ປ. ໂອບາມາ ເດີນທາງ ໄປເຖິງ ມາເລເຊຍ ເພື່ອເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ

ປ. Barack Obama ກ່າວຕໍ່ບັນດາຜູ້ນຳຊາວໜຸ່ມ ເອເຊຍອາ ຄະເນ (YSEALI) ທີ່ ມະຫາວິທະຍາໄລ Taylor ໃນນະຄອນ Kuala Lumpur ປະເທດ Malaysia.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກຳລັງ​ຢູ່​ໃນ​ປະ​ເທດ ມາ​ເລ​ເຊຍ ​ໃນ​ການ​ເຕົ້າໂຮມ ບັນດາຜູ້ນຳ​ຂອງ​ຂົງ​ເຂດ ທີ່​ຄາດ​ວ່າ​ຈະ​ເນັ້ນ​ໜັກ​ໃສ່​ບັນຫາ​ເສດຖະກິດ ການ​ກໍ່​ການຮ້າຍ ​ແລະ ​ການ​ໂຕ້ແຍ້​ງ​ເຂດ​ນໍ້າ​ແດນ​ດິນ.

ທ່ານ Obama ຜູ້​ທີ່ເດີນທາງ​ມາ​ເຖິງ ນະຄອນຫລວງ Kuala Lumper ​ໃນ​ວັນ​ສຸກ​ມື້ນີ້ ກຳລັງ​ເຂົ້າ​ຮວມກັບ​ບັນດາ​ຜູ້ນຳຂອງ10 ປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນເຂດ​ເອ​ ເຊຍ​ອາຄະ​ເນ ຫລື​ ASEAN ​ແລະ​ບັນດາ​ຜູ້ນຳ​ໂລກ​ອຶ່ນໆຢູ່​ຄັ້ງທີ ສອງ ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄູ່​ກັນ.

ກອງປະຊຸມ ASEAN ທີ່ປະເທດມາເລເຊຍ.

ການ​ຂົ່ມ​ຂູ່​ກໍ່ການ​ຮ້າຍການ​ຮັກສາ​ຄວາມ​ ປອດ​ໄພ ​ໄດ້​ຂະຫຍາຍ​ອອກ​ໄປ​ທົ່ວ ນະຄອນ ຫລວງ Kuala Lumpurທ່າມກາງ​ມີ​ການລາຍ​ງານຂອງ​ການຂົ່ມຂູ່ຈາກ​ພວກກໍ່​ການ​ຮ້າຍ ​ໂດຍກຸ່ມລັດ​ອິສລາມຊຶ່ງ​ໄດ້​ໂຈມ​ຕີ​ຢ່າງ​ຮ້າຍ​ແຮງ ​ໃນອາທິດ​ແລ້ວນີ້​ທີ່ ນະຄອນຫລວງ​ປາ​ຣີ.

ຫົວໜ້າ​ຕຳຫລວດ​ມາ​ເລເຊຍ ທ່ານ Khalid Abu Baka ​ໄດ້ກ່າວໃນ​ວັນ​ສຸກ​ມື້​ນີ້​ວ່າລາຍງານ ດັ່ງກ່າວ​ນັ້ນ​ຍັງ​ຢັ້ງຢື​ນບໍ່​ໄດ້​ເທື່ອ ​ແຕ່ວ່າ​ເຈົ້າ​ໜ້າ​ທີ່​ໄດ້ຕຽມພ້ອມ​ຂອງເຈົ້າ​ໜ້າ​ທີ່ທະຫານຫລາຍ​ ພັນ​ຄົນໃນ​ຢູ່​ໃນ​ການ​ຕະ​ເວນ​ຍາມ ຫລືຢູ່​ໃນ​ທ່າ​ຕຽມ​ພ້ອມ. ​ສ່ວນ​ໃຫຍ່​ບັນດາ​ຜູ້​ເຂົ້າຮວມ​ກອງ​ປະຊຸມສຸດ​ຍອດ ASEAN ​ແມ່ນ​ມາ​ຈາກ ຟິລິບ​ປິນ ບ່ອນ​ທີ່​ພວກເຂົາ​ເຈົ້າ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ປະຈຳ​ປີ ການ​ຮ່ວມມື​ເສດຖະກິດ​ອາຊຽນປາຊິ​ຟິກ APEC.

ການ​ເຕົ້າ​ໂຮມ​ຢູ່​ສອງ​ ບ່ອນ ຊຶ່ງ​ປົກກະຕິ​ແລ້ວ​ເຈາະ​ຈົງ​ໃສ່​ບັນຫາ​ເສດຖະກິດ ​ໄດ້ຊຶ່ງ​ໄດ້​ປົກ​ຄຸມ​ໂດຍເລື່ອງຄວາມພະຍາຍາມ​ໃນ​ການຕໍ່ສູ້ກັບ​ການ​ກໍ່​ ການ​ຮ້າຍ ຫລັງ​ຈາກໄດ້​ເກີດການ​ໂຈມ​ຕີ​ທີ່​ຮ້າ​ຍ​ແຮງ ​ໃນ​ນະຄອນຫລວງ​ປາຣີ ທີ່​ຍັງ​ຜົນ​ໃຫ້​ມີ 129 ຄົນ ​ເສຍ​ຊີວິດ​ນັ້ນ.

Your browser doesn’t support HTML5

Malaysia Obama