ປ. ໂອບາມາ ຍ້ອງຍໍ ຂໍ້ຕົກລົງ ທີ່ໄດ້ບັນລຸ ໃນປາຣີ ວ່າ ເປັນ 'ໂອກາດທີ່ດີທີ່ສຸດ' ທີ່ຈະປົກປ້ອງໂລກ

Your browser doesn’t support HTML5

ເຊີນຊົມ ວີດີໂອ ລາຍງານນີ້

ປ. ສຫຣ ທ່ານ ບາຣັກ ໂອບາມາ ຍິນດີນຳຂໍ້ຕົກລົງໃໝ່ ເຣື່ອງ
ການປ່ຽນແປງຂອງດິນຟ້າອາກາດທີ່ຕົກລົງກັນໄດ້ໃນນະຄອນ
ຫຼວງປາຣີ ຊຶ່ງຖືວ່າເປັນບາດລ້ຽວໃໝ່ສຳລັບໂລກຂອງເຮົາ.

“ຂໍ້ຕົກລົງທີ່ວ່ານີ້ ໝາຍເຖິງໂອກາດ ທີ່ດີທີ່ສຸດ ທີ່ເຮົາຈະກອບ
ກູ້ຈັກກະວານຂອງເຮົາໄວ້ໄດ້”
ໃນການກ່າວຖແລງຮັບຮອງ
ເອົາຂໍ້ຕົກລົງ 8 ນາທີ ໃນວັນເສົາວານນີ້ ປ. ໂອບາມາເວົ້າວ່າ
ເກືອບ 2 ​ຮ້ອຍປະເທດ ໄດ້ສະແດງຄວາມປາຖນາດີ ແລະ
ຄວາມສາມາດທີ່ຈະຮັບເອົາການທ້າທາຍຂອງການປ່ຽນແປງ
ຂອງດິນຟ້າອາກາດ ໂດຍການຫລຸດຜ່ອນອາກາດເສຍຄາບອນ
ໄດ໊ອອກໄຊຕ໌ ແລະ ມີຄວາມໝັ້ນໝາຍໃຫ້ທາດຄາບອນ ໃຫ້ຢູ່
ໃນລະດັບຕໍ່າ.

ຜູ້ນຳຂອງ ສຫຣ ທ່ານນີ້ ໄດ້ກ່າວ ຈາກສຳນັກງານຣັຖບານ ໃນທຳນຽບຂາວ ວັນເສົາ
ວານນີ້ ວ່າ “ພວກເຮົາໄດ້ຮ່ວມໃຈກັນ ໃນທົ່ວໂລກ ຮັບເອົາຂໍ້ຕົກລົງ ທີ່ເຂັ້ມແຂງ ທີ່
ຈຳເປັນນີ້. ພວກເຮົາໄດ້ເຮັດຂຶ້ນໃນເວລາທີ່ເໝາະສົມພໍດີ.”

ຂໍ່ຕົກລົງນີ້ຕັ້ງເປົ້າໝາຍໄວ້ວ່າໃຫ້ລະດັບຄວາມຮ້ອນຂອງໂລກຢູ່ຕໍ່າກວ່າ 2 ອົງສາ
ແຊລຊຽສ ແລະ ຮຽກຮ້ອງໃຫ້ 195 ປະເທດ ໃຊ້ຄວາມພະຍາຍາມ ໃຫ້ເພີ່ມອຸນນະພູມ
ຂຶ້ນເປັນ 1 ຈຸດ 5 ​ອົງສາແຊລຊຽສ ສູງກວ່າ ກ່ອນທີ່ມັນຈະຖືກສົ່ງ ອອກມາຈາກ ອຸດສາ
ຫະກຳ.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວນີ້ ທຸກໆປະເທດຈະແຈ້ງໃຫ້ຊາບ ເຖິງເປົ້າໝາຍ ການປ່ຽນ
ແປງ ດິນຟ້າອາກາດຂອງຕົນໃນແຕ່ລະ 5​ ປີ ເຣ່ີມແຕ່ປີ 2020 ໄປ. ຂໍ້ຕົກລົງນີ້ ຈະຈັດຕັ້ງ
ຄວາມໂປ່ງໃສໄວ້ ໃຫ້ທຸກໆປະເທດແຈ້ງໃຫ້ຊາບເຖິງ ລະດັບການສົ່ງອອກ ອາຍເສັຽຂອງ
ຕົນ ແລະ ວ່າ ຕົນຈະເຮັດແນວໃດ ກັບອາຍເສຍຈາກເຮືອນແກ້ວຂອງຕົນ.

ທ່ານໂອບາມາກ່າວວ່າ ໃນການກ້າວໜ້າຂອງເທັກໂນໂລຈີນີ້ ຂໍ້ຕົກລົງດ້ານດິນຟ້າ
ອາກາດນີ້ ແມ່ນຈະຊ່ອຍແຜ້ວທາງໄປສູ່ເປົ້າໝາຍທີ່ໃຫຽ່ກວ່າເກົ່າໃນເວລາຕໍ່ໄປ ທັງຈະ
ເຮັດໃຫ້ແນ່ໃຈວ່າ ປະເທດຕ່າງໆ ໃນໂລກຈະໄດ້ຮັບການເຕີບໂຕ ທາງດ້ານເສຖກິດ ທີ່
ສະອາດຂຶ້ນ.

Your browser doesn’t support HTML5

President Obama Statement on the Climate Agreement