ທ່ານທຣຳ ຍົກຍ້ອງ ການຕັດສິນໃຈ ຂອງ ທ່ານປູຕິນ ທີ່ບໍ່ຕອບໂຕ້ຄືນ ຕໍ່ການລົງໂທດ

ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ຍົກນິ້ວໂປ້ຂຶ້ນໃຫ້ ຫຼັງຈາກທີ່ກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ທີ່ເຮືອນພັກ Mar-a-Lago, ໃນເມືອງ Palm Beach ລັດ Florida, ວັນທີ 28 ທັນວາ 2016.

ປະທາ​ນາ​ທິບໍດີ ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ​ໄດ້​ຍ້ອງຍໍ ປະທານາທິບໍດີ
ຣັດ​ເຊຍ ທ່ານ Vladimir Putin ທີ່​ບໍ່​ໄດ້ຕອບ​ໂຕ້ ​ຕໍ່ການ​ລົງ​ໂທດ ​ໃນ​ວັນ​ພະຫັດ​ ທີ່​
ຜ່ານ​ມາ​ໂດຍ ປະທານາທິບໍດີ Barack Obama.

ສະຖານທີ່ຂອງຣັດເຊຍ ຊຶ່ງໄດ້ຖືກສັ່ງໃຫ້ປິດ ແລະ ໃຫ້ຍົກຍ້າຍອອກ, ແມ່ນເຫັນໄດ້ ຢູ່ທີ່ຄຸ້ມ Upper Brookville ຂອງເມືອງ Long Island, ລັດ New York, ວັນທີ 30 ທັນວາ 2016.

ການ​ລົງ​ໂທດ​ນັ້ນ ແມ່ນສຳລັບການ​ແຊກ​ແຊງ ​ໂດຍບັນດາ​ອົງການ​ສືບ​ລັບ​ຣັດ​ເຊຍ
ຕໍ່ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ຂອງ​ສະຫະລັດ ໃນເດືອນພະຈິກ ທີ່ຜ່ານມາ.

ທ່ານ Trump ​ໄດ້ຂຽນລົງຜ່ານທາງ Tweeter ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “​ເປັນ​ການ​
ເໜັງ​ຕີງ​ໃຫ້ລ້າ​ຊ້າ​ ອັນ​ຍິງ​ໃຫຍ່ ຂ້າພະ​ເຈົ້າ ​ຮູ້​ຢູ່​ສະ​ເໝີ​ວ່າ​ ທ່ານ Putin ​ເປັນ​ຄົນ​ຜູ້ທີ່ສະຫລາດຫລາຍ.”

ທ່ານ Putin ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ​ທີ່​ໄດ້ເຜີຍ​ແຜ່​ໂດຍ​ວັງ Krmlin ວ່າ "ພວກ​ເຮົາ​
ຈະ​ບໍ່​ສ້າງ​ບັນຫາ​ໃຫ້​ແກ່​ບັນດາ​ນັກ​ການ​ທູດສະຫະລັດ. ພວກ​ເຮົາຈະ​ບໍ່​ໄລ່​ໃຜ​ອອກ​
ຈາກ​ປ​ະ​ເທດ. ​ໃນ​ຂະນະ​ທີ່​ດຳ​ເນີນ​ການ​ປະຕິບັດ​ການ​ທູດ​ສາກົນ ຣັດ​ເຊຍ​ມີ​ເຫດຜົນ​ທີ່ຈະ​ຕອບ​ໂຕ້​ໃນ​ທາງ​ດີ.

ພາບທິວທັດທົ່ວໄປ ຂອງສະຖານທູດ ສະຫະລັດ ຢູ່ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 30 ທັນວາ 2016.


ຖະ​ແຫລ​ງການ ​ກ່າວ​ຕໍ່​ໄປ​ອີກ​ວ່າ "ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ມີ​ສິດ​ທີ່​ຈະ​ຕອບ​ໂຕ້ ພວກ
​ເຮົາຈະ​ບໍ່​ຊອກ​ຫາ​ເອົາ​ການ​ທູດແບບ​ບໍ່​ມີຄວາມ​ຮັບຜິດຊອບ ​ແຕ່​ຈະ​ວາງ​ແຜນ​ເອົາ​ບາດກ້າວ ຂອງ​ພວກ​ເຮົາ​ໄປ​ໜ້າ ​ເພື່ອ​ຟື້ນ​ຟູຄວາ​ມສຳພັນ ຣັດ​ເຊຍ-ສະຫະລັດ ຄືນ​
ໃໝ່ ທີ່​ອີງ​ຕາມນະ​ໂຍບາຍ​ຂອງ​ລັດຖະບານ​ທ່ານ Trump.”

ທ່ານ Ariel Cohen ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ​ຈາກ​ສະພາ Atlantic ກ່າວ​ວ່າ ທ່ານ Trump
ສົມ​ຄວນ​ທີ່​ຈະ​ລະ​ມັດ​ລະ​ວັງ ​ກ່ຽວ​ກັບ​ຄວາມໃຈ​ເຢັນ​ຂອ​ງ ທ່ານ Putin.

ທ່ານ Hey Donald ກ່າວ​ວ່າ “ບໍ່​ຕ້ອງ​ເວົ້າ​ຫຍັງ​ຫລາຍ​ແກ່​ທ່ານ Trump ຂ້າພ​ະ​ເຈົ້າ​
ຢູ່​ທີ່​ນີ້ ​ເພື່ອ​ສ້າງ​ຄວາມ​ສຳພັນ​ກັບ​ທ່ານ. ມາ​ທີ່​ນີ້ ​ແລະ​ເຮັດ​ບາງ​ສິ່ງ​ບາງ​ຢ່າງໃໝ່ ​
ແລະ​ ແຕກ​ຕ່າງ. ມັນ​ຈະ​ໃຊ້​ເວລາ​ດົນ​ປານ​ໃດ? ​ໂດຍ​ຊີ້​ໃສ່ ອະດີດ​ປະທານາທິບໍດີ
George W. Bush ​ແລະ​ປະທານາທິບໍດີ Obama ທີ່​ໄດ້​ພະຍາຍາມ​ສ້າງຄວາມ ສຳພັນ ກັບ ທ່ານ Putin ​ແຕ່​ໄດ້​ລົ້ມ​ແຫລວ​.”

ຂໍ້ຄວາມທີ່ຂຽນລົງທາງ ທະວີດເຕີ

ອ່ານຂ່າວນີເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Trump Praises Russian President for Ruling Out Tit-for-Tat Sanctions