ກຸ່ມຈີ 20 ອັດກອງປະຊຸມ

  • ໄພສານ ວໍຣະຈັກ

ປະທານາທິບໍດີ ບາຣັກ ໂອບາມາ ຖະແຫຼງໃນລະຫວ່າງກອງປະຊຸມນັກຂ່າວ ຢູ່ທີ່ກອງປະຊຸມສຸດຍອດຂອງກຸ່ມຈີ 20 ທີ່ກຸງໂຊລ (12 ພະຈິກ 2010)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາກ່າວວ່າ
ພວກຜູ້ນຳຂອງກຸ່ມຈີ 20 ໄດ້ຕົກລົງທີ່ຈະສືບຕໍ່ເຮັດໃຫ້
ໂລກກ້າວໄປສູ່ ການມີເສດຖະກິດເຕີບໂຕ ແບບຍືນຍົງ
ແລະມີຄວາມກໍ້າເກິ່ງເຖິງແມ່ນຍັງມີວຽກການອີກຈຳນວນ
ນຶ່ງທີ່ຕ້ອງດຳເນີນເພື່ອແກ້ໄຂຂໍ້ຍັດແຍ້ງໃນເລື່ອງການຄ້າ
ແລະບັນຫາເງິນຕາ.

ທ່ານໂອບາມາໄດ້ກ່າວເຖິງຄວາມກ້າວໜ້າຢ່າງແທ້ຈິງໃນ
ຕອນທ້າຍຂອງກອງປະຊຸມເປັນເວລາ 2 ມື້ຂອງພວກຜູ້
ນຳກຸ່ມຈີ 20 ຫຼື 20 ປະເທດທີ່ມີເສດຖະກິດໃຫຍ່ສຸດໃນ
ໂລກ ຢູ່ທີ່ກຸງໂຊລ. ຖະແຫຼງການຮ່ວມສະບັບນຶ່ງ ທີ່ນຳອອກເຜີຍ ແຜ່ໂດຍພວກຜູ້ນຳຂອງ
ກຸ່ມຈີ 20 ໃນວັນສຸກມື້ນີ້ເວົ້າວ່າ ພວກຕົນໄດ້ຕົກລົງກັນທີ່ຈະຫຼີກເວັ້ນຈາກການແຂ່ງຂັນໃນ
ການຫຼຸດຄ່າເງິນຕາ ແລະກ້າວໄປສູ່ການຕັ້ງອັດຕາແລກປ່ຽນ ອີງຕາມການກຳນົດຂອງຕະ
ຫຼາດ.

ພວກຜູ້ນຳຂອງປະເທດຕ່າງໆແລະຜູ້ຊ່ອຍຂອງພວກທ່ານໄດ້ດຳເນີນງານໂດຍໄດ້ບັນລຸການ
ຕົກລົງກັນໃນການໃຊ້ພາສາ ທີ່ມີການຜ່ອນສັ້ນຜ່ອນຍາວ ທ່າມກາງການຂັດແຍ້ງລະຫວ່າງ
ສະຫະລັດກັບຈີນກ່ຽວກັບນະໂຍບາຍການເງິນຂອງປັກກິ່ງ.

ທ່ານໂອບາມາກ່າວຕໍ່ພວກນັກຂ່າວວ່າ ເງິນຢວນ ຊຶ່ງເປັນເງິນຕາຂອງຈີນນັ້ນຍັງສືບຕໍ່ມີຄ່າ
ຕໍ່າກວ່າສະພາບຄວາມເປັນຈິງ ທີ່ພາໃຫ້ສະຫະລັດແລະຄູ່ການຄ້າ ອື່ນໆບໍ່ພໍໃຈ. ທ່ານເວົ້າ
ວ່າມັນເປັນເລື່ອງສຳຄັນສຳລັບປັກກິ່ງທີ່ຈະຄ່ອຍໆປ່ອຍໃຫ້ຕະຫຼາດເປັນຜູ້ກຳນົດຄ່າເງິນຕາ
ຂອງຕົນ.

ຖະແຫຼງການຂອງກຸ່ມຈີ 20 ບໍ່ ໄດ້ກ່າວເຖິງການເອົາທ່າທີແບບຈະແຈ້ງກ່ຽວກັບເລື່ອງເງິນ
ຢວນຂອງຈີນ.