ປ. Obama ຫລິງເຫັນ ຄວາມລຳບາກ ໃນການແກ້ໄຂ ແບບມີສອງປະເທດ ໃນຕາເວັນອອກກາງ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ) ແລະນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu (ຊ້າຍ)

ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວ​ວ່າ
ມັນ​ຍາກ​ທີ່​ຈະ​ຫຼິງ​ເຫັນການ​ແກ້​ໄຂ​ ແບບມີ​ສອງ​ປະ​ເທດ ກັບ
ອິສຣາ​ແອບ​ແລະ​ປາ​ແລ​ສ​ໄຕ​ນ໌ ຫລັງ​ຈາກ​ການໃຫ້ຄວາມເຫັນ
ກ່ອນການເລືອກຕັ້ງຂອງນາ​ຍົກ​ລັດຖະມົນຕີ ອິສຣາ​ແອ​ລ
ທ່ານ Benjamin Netanyahu ທີ່ປະຕິເສດເຖິງຄວາມເປັນ
ໄປໄດ້ດັ່ງກ່າວ.

ຫລັງ​ຈາກ​ໄດ້ມີການສົນທະນາຫາລື ​ກັບປະທານາທິບໍດີອັຟ
ກາ​ນິສຖານ ທ່ານ Ashraf Ghani ຢູ່ທີ່ທຳນຽບຂາວແລ້ວ
ປະທານາທິບໍດີ Barack Obama ກ່າວໃນ​ວັນ​ອັງ​ຄານ​ວານ​
ນີ້​ວ່າ ທ່ານເອງ ​ແລະ​ບັນດາ​ຜູ້ມີສິດ​ປ່ອນ​ບັດ ​ອິສຣາ​ແອລ ​ເຊື່ອ
​ໃນ​ຄຳ​ເວົ້າ​ຂອງທ່ານ Netanyahu ວ່າ ປາ​ແລ​ສ​ໄຕ​ນ໌ຈະບໍ່​ເປັນປະ​ເທດ​ໄດ້​ພາຍ​ໃຕ້ການ​ປົກຄອງ​ຂອງ​ທ່ານ. ນັບ​ແຕ່​ນັ້ນ​ມາຜູ້ນຳ​ອິສຣາ​ແອ​ລ​ໄດ້​ພະຍາຍາມທີ່ຈະປ່ຽນທ່າທີໃໝ່
ໄປຈາກຄວາມເຫັນເຫຼົ່ານັ້ນ ​ໂດຍ​ກ່າວ​ວ່າ ທ່ານ​ຍັງ​ບໍ່​ໄດ້​ປ່ຽນ​ແປງນະ​ໂຍບາຍທີ່ມີມາປັນ
ເວລາດົນນານ​ຂອງ​ທ່ານ.

ທ່ານ Obama ກ່າວ​ວ່າ ນາຍົກລັດຖະມົນຕີ Natanyahu ​ໄດ້​ຕັ້ງເງື່ອນໄຂໄວ້ ຫຼາຍຢ່າງ
​ໃນ​ການ​ແກ້​ໄຂ​ແບບມີສອງ​ປະ​ເທດ ຊຶ່ງຈະເຮັດໃຫ້ມັນເປັນ​ໄປ​ບໍ່​ໄດ້ທີ່​ ຈະມີການແກ້ໄຂ
ດັ່ງກ່າວໃນໄວໆ​ນີ້. ຜູ້ນຳສະຫະລັດ ​ໄດ້​ຢຳ້ຄືນ ​ເຖິງ​ຄວາມເຫັນ ຂອງ​ທ່ານວ່າ ປະ​ເທດ
ອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌ ທີ່ຢູ່ຄຽງຄູ່ກັນນັ້ນ ​ເປັນ​ຊ່ອງທາງ​ທີ່​ດີ​ສຸດ ​ໃນການ​ບັນລຸ​
ສັນຕິພາບ​ຢູ່​ໃນ​ຂົງ​ເຂດ.