ປ. ໂອບາມາ ວ່າ ສະພາ ສາມາດ ແກ້ໄຂ ວິກິດການ ຄົນເຂົ້າເມືອງ ໄດ້ (ວີດີໂອ)

Your browser doesn’t support HTML5

ປະທານາທິບໍດີບາຣັກ ໂອບາມາ ກ່າວວ່າ ລັດຖະສະພາສະຫະ
ລັດມີຄວາມສາມາດທີ່ຈະແກ້ໄຂບັນຫາຄື້ນຟອງຂອງພວກເດັກ
ນ້ອຍ ທີ່ບໍ່ມີພໍ່ແມ່ຕິດຕາມມານຳ ຂ້າມຊາຍແດນ ຈາກເມັກຊິໂກ
ເຂົ້າມາໃນສະຫະລັດ.

ທ່ານໂອບາມາ ຖະແຫຼງຕໍ່ພວກນັກຂ່າວໃນວັນພຸດວານນີ້ ຫລັງ
ຈາກໄດ້ພົບປະ ກັບຜູ້ປົກຄອງ ລັດເທັກຊັສ ທ່ານ Rick Perry
ແລະເຈົ້າໜ້າທີ່ຄົນອື່ນໆ ກ່ຽວກັບວິກິດການດ້ານຄົນເຂົ້າເມືອງ.

ປະທານາທິບໍດີ ຮຽກຮ້ອງໃຫ້ລັດຖະສະພາ ໃຫ້ການອະນຸມັດຕໍ່
ການຮ້ອງຂໍ ເງິນຊ່ອຍເຫຼືອສຸກເສີນຂອງທ່ານ ໃນມູນຄ່າ 3 ພັນ
700 ລ້ານໂດລາ. ທ່ານໂອບາມາເວົ້າວ່າ ທ່ານໄດ້ຮ້ອງຂໍໃຫ້ທ່ານ Perry ຊ່ອຍກົດດັນສະ ມາຊິກສະພາຈາກລັດເທັກຊັສຈົ່ງໃຫ້ການອະນຸມັດຕໍ່ການຮ້ອງຂໍເງິນຈຳນວນດັ່ງກ່າວ.

ທ່ານໂອບາມາ ເວົ້າວ່າ ທ່ານ Perry ໄດ້ຍົກເອົາ 4 ຂົງເຂດ ທີ່ສ້າງຄວາມວິຕົກກັງວົນ ຂຶ້ນ ມາໂອ້ລົມ ປະກອບດ້ວຍ ເລື່ອງເຈົ້າໜ້າທີ່ລາດຕະເວນຊາຍແດນ ການປະຈຳການຂອງ ເຈົ້າໜ້າທີ່ເຫຼົ່ານັ້ນ ນະໂຍບາຍທີ່ແຕກຕ່າງກັນກ່ຽວກັບເລື່ອງຄົນເຂົ້າເມືອງຈາກເມັກຊິໂກ ແລະຈາກອາເມຣິກາກາງແລະໜ້າທີ່ຂອງລະບົບຕຸລາການດ້ານຄົນເຂົ້າເມືອງຂອງສະຫະ ລັດ.

ປະທານາທິບໍດີີໂອບາມາເວົ້າວ່າ ທ່ານໄດ້ແຈ້ງໃຫ້ຜູ້ປົກຄອງລັດເທັກຊັສຊາບວ່າ ຄວາມວິ ຕົກກັງວົນເຫຼົ່ານີ້ທັງໝົດ ສາມາດແກ້ໄຂໄດ້ ຖ້າລັດຖະສະພາຫາກຍອມປະຕິບັດຕາມ ຄຳ ຮ້ອງຂໍເງິນເພີ້ມຕື່ມຂອງທ່ານ.

ທ່ານໂອບາມາເວົ້າວ່າ ບັນຫາສາມາດແກ້ໄຂໄດ້ ຖ້າສະພາຫາກມີຄວາມສົນໃຈ ທີ່ຈະແກ້ ໄຂ ແທນທີ່ແຕ່ຈະສຸມໃສ່ໃນເລື່ອງການເມືອງ.

ກ່ອນໜ້ານັ້ນໃນມື້ວານນີ້ ປະທານສະພາຕ່ຳສະຫະລັດ ທ່ານ John Boehner ໄດ້ພົບປະ ກັບພວກສະມາຊິກພັກຣີພັບບລີກັນຂອງທ່ານ ເພື່ອຫາລືກ່ຽວກັບຄຳຮ້ອງຂໍຂອງປະທານາ ທິບໍດີ.

ແຫຼ່ງຂ່າວພາຍໃນທີ່ໃກ້ຊິດກັບການພົບປະດັ່ງກ່າວແຈ້ງວ່າທ່ານ Boehner ໄດ້ກ່າວຕໍ່ສະ ມາຊິກວ່າ ສະພາຕ່ຳຕ້ອງໄດ້ດຳເນີນການ ກ່ຽວກັບການຮ້ອງຂໍຂອງປະທານາທິບໍດີກ່ອນ ທີ່ຈະເດີນທາງໄປພັກເປັນເວລາດົນນານໃນເດືອນສິງຫາຈະມານີ້.

Your browser doesn’t support HTML5

OBAMA US IMMIGRATION CNPK