ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກັບຄືນມາ
ເຖິງທຳນຽບຂາວແລ້ວຫລັງຈາກໄດ້ເດີນທາງໄປຢ້ຽມຢາມອາເມ
ຣິກາລາຕິນທີ່ຮວມທັງການຢຸດແວ່ ທີ່ປະເທດອາເຈັນຕີນາ ແລະ
ການຢ້ຽມຢາມຄິວບາຄັ້ງປະຫວັດສາດ ທີ່ທ່ານໄດ້ພົບປະກັບປະ
ທານາທິບໍດີ Raul Castro.
ທ່ານໂອບາມາ ພ້ອມດ້ວຍສະຕີໝາຍເລກນຶ່ງ ລູກສາວສອງຄົນ
ແລະແມ່ເຖົ້າຂອງທ່ານໄດ້ຂຶ້ນເຮືອບິນປະຈຳຕຳແໜ່ງປະທານາ
ທິບໍດີທີ່ສະໜາມບິນນາໆຊາດ Ezeiza ໃນນະຄອນຫຼວງ Bue-
nos Aires ໃນຕອນເຊົ້າຂອງວັນສຸກມື້ນີ້.
ທ່ານໂອບາມາກ່າວວ່າ ສະຫະລັດໄດ້ຖະແຫຼງອອກມາຊ້າເກີນໄປກ່ຽວກັບການກໍ່ໂທດກຳ
ໃນລະຫວ່າງການປົກຄອງຂອງອະດີດຈອມຜະເດັດການອາເຈັນຕີນາແຕ່ກໍເວົ້າວ່າລັດຖະ
ບານຂອງທ່ານຈະປະເຊີນໜ້າກັບອະດີດດ້ວຍຄວາມຊື່ສັດ ແລະຄວາມໂປ່ງໃສ.
ປ. ໂອບາມາ ແລະ ປ. Mauricio Macri ໄປຢ້ຽມຢາມ ສວນສາທາລະນະ Parque de la Memoria ທີ່ສ້າງຂຶ້ນ ເພື່ອລະນຶກເຖິງ ພວກເຄາະຮ້າຍ ສົງຄາມສົກກະປົກ ໃນອາເຈັນຕີນາ
ປະທານາທິບໍດີໂອບາມາ ກ່າວທີ່ນະຄອນ Buenos Aires ວ່າ ແມ່ນຫຍັງກໍຕາມທີ່ເກີດ
ຂຶ້ນຢູ່ນີ້ ໃນປະເທດອາເຈັນຕີນາ ບໍ່ເປັນເລື້ອງແປກຕໍ່ອາເຈັນຕີນາ ແລະມັນບໍ່ໄດ້ມີຂອບ
ເຂດຈຳກັດ ຢູ່ແຕ່ໃນອະດີດ ເທົ່ານັ້ນ. ພວກເຮົາແຕ່ລະຄົນ ຕ່າງກໍມີ ຄວາມຮັບຜິດຊອບ ຂອງແຕ່ລະຄົນ ໃນແຕ່ລະມື້ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ບ່ອນໃດກໍຕາມ ທີ່ພວກເຮົາບໍ່ໄດ້ເຫັນຄວາມບໍ່ຍຸຕິທຳ ບ່ອນໃດກໍຕາມທີ່ພວກເຮົາໄດ້ເຫັນການປົກຄອງດ້ວຍຕົວບົດກົດ
ໝາຍຖືກໝິ່ນປະໝາດຢຽດຢາມທີ່ພວກເຮົາໄດ້ຮູ້ເຫັນເປັນພະຍານທີ່ພວກເຮົາໄດ້ກ່າວ
ອອກມາ ທີ່ພວກເຮົາໄດ້ພິນິດພິດຈາລະນາດ້ວຍຈິດໃຈຂອງພວກເຮົາເອງແລະຮັບເອົາຄວາມຮັບຜິດຊອບ ເພື່ອເຮັດໃຫ້ມັນກາຍເປັນບ່ອນທີ່ດີຂຶ້ນ ສຳລັບລູກເຕົ້າແລະຫລານ
ເຫລນຂອງພວກເຮົາ.
Your browser doesn’t support HTML5
Obama Latin America
ໃນວັນພະຫັດວານນີ້ ທ່ານໂອບາມາໄດ້ໄປຢ້ຽມສວນສາທາລະນະໄວ້ອາໄລໃຫ້ແກ່ພວກ
ເຄາະຮ້າຍຂອງອັນທີ່ເອີ້ນວ່າ ສົງຄາມສົກກະປົກໃນວັນຄົບຮອບ 40 ປີໃນການເຮັດລັດ
ຖະປະຫານເພື່ອສ້າງຕັ້ງອຳນາດການປົກຄອງທີ່ໂຫດຮ້າຍປ່າເຖື່ອນຂອງພວກທະຫານ.
ປະທານາທິບໍໂອບາມາກ່າວວ່າມັນໃຊ້ຄວາມກ້າຫານຂອງສັງຄົມເພື່ອຮັບມືກັບຄວາມຈິງ
ທີ່ອຶດອັດໃຈກ່ຽວກັບພາກສ່ວນທີ່ມືດມົນຂອງອະດີດຜ່ານມາ.
Your browser doesn’t support HTML5
Obamas Tango in Argentina