ປ. ໂອບາມາ ພະຍາຍາມ ໃຫ້ການຄ້ຳປະກັນ ຕໍ່ບັນດາຜູ້ນຳ ໃນເຂດອ່າວເປີເຊຍ

Your browser doesn’t support HTML5

ປະທານາທິບໍດີ Barack Obama ໄດ້ພະຍາຍາມທີ່ຈະໃຫ້
ການຄ້ຳປະກັນແກ່ ບັນດາຜູ້ນຳອາຣັບ ທີ່ຍັງມີຄວາມສົງໄສບໍ່
ແນ່ໃຈ ໃນວັນພະຫັດວານນີ້ ໃນລະ ຫວ່າງກອງປະຊຸມສຸດ
ຍອດ ທີ່ວ່າຂໍ້ຕົກລົງດ້ານນິວເຄລຍທີ່ອາດມີຂຶ້ນກັບອີຣ່ານ ອາດຈະບໍ່ເປັນອັນຕະລາຍຕໍ່ຄວາມສຳພັນຂອງເຂົາເຈົ້າກັບ
ວໍຊິງຕັນ.

ປະ​ທາ​ນາ​ທິບໍດີ Obama ​ໄດ້ກ່າວສັນລະເສີນ ໃນອັນທີ່ທ່ານ
ເອີ້ນວ່າ ຄວາມ ໝັ້ນ​ໝາຍດ້ານຄວາມໝັ້ນຄົງ “ອັນແຂ່ງແກ່ນ”
ຂອງສະຫະລັດກັບ​ພວກຜູ້ນຳ ຂອງບັນດາປະເທດໃນເຂດອ່າວ
ເປີເຊຍ ແລະຢືນຢັດວ່າ ທ່ານຈະພິຈາລະນາ ອະນຸມັດໃຫ້ມີການ
ໃຊ້ກຳລັງທະຫານ ຖ້າປະເທດຂອງພວກເຂົາເຈົ້າຫາກໄດ້ ຮັບການຂົ່ມຂູ່ຈາກອີຣ່ານ ຫລື
ປະເທດອື່ນໆ.

ປະທານາທິບໍດີໂອບາມາ ກ່າວວ່າ “ດັ່ງທີ່ພວກເຮົາໄດ້ປະກາດໄປ ໃນຖະແຫຼງ ການຮ່ວມ
ຂອງພວກເຮົາ ສະຫະລັດແມ່ນພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບປະເທດສະມາຊິກຂອງ
ສະພາ GCC ເພື່ອສະກັດກັ້ນ ແລະປະເຊີນໜ້າ ກັບການ ຂົ່ມຂູ່ຈາກພາຍນອກ ຕໍ່ຜືນແຜ່ນ
ດິນອັນຄົບຖ້ວນຂອງປະເທດສະມາຊິກ GCC ທີ່ສອດຄ່ອງກັບກົດບັດສະຫະ
ປະຊາຊາດ.”

Your browser doesn’t support HTML5

Deputy National Security Adviser Ben Rhodes Discusses Gulf Summit Agenda

ຮອງທີ່ທີ່ປຶກສາ ຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ Ben Rhodes ກ່າວກ່ຽວກັບ ກອງປະຊຸມສຸດຍອດ.

ກອງປະຊຸມສຸດຍອດ ​ທີ່ Camp David ບ່ອນ​ພັກຜ່ອນປະ​ທາ​ນາ​ທິບໍດີ ຢູ່​ທາງ​ພາກ​ເໜືອ ນະຄອນຫລວງ ວໍ​ຊິງ​ຕັນ ​ໃນ​ວັນ​ພະຫັດ​ວານ​ນີ້ ແມ່ນຮວມທັງພວກ ຜູ້ນຳແລະລັດຖະມົນ
ຕີອະວຸໂສຈາກ 6 ປະເທດໃນສະພາການຮ່ວມມືເຂດອ່າວ ເປີເຊຍ ທີ່ຮວມທັງ ຊາອຸດີ
ອາຣາເບຍ ຄູເວດ ກາຕ້າ ບາຫ໌ເຣນ ໂອມານ ແລະ ສະຫະລັດເອເມີເຣັດ.

ບັນດາປະເທດທີ່ນັບຖືສາສະໜາອິສລາມນິກາຍຊຸນນີ່ ໃນເຂດອ່າວເປີເຊຍ ໄດ້ມີ ຄວາມ ເປັນຫ່ວງວ່າການພົວພັນຂອງວໍຊິງຕັນກັບອີຣ່ານ ທີ່ເປັນຄູ່ປໍລະປັກຂອງຕົນນັ້ນອາດຈະ
ຫັນໃຫ້ປະເທດອີຣ່ານ ທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌ເປັນປະເທດທີ່ມີອຳນາດ
ເພີ້ມ ຂຶ້ນຢູ່ໃນຂົງເຂດ.