ປ. ໂອບາມາ ເນັ້ນໜັກ ໃສ່ອະນາຄົດ ໃນ​ຄຳ​ຖ​ະ​ແຫລ​ງ ຕໍ່​ລັດຖະສະພາ​ ແລະປະ​ເທດ​ຊາດ

ປ. ໂອບາມາ ຖ​ະ​ແຫລ​ງຕໍ່​ລັດຖະສະພາ​ ແລະປະ​ເທດ​ຊາດ ຄັ້ງ​ທີ​ເຈັດ ແລະກໍ​ເປັນຄັ້ງ​ສຸດ​ທ້າຍ. (ວັນທີ 12 ມັງກອນ, 2016)

ຢູ່​ໃນ​ຄຳ​ຖ​ະ​ແຫລ​ງຕໍ່​ລັດຖະສະພາ​ແລະປະ​ເທດ​ຊາດ ຄັ້ງ​ທີ​ເຈັດ
ແລະກໍ​ເປັນຄັ້ງ​ສຸດ​ທ້າຍນັ້ນ ປະ​ທາ​ນາ​ທິບໍດີ Barack Obama
​ໄດ້​ກ່າວ​ເຖິງ​ຜົນ​ສຳ​ເລັດ​ຂອງ​ທ່ານ ​ແລະ​ເພັ່ງ​ເລັງໃສ່​ວິ​ໄສ​ທັດ
ໃນອະນາ​ຄົດຂອງ​ທ່ານ ຢູ່​ໃນຄຳ​ປາ​ໄສທີ່ຄາດ ຫວັງ​ໄປ​ໃນ​ແງ່​ດີ
ທີ່ພະຍາຍາມກຳນົດມູນ​ເຊື້ອຂອງ​ທ່ານ​ ໃນ​ຂະນະ​ທີ່​ທ່ານ​ກ້າວ
​ເຂົ້າສູ່ການ​ກຳ​ຕຳ​ແໜ່​ງປີ​ສຸດ​ທ້າຍ​ຂອງ​ທ່ານ.

​ໃນ​ຄຳ​ປາ​ໄສຢູ່​ໃນ​ຫ້ອງ​ປະຊຸມສະພາຕ່ຳທີ່​ເຕັ​ມ​ແໜ້ນ​ໄປ​ດ້ວຍ​ຜູ້
​ຄົນ ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ທີ່​ຕຶກ​ລັດຖະສະພາສະຫະລັດ
ທ່ານ Obama ປາກົດ​ວ່າ​ຢູ່​ໃນ​ທ່າທີ​ທີ່​ສະບາຍ ​ແລະ​ນໍ້າ​ສຽງ​ຂອງ
​ທ່ານ​ສ່ວນໃຫຍ່​ເປັນ​ໄປ​ໃນ​ທາງ​ບວກ ​ໃນ​ຂະ ນະ​ທີ​ທ່ານ​ເພັ່ງ​ເລັງ​ໃສ່​ຄວາມ​ຈຳ​ເປັນ​ເພື່ອ​ປົວ​ແປງການ​ແບ່ງ​ແຍກ​ທີ່​ລົງເລິກທາງ ດ້ານ​ການ​ເມືອງຂອງ​ປະ​ເທດ.

Your browser doesn’t support HTML5

Obama's Final State of the Union Focuses on Future, Need For Unity

ແຕ່​ວ່າ ປະທານ​າທິບໍດີ ຍັງ​ໄດ້​ໂຈມ​ຕີ​ຜູ້​ຕິຕຽນ​ທ່ານ​ຫລາຍ​ຢ່າງ ຊຶ່ງຢູ່​ໃນ​ຫລາຍໆ​ໂອກາດ
​ໄດ້ຕິຕຽນ​ຢ່າງ​ໜັກ​ ຕໍ່​ຄູ​ແຂ່ງຈາກ​ພັກຣີພັບ​ບລິ​ກັນທີ່​ຫາ​ທາງເຂົ້າຮັບຕຳ ​ແໜ່​ງແທນ​ທ່ານ
​ເປັນ​ປະທານາທິບໍດີ ​ໃນ​ການ​ໂຄສະນາ​ຫາ​ສຽງ​ເລືອກຕັ້ງທີ່​ກຳລັງ ດຳ​ເນີນ​ຢູ່​ສຳລັບ​ປີ 2016.

​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ທ່ານ Obama ​ໄດ້​ປະນາມ “ການ​ເມືອງ​ທີ່​ແນໃສ່ຜູ້​ຄົນ ​ໂດຍ​ສະ​
ເພາະ​ແມ່ນ​ດ້ານ​ເຊື້ອ​ຊາດ​ ຫລື​ສາສະໜາ”
ຊຶ່ງ​ເປັນ​ຄຳ​ເວົ້າທີ່​ເບິ່ງ​ກັນ​ວ່າ​ເປັນ​ການ​ຕິຕຽນ​
ຂອງຜູ້​ສະມັກ​ທີ່​ມີ​ຄະ​ແນນ​ສຽງນຳ​ໜ້າຂອງ​ພັກຣີພັບ​ບລິ​ກັນທ່ານ Donald Trump ມະ
ຫາ​ເສດຖີທີ່​ມັກເວົ້າ​ກົງໆ​ ທີ່ຕ້ອງການ​ຢາກຫ້າມບໍ່​ໃຫ້​ຊາວ​ມຸສລິ​ມ​ເຂົ້າປະ​ເທດ​ເປັນ​ການ​ຊົ່ວຄາວ​ນັ້ນ.

