ປະທານາທິບໍດີ Barack Obama ເດີນທາງ ກັບຄືນສູ່ ສະຫະລັດ (ສະໄລດ໌/ວີດີໂອ)

ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ກຳລັງໄປຂື້ນເຮືອບິນ Air Force One ກັບຄືນສູ່ ນະຄອນຫລວງ ວໍຊິງຕັນ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້
ເດີນທາງ​ອອກ​ຈາກ Saudi Arabia ກັບຄືນສູ່ນະຄອນ
ຫລວງວໍ​ຊິງ​ຕັນ ​ໃນ​ວັນ​ເສົາ​ມື້​ນີ້ ຫລັງຈາກ​ ການ​ເດີນທາງ
ໄປຢ້ຽມຢາມທາງ​ການ​ທູດ ​ຕໍ່ພາກ​ຕາ​ເວັນ​ອອກ​ກາງແລະ​
ຢູ​ໂຣບ ເປັນເວລານຶ່ງ​ອາທິດ.

ກ່ອນ​ເດີ​ນທາງ​ອອກ​ຈາກນະຄອນ Riyadh ນັ້ນປະທາ
ນາທິບໍດີ Obama ໄດ້​ມອບ​ລາງວັນ​ກ້າຫານ​ຂອງຜູ້​ຍິງ
ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ​ໃຫ້​ແກ່​ນັກ​ເຄື່ອນ
​ໄຫວຊາ​ອຸ​ດີ ທ່ານ​ນາງ Maha Al Muneef ຜູ້​ທີ່​ໄດ້ຮັບ​
ກຽດຖືກຄັດ ເລືອກໃນ​ບົດບາດ​ການ​ຕໍ່ສູ້​ກັບ​ຄວາ​ມຮຸນ​ແຮງ​ພາຍໃນຄອບຄົວ ຂອງ
ທ່ານນາງ.

ທ່ານ Obama ​ໄດ້​ພົບ​ປະ​ກັບກະສັດ Abdullah ​ເພື່ອ​ແກ້ໄຂ ຄວາມ​ເຫັນທີ່ ແຕກ​ຕ່າ​ງ
ຂອງ​ພວກທ່ານກ່ຽວ​ກັບ​ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ປອດ​ໄພຢູ່ໃນພາກ ຕາ​ເວັນ​ອອກ​ກາງ.

ການ​ພົບ​ປະ​ຂອງ​ທ່ານ​ທັງ​ສອງ ຢູ່​ນອກ​ນະຄອນ​ຫລວງ Riyard ​ສ່ວນໃຫຍ່ໄດ້​ເນັ້ນ
​ນັກໃສ່​ຄວາ​ມ​ເຄັ່ງ​ຕຶງ ທີ່​ເກີດ​ຂື້ນ​ຈາກສົງຄາມ​ກກາງ​ເມືອງ​ໃນຊີ​ເຣຍ ​ແລະ ​ໂຄງການ
​ນິວ​ເຄຣຍຂອງອີຣ່ານ.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ໂທລະສັບ​ໄປຫາປະທາ ນາທິບໍ
ດີ ສະຫະລັດທ່ານ Barack Obama ​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອ​ສົນທະນາ ກ່ຽວກັບຂໍ້​
ສະ​ເໜີຂອງສະຫະລັດ ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ໃນ ຢູ​ເຄຣນ.

ທຳນຽບຂາວ​ກ່າວ​ວ່າທ່ານ Obama ​ໄດ້​ສະ​ເໜີ​ໃຫ້ທ່ານ Putin ຕອບຢ່າງເປັນລາຍ
ລັກອັກສອນ ຕໍ່​ຂໍ້ສະ​ເໜີ​ແກ້​ໄຂທາງ​ດ້ານ​ການ​ທູດ ທີ່​ໄດ້ມອບໃຫ້​ແກ່ລັດຖະ ມົນຕີ
ຕ່າງປະ​ເທດຣັດເຊຍ ທ່ານ Segei Lavrov ​ໂດຍລັດຖະມົນຕີ ຕ່າງປະ​ເທດສະຫະ
ລັດ ທ່ານ John Kerry ​ໃນ​ຕົ້ນ​ອາທິດ.

ກ່ອນ​ໜ້າ​ນີ້ ຢູ່​ໃນ​ການ​ສຳພາດ​ອອກ​ອາກາດ ​ໃນ​ວັນ​ສຸກ​ວານ​ນີ້ ໂດຍໂທລະພາບ
CBS ນັ້ນ ທ່ານ Obama ກ່າວ​ວ່າ ການເຄື່ອນໄຫວຂອງທະຫານຣັດ​ເຊຍ ​ຢູ່​ໃກ້​ໆ
ຊາຍແດນ ຢູ​ເຄຣນ ອາດ​ຈະ​ເປັນ​ການພະຍາຍາມເພື່ອຂົ່ມຂູ່ຕໍ່ຢູ​ເຄຣນ.

​ໃນ​ຂະນະ​ດຽວ​ກັນ ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon
ກ່າວ​ວ່າ ທ່ານ Putin ​ໄດ້ໃຫ້ການຄໍ້າປະກັນຕໍ່ທ່ານ​ວ່າ ຣັດ​ເຊຍບໍ່​ມີ​ຈຸດປະສົງ​ທີ່​ຈະ​ທຳ
ການ​ເຄື່ອນ​ໄຫວເພີ້​ມ​ເຕີມ ​ເຂົ້າ​ໄປ​ໃນດິນ​ແດນ​ຂອງຢູ​ເຄຣນ.

