ປ. Obama ສຳຫຼວດໃນລັດອາລັສກາ ເລື້ອງການປ່ຽນແປງ ດິນຟ້າອາກາດ

ປະທານາທິບໍດີ Obama ຕິດຕາມດ້ວຍ ເຈົ້າໜ້າທີ່ອຸດທະຍານ ແຫ່ງຊາດ ກຳລັງເບິ່ງແຜ່ນນຳ້ກ້ອນ Bear Glacier.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໃຊ້​
ສາກ​ຫລັງ​ຂອງ ແຜ່ນນຳ້ກ້ອນ​ທີ່​ລັດ Alaska ເປື່ອຍ​ຢ່າງວ່ອງ​ໄວ
ເພື່ອ​ເນັ້ນຢ້ຳເຖິງຜົນກະທົບ ໃນການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ
ກາດ ​ໃນ​ຂະນະ​ທີ່​ທ່ານ​ສືບຕໍ່ ​ການ​ຢ້ຽ​ມຢາມ​ທີ່ເປັນຂີດໝາຍ
ສຳຄັນຂອງທ່ານຢູ່ທີ່ລັດ​ທາງ​ພາກ​ຕາ​ເວັນ​ຕົກສຽງເໜືອສຸດ
ດັ່ງກ່າວ.

​ທ່ານ Obama ໄດ້ກ່າວໂດຍຢືນ​ຢູ່​ຕໍ່ໜ້າ​ແຜ່ນ​ຳ້ກ້ອນ Exit
Galcier ທີ່​ໄດ້​ຫລຸດ​ລົງ​ສອງ​ກິ​ໂລ​ແມັດ ​ຈາກໄລຍະ​ສອງ​ສັດ
ຕະວັດ​ທີ່​ຜ່າ​ນມາ ວ່າ “ນີ້​ເປັນ​ ຮ່ອງ​ຮອຍທີ່​ດີ ທີ່ສະແດງໃຫ້
ເຫັນ ໃນອັນ​ທີ່​ພວກ​ເຮົາກຳລັງ​ປະ​ເຊີນ​ໜ້າ​ ​ເວລາ​ກ່າວ​ເຖິງ
​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ຫລາຍກວ່າສິ່ງ​ໃດໆ.”

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຕໍ່ບັນດານັກຂ່າວ.

ທ່ານ Obama ກ່າວວ່າ ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ​ໄດ້​ເປັນ​ຜົນສະທ້ອນເຮັດໃຫ້
ລະດູ​ໜາ​ວ​ມີ​ຫິມະ​ຕົກໜ້ອຍລົງ ​ແລະ​ຮ້ອນຕື່ມ​ຂື້ນໃນ​ລະດູ​ຮ້ອນ ​ເຮັດ​ໃຫ້​ນຳ້ກ້ອນໃນເຂດ
ຂົ້ວໂລກ​ເປື່ອຍ ​ແລະລະດັບ​ນຳ້​ທະ​ເລ​ສູງ​ຂື້ນ. ມັນໄດ້​ສົ່ງຄຳເຕືອນ​ໃຫ້​ຮູ້ກ່ຽວ​ກັບ​ຄວາມ​
ຮີບ​ດ່ວນ ທີ່​ພວກ​ເຮົາ​ຈະຕ້ອງໄດ້ເຮັດ ​ເວລາ ການຮັບມືກັບເລື້​ອງນີ້”.

ປະທານາທິບໍດີ Obama ​ໄດ້​ໃຫ້ຄວາມສຳຄັນເປັນພິເສດ ກ່ຽວກັບການ​ເດີ​ນ ທາງ​ສາມ​ມື້
ຂ້າມ​ລັດ Alaska ຊຶ່ງເປັນ​ການ​ຢ້ຽມຢາມ​ເທື່ອທຳ​ອິດ​ ​ໂດຍ​ປະທາ ນາທິບໍດີ ທີ່​ຍັງ​ຢູ່​ໃນ​ຕຳ​ແໜ່​ງ ​ແນ​ໃສ່ເພື່ອເສີມສ້າງ​ການ​ສ້າງ​ສະໜັບສະໜູນ​ຕໍ່ ນະ​ໂຍບາຍ​ສິ່ງ​ແວດ​ລ້ອມຂອງ​ທ່ານ​ຮັບມື​ກັບ​ການ​ປ່ຽນແປງ​ຂອງດິນ​ຟ້າ​ອາກາດ.

​ ໃນ​ວັນ​ອັງຄານ​ວານ​ນີ້ິ ທ່ານ Obama ​ໄດ້​ຂີ່​ເຮືອ​ນຳ​ທ່ຽວ​ເບິ່ງ​ອ່າວ Resurrection ​ໃນແຫລມ Kenai ຂອງລັດ Alaska. ທ່ານ​ຍັງ​ໄດ້​ຖ່າຍຮູ​ບ​ເງົາ​ຕອນ​ນຶ່ງ​ກັບ​ໂຄສົກ​ໂທລະພາບ​ເລື້ອງ​ຄວາມ​ຈິງ ​ແລະ​ການ​ຢູ່​ລອດ ທ່ານ Bear Grylls.

ການ​ເດີນທາງ​ຂອງ​ທ່ານ​ບໍ່​ພຽງ​ແຕ່ໄດ້ເນັ້ນຢ້ຳເຖິງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ສະພາບອາ
ກາດຮ້ອນເອົ້າຂຶ້ນ​ຂ​ອງ​ໂລກ ຄວາມໝັ້ນຄົງ ​ແລະ​ພະລັງງານ ​ແຕ່​ຍັງ​ກວມເຖິງບັນຫາ​ການ
ຂົນ​ສົ່ງ ການຊອກ​ຫາແຮ່​ທາດ ​ແລະການ​ຫາ​ປາ. ທັງ​ໝົດ​ນີ້ແມ່ນ​ພົວພັນ​ກັນ ​ແລະ​ຕ່າງ
ກໍເປັນ​ທີ່​ສຳ​ຄັນ ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ໂລກ.

Your browser doesn’t support HTML5

US Climate Change