣິກັນທຸກຄົນດຳເນີນງານຮ່ວມກັນ ເພື່ອເຮັດໃຫ້ປະເທດ
ຊາດ ດີຂຶ້ນ.