ປ. ໂອບາມາ ເດີນທາງ ໄປເຖິງ ປະເທດຈີນ ເພື່ອເຂົ້າຮ່ວມ ກອງປະຊຸມ ຂອງກຸ່ມຈີ 20

ປະທານາທິບໍດີໂອບາມາ ເດີນທາງໄປເຖິງສະໜາມບິນສາກົນ Xiaoshan ເມືອງຫາງໂຈ ປະເທດຈີນ. (3 ກັນຍາ 2016)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ເດີນທາງ​ໄປ​ເຖິງ​ເມືອງ​ຫາງ​ໂຈປະ​ເທດ​ຈີນ ໃນ​ຕອນ​ບ່າຍ​ວັນ​ເສົາ​ມື້ນີ້ບ່ອນທີ່​ທ່ານ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມສຸດ​ຍອດ​ຂອງ​ກຸ່ມ​ຈີ 20 ຮ່ວມ​ກັບ​ພວກ​ຜູ້ນຳ​ອື່ນໆ​ຂອງ​ໂລກ.

ທ່ານ​ຈະ​ພົບ​ປະ ​ກັບ​ປະທານ​ເທດ​ຈີນ ທ່ານ​ Xi Jinping ກ່ອນ​ກອງ​ປະຊຸມ​ສຸດ​ຍອດດັ່ງ ກ່າວ.

ຫລັງ​ຈາກ​ ກອງ​ປະຊຸມ​ສຸດ​ຍອດ​ ໃນ​ວັນ​ອາທິດ​ ​ແລະ​ວັນ​ຈັນ​ແລ້ວ ຜູ້ນຳ​ຂອງ​ສະຫະລັດ ​ກໍ​ຈະ​ເດີນທາງ​ໄປນະຄອນ​ວຽງ​ຈັນ ສປປ ລາວ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ບັນ ດາ​ປະຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ຫຼືອາ​ຊ່ຽນ ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ ແຕ່​ວັນ​ອັງຄານ​ໄປ​ຫາ​ວັນ​ພະຫັດ.

Your browser doesn’t support HTML5

World Leaders Arrive in Hangzhou for G-20 Summit

ທ່ານ​ໂອ​ບາ​ມາ​ຈະ​ປະ​ເຊີນ​ກັບ​ບັນຫາ​ຫຍຸ້ງຍາກ​ຈຳນວນ​ນຶ່ງ ​ໃນ​ລະຫວ່າງກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ຈີ 20 ບ່ອນ​ທີ່​ພວກ​ຜູ້ນຳ​ຂອງ​ 20 ປະ​ເທດ ​ທີ່​ມີ​ເສດຖະກິດ​ໃຫຍ່​ທີ່ສຸດ​ຂອງ​ໂລກຄາດ​ວ່າ ຈະ​ອະພິປາຍ​ກັນຢ່າງ​ແຂງ​ຂັນ​ກ່ຽວ​ກັບ​ວ່າ​ຈະ​ເຮັດ​ແບບ​ໃດ​ຈຶ່ງ​ຈະ​ເປັນ​ການ​ ດີ​ທີ່​ສຸດ ເພື່ອ​ກະຕຸກ​ຊຸກ​ຍູ້​ເສດຖະກິດ​ທີ່​ຊັກ​ຊ້າ​ຂອງ​ໂລກ​ແລະ​ດຳ​ເນີນ​ການ​ຕໍ່​ໄປເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ທີ່​ນະຄອນ​ໂຮ​ໂນ​ລູລູ​ໃນ​ວັນ​ພະຫັດ​ຜ່ານ​ມານີ້ ຕໍ່​ກຸ່ມ​ນຶ່ງທີ່​ຮວມທັງ​ສະພາ​ພວກ​ຜູ້ນຳ​ປະ​ເທດ​ເກາະດອນ​ ໃນ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກ ​ໂດຍແຈ້ງ​ໃຫ້​ພວກ​ເຂົາ​ເຈົ້າຊາບ​ວ່າ “ບໍ່​ມີ​ປະ​ເທດ​ໃດແມ່ນ​ແຕ່​ປະ​ເທດ​ທີ່​ເຂັ້ມ​ແຂງ ຄື​ກັນ​ກັບ​ສະຫະລັດ ​ປອດ​ໄພ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.”

