ປ. ໂອບາມາ ຮ່ວມ ພິທີຄົບຮອບ 50 ປີ ຂອງການຕໍ່ສູ້ ເພື່ອສິດທິພົນລະເມືອງ

ປ. ໂອບາມາ ຮ່ວມ ພິທີຄົບຮອບ 50 ປີ ຂອງການຕໍ່ສູ້ ເພື່ອສິດທິພົນລະເມືອງ.

ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໄດ້​ປະກອບ
ສ່ວນ​ໃນ​ພິທີ ​ຂີດ​ໝາຍ​ຄົບຮອບ 50 ປີ ​ແຫ່ງການພະຍາ​ຍາມ​ຈະ​
ເດີນ​ຂະ​ບວນ​ເພື່ອ​ສິດທິ​ພົນລະ​ເມືອງ ຈາກ​ເມືອງ Selma ​ໄປ​ຫາ
ເມືອງ Montgomery ລັດ​ອາ​ລາ​ບາ​ມາ ໃນ​ພາກ​ໃຕ້​ຂອງ​ສະຫະ
ລັດ ທີ່​ເອີ້ນ​ກັນວ່າ “ວັນ​ອາທິດ​ທີ່​ນອງ​ເລືອດ” ຫລື Bloody
Sunday ນັ້ນ​ໂດຍ​ຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນ​ດຳ​ເນີນ​ງານ
​ຮ່ວມ​ກັນ ​ເພື່ອ​ເຮັດ​ໃຫ້ປະ​ເທດ​ດີ​ຂຶ້ນ.

​ໃນ​ຂະນະ​ທີ່​ຍອມຮັບ​ຮູ້​ວ່າ ​ການຕໍ່ສູ້​ເພື່ອໃຫ້​ໄດ້​ມາ​ຊຶ່ງ​ໂອກາດ
ທີ່ສະ​ເໝີ​ພາບ​ກັນ “ຍັງບໍ່​ທັນ​ໄດ້​ຮັບ​ໄຊຊະນະ​ເທື່ອ” ນັ້ນ
ທ່ານໂອ​ບາ​ມາ ທີ່​ເປັນ​ປະທານາ​ທິບໍດີອາເມຣິກັນເຊື້ອສາຍ​ອາ​
ຟຣິກາຄົນ​ທຳ​ອິດ ກໍ​ໄດ້​ບອກປະຊາຊົນ​ຫຼາຍ​ພັນ​ຄົນ​ທີ່​ເຕົ້າ​ໂຮມ​ກັນຢູ່ເມືອງ Selmaໃນ
​ວັນ​ເສົາ​ວານ​ນີ້​ວ່າ ທ່ານບໍ່​ຍອມຮັບ​ເອົາ​ຄວາມ​ນຶກ​ຄິດ​ທີ່​ວ່າ ບໍ່​ໄດ້​ມີ​ຫຍັງ​ປ່ຽນ​ແປງນັ້ນ.

Your browser doesn’t support HTML5

ObamaSelma

ວັນ​ຄົບຮອບ​ປີ​ດັ່ງກ່າວ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ສະຫະລັດ​ພວມ​ບຶກ​ບືນ​ຕໍ່ສູ້​ກັບຄວາມ​ເຄັ່ງ​ຕຶງ​ທາງ​
ດ້ານ​ຜິວພັນທີ່​ໄດ້​ເກີດ​ຂຶ້ນ​ມາ​ອີກ ຍ້ອນ​ການ​ປະຕິບັດ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ຕໍ່​ຊາວ​ອາ​ເມ
ຣິກັນ ​ເຊື້ອສາຍ​ອາ​ຟຣິກາ​ນັ້ນ. ຄວາມ​ເພ່ງ​ເລັງ​ສ່ວນ​ຫຼາຍ​ແມ່ນໄດ້​ສຸມ​ໃສ່​ເມືອງ Ferguson ລັດ Missouri ບ່ອນ​ທີ່​ ​ຕຳຫຼວດ​ຜິວ​ຂາວຄົນ​ໜຶ່ງ ​ໄດ້ຍິງ​ທ້າວ Michael Brown ​ໄວ​ລຸ່ນ
ຜີວ​ດຳ​ທີ່​ບໍ່​ມີ​ອາວຸດ​ຕິດ​ໂຕ​ ຕາຍ​ໃນ​ປີຜ່ານມາ ​ໃນ​ລະຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ​ຢູ່​ຖະໜົນ​ສາຍ​ນຶ່ງ​ນັ້ນ.

Your browser doesn’t support HTML5

US Reflects on Civil Rights