ປ. ໂອ​ບາ​ມາ ຢ້ຽມ​ຢາມ ຢູ​ໂຣບ ແລະ​ຊາ​ອຸ​ດີ


ຫົວໜ້າສະພາ​ຄວາມໝັ້ນຄົງ​ແຫ່ງ​ຊາດຢູ​ເຄຣນ ທ່ານ Andriy Parubiy ກ່າວ​ວ່າ
ຣັດ​ເຊຍ​ ມີ​ທະຫານ​ເກືອບ 100,000 ຄົນ ຢູ່​ຕາມ​ບໍລິເວນຊາຍ​ແດນ​ຂອງຢູ​ເຄຣນ ທາງ
ພາກ​ເໜືອ ພາກ​ໃຕ້ ​ແລະ​ພາກຕາ​ເວັນ​ອອກ. ທ່ານກ່າວ​ວ່າ ກຳລັງ​ທະຫານຣັດ​ເຊຍ ຢູ່​ໃນ​ທ່າ​ຕຽມ​ພ້ອມ​ທີ່​ຈະ​ທຳການ​ໂຈມ​ຕີ. ບັນດາ​ຜູ້​ຊ່ຽວຊານ​ຕາ​ເວັນ​ຕົກ​ເຊື່ອ​ວ່າ ຈຳນວນທະ ຫານຣັດ​ເຊຍ ຢູ່​ໃກ້​ກັບ​ພາກ​ຕາ​ເວັນ​ອອກ ​ແລະ​ພາກ​ໃຕ້ຂອງຢູ​ເຄຣນ
ນັ້ນ ມີ​ຢູ່​ເກືອບ 30,000 ຄົນ.

​ນອກນັ້ນແລ້ວ ໃນ​ວັນ​ສຸກ​ວານ​ນີ້​ ຣັດ​ເຊຍ ​ໄດ້​ກ່າວເຖິງມະຕິຂອງສະຫະ​ປະຊາ​ຊາດ ທີ່​
ໄດ້ປະຕິ​ເສດບໍ່ຍອມຮັບຮູ້ ຕໍ່ການ​ຮວມເອົາເອົາ​ແຫລມ Crimea ຂອງຢູ​ເຄຣນ ເຂົ້າໄປ
ສ່ວນນຶ່ງຂອງຕົນນັ້ນວ່າ “ບໍ່​ມີ​ຄວາມ​ສ້າງ​ສັນ”​. ກະຊວງຕ່າງປະ​ເທດຣັດ​ເຊຍກ່າວວ່າ
ມະຕິກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ​ມີແຕ່ ຈະເຮັດໃຫ້ການດຳເນີນ
ຄວາມພະຍາຍາມ ເພື່ອຫາທາງແກ້ໄຂວິກິດການທາງ ດ້ານກາງເມືອງໃນຢູເຄຣນ ​ສັບ
ສົນຕື່ມຂຶ້ນ.

ຊາວຣັດ​ເຊຍ ​ຊຶ່ງເປັນຊົນກຸ່ມ​ໃຫຍ່ໃນໄຄຣເມຍ ໄດ້​ປ່ອນ​ບັດ​ແຍກ​ອອກ​ຈາກ ຢູ​ເຄຣນ ​ແລະ​ເຂົ້າ​ຮ່ວມກັບຣັດ​ເຊຍ ​ໃນການ​ລົງປະຊາ​ມະຕິ ​ໃນ​ຕົ້ນ​ເດືອນ​ນີ້ທີ່​ປະ​ເທດ​ມະຫາ​
ອຳນາດ​ຕາ​ເວັນ​ຕົກ​ເຫັນ​ວ່າ ຜິດ​ກົດໝາຍນັ້ນ.

ປະທານາທິບໍດີຢູ​ເຄຣນ ທີ່​ຖືກ​ໄລ່​ອອກ ທ່ານ Viktor Yanukovych ​ໄດ້ຮຽກ ຮ້ອງ​ໃນວັນສຸກວານນີ້ ໃຫ້ມີການ​ລົງ​ປະຊາ​ມະ​ຕິ ​ເພື່ອ​ພິຈາລະນາ​ກ່ຽວກັບສະຖາ ນະພາບ​ ຂອງ​ເຂດຕ່າງໆທັງໝົດໃນຢູ​ເຄຣນ. ທ່ານກ່າວ​ວ່າ ການ​ລົງ​ປະຊາ​ມະ ຕິ​ທົ່ວ​ປະ​ເທດ ​ແລະ​ບໍ່​ແມ່ນ​ການ​ເລືອກ​ຕັ້ງປະທານາທິບໍດີກ່ອນກຳນົດ ​ສາມາດ​ເຮັດ​ໃຫ້ຢູ​ເຄຣນມີ​ສະຖຽນ​ລະ​ພາບ ​ແລະຮັກສາ​ອະທິປະໄຕຂອງ​ຕົນ ​ແລະຜືນ ແຜ່ນດິນອັນຄົບຖ້ວນ ຂອງຕົນໄວ້ໄດ້.

Your browser doesn’t support HTML5

OBAMA SAUDI VO