ໃນ​ລະຫວ່າງ​ການ​ເດີນທາງ​ຄັ້ງທີ 11 ​ໄປ​ຍັງ​ຂົງ​ເຂດ​ເອ​ເຊຍ ​ໃນ​ຖານະ​ປະທານາທິບໍດີ​ນັ້ນ ທ່ານ​ໂອ​ບາ​ມາ​ໄດ້​ເຮັດ​ວຽກໂດບ​ຕະຫລອດ​ການ​ດຳລົງ​ຕຳ​ແໜ່​ງສອງ​ສະ​ໄໝ ສະ​ໄໝ​ລະ 4 ປີ​ຂອງ​ທ່ານ​ ເພື່ອ​ເສີມ​ຂະຫຍາຍ​ອຳນາດ​ ແລະ​ອິດ​ທິພົນ​ຂອງສະຫະລັດ ​ຢູ່​ໃນ​ຂົງ​ເຂດ​ດັ່ງ ກ່າວ. ອະນາຄົດ​ຂອງ​ຍຸດ​ທະ​ສາດ ​ໃນ​ການ​ສ້າງ​ຄວາມ​ກ້ຳ​ເກິ່ງ​ຄືນໃໝ່ ​ໄປ​ຍັງ​ເຂດ​ເອ​ເຊຍ​ປາຊີ​ຟິກ​ແລະ​ມູນ​ເຊື້ອຂອງ​ທ່ານ​ຢູ່​ທີ່​ນັ້ນ​ແນວ​ໃດ​ກໍ​ຕາມແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ແນ່ນອນ​ເທື່ອ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ການ​ສ້າງ​ຄວາມ​ກ້ຳ​ເກິ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດຕໍ່​ຄວາມ​ໝັ້ນຄົງ​ແລະ​ຄວາມ​ອຸດົມ​ຮັ່ງມີ​ຂອ​ງອາ​ເມຣິກາ​ໃນ​ອະນາ​ຄົດ.

ປະທານາທິບໍດີ ບາຣັກ ໂອບາມາ (ຊ້າຍ) ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ພົບປະກັນ ຢູ່ນອກປາຣີ ເມື່ອວັນທີ 30 ພະຈິກ 2015

ການພົບປະທີ່ສຳຄັນແມ່ນຮວມທັງການເຈລະຈາຫາລືລະຫວ່າງທ່ານໂອບາມາ ແລະປະ ທານປະເທດ Xi ພ້ອມໆທັງການພົບປະລະຫວ່າງຜູ້ນຳສະຫະລັດ ແລະປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan.

ປະທານາທິບໍດີໂອບາມາ ຍັງຈະໄດ້ພົບປະກັບປະທານາທິບໍດີຣັດເຊຍ ທ່ານ Vladirmir Putin ຢູ່ຂ້າງນອກຂອງກອງປະຊຸມສຸດນີ້.

ທ່ານ​ໂອ​ບາ​ມາ ຈະ​ເປັນ​ປະທານາທິບໍດີ​ຄົນ​ທຳ​ອິດ​ຂອງ​ສະຫະລັດທີ່​ຈະ​ມາ​ຢ້ຽມຢາມ ສປປ ລາວ ​ເວລາ​ທ່ານ​ເດີນທາງ​ມານະຄອນ​ວຽງ​ຈັນ ​ເພື່ອ​ເຂົ້າຮ່ວມ​ກອງ ປະຊຸມ​ສຸດ​ຍອດ​ອາ​ຊ່ຽນ​ແລະ​ເອ​ເຊຍ​ຕາ​ເວັນ​ອອກ ​ໃນ​ວັນ​ທີ 5 ກັນຍາ. ທ່ານ​ຈະ ພົບ​ປະ​ກັບ​ຜູ້ນຳ​ຂອງ​ລາວ​ໃນ​ຖານະ​ທີ່​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ການ​ດຳ​ເນີນ​ຄວາມ ພະຍາຍາມ​ເພື່ອ​ສ້າງ​ຄວາມ​ສຳພັນ​ກັບ​ປະຊາຊົນ​ແລະ​ການ​ພັດທະນາ​ຕະຫລອດ​ທັງ​ການ​ຄ້າຂາຍ​ແລະ​ການ​ລົງທຶນ​ເພີ້ມຕື່ມ.

ຫລັງ​ຈາກ​ກອງ​ປະ​ຊຸມ​ແລ້ວ ຜູ້ນຳ​ຂອງ​ສະຫະລັດ​ຈະ​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ນະ​ໂຍບາຍ​ຕໍ່​ເຂດ​ເອ​ເຊຍ​ແລະ​ວິ​ໄສ​ທັດ​ຂອງ​ທ່ານ​ສຳລັບ​ອາ​ເມຣິກາ​ໃນ​ອະນາຄົດຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

G20 summit