ຄວັນພູຂື້ນຈາກການໂຈມຕີທາງອາກາດ ທີ່ເມືອງ Sinjar. ວັນທີ 12 ເດືອນພະຈິກ 2015.

ທ່ານ​ກ່າວ​ວ່າ “​ເວລາ​ໃດ​ທີ່​ນັກການ​ເມືອງ​ດູ​ໝິ່ນ​ຊາວ​ມຸສລິ​ມ ​ເວລາ​ໃດ​ທີ່​ວັດ​ມຸສລິ​ມ ຖືກ
​ທຳລາຍ ຫລື​ເດັກນ້ອຍຖືກ​ເວົ້າເຍາະ​ເຍີ້​ຍໃຫ້ ສິ່ງ​ເຫລົ່າ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ພວກ​ເຮົາປອດ​ໄພ
​ຂື້ນ​ກວ່າ​ເກົ່າ. ຈົ່ງ​ຢ່າ​ໄດ້​ບອກ​ໃຫ້​ດັ່ງ​ທີ່​ເຫັນ​ຢູ່​ນີ້. ມັນ​ຜິດ​ແທ້ໆ​. ມັນ​ເຮັດ​ໃຫ້​ເຮົາ​ເສຍຫາຍ​ຢູ່​ໃນ​ສາຍ​ຕາ​ຂອງ​ໂລກ. ມັນ​ເຮັດ​ໃຫ້​ເຮົາ​ບັນລຸ​ເປົ້າ​ໝາຍໄດ້​ຍາກ. ​ແລະ​ມັນ​ທໍລະ​ຍົດຕໍ່​ພວກ​ເຮົາໃນ​ຖານະ​ທີ່​ເປັນ​ປະເທດ.”

Your browser doesn’t support HTML5

President Obama Delivers His Final State of the Union Address

ປະທານນາທິບໍດີ Barack Obama ກ່າວເຖິງການດຳເນີນໂຈມຕີທາງອາກາດ.

ທ່ານ Obama ຍັງ​ໄດ້​ກ່າວ​ໂຈມ​ຕີ​ຄູ່​ແຂ່ງ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ບັນຫາເສດຖະກິດ​ ​ໂດຍກ່າວ​ວ່າ “ຜູ້​ໃດ​ຜູ້​ໜຶ່ງ​ທີ່​ອ້າງ​ວ່າ ​ເສດຖະກິດ ສະຫະລັດ ກຳລັງ​ຕົກ​ຕໍ່າ​ນັ້ນ ​ເປັນ​ເລື້ອງເສກ​ສັນ​ປັ້ນ​ແຕ່ງ."

ປ. Obama (ຊ້າຍ) ຢ້ຽມຢາມ ຊາຍຝັ່ງ Kotzebue Avenue ທີ່ລັດ Alaska ວັນທີ 2, ກັນຍາ 2015.

ທ່ານ Obama ກ່າວ​ວ່າ “ສະຫະລັດ ອາ​ເມ​ຣິກາ ປັດຈຸບັນ​ນີ້ ມີ​ເສດຖະກິດ​ເຂັ້ມ ​ແຂງ​ທີ່​ສຸດ ​ແລະທົນ​ທານທີ່​ສຸດຢູ່​ໃນ​ໂລກ​.” ທ່ານໄດ້​ຊີ້ໃຫ້​ເຫັນເຖິງ​ການ​ສ້າງ​ໜ້າ ວຽກ​ໃໝ່ ຫລາຍ​ກວ່າ 14 ລ້ານວຽກ​ ອັດຕາ​ຫວ່າ​ງງານໄດ້​ຫລຸດ​ລົງ​ເຄິ່ງໜຶ່ງ ແລະ​ການ​ເຕີບ​ໂຕ​ຂອງ​ອຸດສາຫະກຳ​ລົດ ​ແລະ​ໂຮງງານ​ຜະລິດ​ຕ່າງໆ..

ປະທານສະພາຕຳ ທ່ານ Paul Ryan (ຂວາ) ແລະ ຮອງປະທານາທິບໍດີ ທ່ານ Joe Biden (ຊ້າຍ) ຟັງກ່າວຄຳປາໄສ ປ. Barack Obama

ທ່ານ​ກ່າວ ດ້ວຍ​ສຽງ​ຕົບມື​ວ່າ “ລາຄາ​ນໍ້າມັນ​ແມ່ນ​ສອງ​ໂດ​ລາ​ຕໍ່​ກາ​ລອນ ບໍ່​ຂີ້ຮ້າຍ​ເລີຍ.”

2016 State of the Union Address